Biblia Todo Logo
Bìoball air-loidhne

- Sanasan -

ນາງຣຸດ 3 - ພຣະຄຳພີສັກສິ


ນາງຣຸດ​ພົບ​ສາມີ

1 ຕໍ່ມາ ນາງ​ນາໂອມີ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ແມ່​ຕ້ອງ​ຊອກຫາ​ຜົວ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ຄອບຄົວ​ເປັນ​ຂອງ​ຕົນເອງ.

2 ເຈົ້າ​ຄົງ​ຮູ້​ດີ​ແລ້ວ​ວ່າ​ໂບອາດ​ຜູ້​ທີ່​ເຈົ້າ​ໄປ​ເກັບ​ເອົາ​ຮວງເຂົ້າ ຕົກ​ເຮ່ຍ​ນຳ​ພວກ​ຄົນງານ​ຜູ້ຍິງ​ຂອງ​ເພິ່ນ​ນັ້ນ​ເປັນ​ພີ່ນ້ອງ​ຂອງເຮົາ. ບັດນີ້ ໃຫ້​ເຈົ້າ​ຟັງ​ແມ່​ໃຫ້​ດີ ແລງ​ມື້ນີ້​ໂບອາດ​ຈະ​ໄປ​ຟາດເຂົ້າ.

3 ສະນັ້ນ ເຈົ້າ​ຈົ່ງ​ອາບນໍ້າ, ທາ​ນໍ້າຫອມ ແລະ​ນຸ່ງ​ເຄື່ອງ​ໂຕ​ຈົບງາມ​ທີ່ສຸດ ແລ້ວ​ໃຫ້​ເຈົ້າ​ໄປ​ໃນ​ລານ​ບ່ອນ​ທີ່​ເພິ່ນ​ກຳລັງ​ຟາດເຂົ້າ​ນັ້ນ ແຕ່​ຢ່າ​ໃຫ້​ເພິ່ນ​ຮູ້​ວ່າ​ເຈົ້າ​ຢູ່​ທີ່​ນັ້ນ ຈົນກວ່າ​ເພິ່ນ​ກິນ​ແລະ​ດື່ມ​ແລ້ວ.

4 ແຕ່​ຢ່າ​ລືມ​ສັງເກດ​ເບິ່ງ​ບ່ອນ​ທີ່​ເພິ່ນ​ເຂົ້າ​ໄປ​ນອນ. ເວລາ​ເພິ່ນ​ນອນ​ຫລັບ​ແລ້ວ ໃຫ້​ເຈົ້າ​ເຂົ້າ​ໄປ​ເປີດ​ຜ້າຫົ່ມ​ທີ່​ຕີນ​ຂອງ​ເພິ່ນ​ແລະ​ນອນ​ຢູ່​ທີ່​ນັ້ນ. ເພິ່ນ​ຈະ​ບອກ​ວ່າ​ເຈົ້າ​ຄວນ​ຈະ​ເຮັດ​ຢ່າງໃດ​ໃນ​ຂັ້ນ​ຕໍ່ໄປ.”

5 ນາງຣຸດ​ຈຶ່ງ​ເວົ້າ​ວ່າ, “ລູກ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ແມ່​ບອກ.”

6 ດັ່ງນັ້ນ ນາງຣຸດ​ຈຶ່ງ​ເຂົ້າ​ໄປ​ທີ່​ລານ​ຟາດເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າ​ໄດ້​ບອກ​ນັ້ນ​ທຸກຢ່າງ.

7 ເມື່ອ​ໂບອາດ​ກິນ​ແລະ​ດື່ມ​ແລ້ວ ເພິ່ນ​ກໍ​ມີ​ອາຣົມ​ດີ. ສະນັ້ນ ເພິ່ນ​ຈຶ່ງ​ໄປ​ນອນ​ຢູ່​ໃກ້​ກອງ​ເຂົ້າເດືອຍ. ນາງຣຸດ​ຄ່ອຍ​ຢ່ອງ​ເຂົ້າ​ໄປ​ຢ່າງ​ມິດໆ, ເປີດ​ຜ້າ​ຫົ່ມ​ຂຶ້ນ ແລະ​ນອນ​ຢູ່​ທີ່​ຕີນ​ຂອງ​ເພິ່ນ.

8 ໃນ​ຕອນ​ກາງຄືນ ເມື່ອ​ໂບອາດ​ຮູ້​ເມື່ອ​ແລະ​ພິກຕົວ ເພິ່ນ​ກໍ​ປະຫລາດ​ໃຈ​ທີ່​ເຫັນ​ຍິງ​ຄົນ​ໜຶ່ງ​ນອນ​ຢູ່​ທີ່​ຕີນ​ຂອງຕົນ.

9 ເພິ່ນ​ຈຶ່ງ​ຖາມ​ວ່າ, “ເຈົ້າ​ແມ່ນ​ໃຜ?” ນາງ​ຕອບ​ວ່າ, “ທ່ານເອີຍ ຂ້ານ້ອຍ​ແມ່ນ​ຣຸດ ເພາະ​ທ່ານ​ເປັນ​ຍາດຕິພີ່ນ້ອງ​ຜູ້​ໃກ້ຊິດ ທ່ານ​ຈຶ່ງ​ມີ​ໜ້າທີ່​ເບິ່ງແຍງ​ຂ້ານ້ອຍ. ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງງານ​ກັບ​ຂ້ານ້ອຍ​ເທີ້ນ.”

10 ເພິ່ນ​ກ່າວ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ສະແດງ​ຄວາມ​ສັດຊື່​ຕໍ່​ຄອບຄົວ​ໃນຄັ້ງນີ້ ກໍ​ຍິ່ງໃຫຍ່​ກວ່າ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ຍ່າ​ຂອງ​ເຈົ້າ. ເຈົ້າ​ອາດ​ຊອກຫາ​ຊາຍໜຸ່ມ​ທີ່​ຮັ່ງມີ​ຫລື​ຍາກຈົນ​ກໍໄດ້ ແຕ່​ເຈົ້າ​ບໍ່ໄດ້​ເຮັດ.

11 ຣຸດ​ເອີຍ ບັດນີ້​ຢ່າ​ກັງວົນ​ເທາະ ຂ້ອຍ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ເຈົ້າ​ຮ້ອງ​ຂໍ ເພາະ​ທຸກຄົນ​ໃນ​ເມືອງ​ນີ້​ກໍ​ຮູ້​ແລ້ວ​ວ່າ​ເຈົ້າ​ເປັນ​ຄົນດີ.

12 ເປັນ​ຄວາມຈິງ​ແທ້ ທີ່​ຂ້ອຍ​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ຂອງ​ເຈົ້າ ແລະ ທັງ​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ. ແຕ່​ຍັງ​ມີ​ຊາຍ​ຢູ່​ອີກ​ຄົນໜຶ່ງ ທີ່​ເປັນ​ພີ່ນ້ອງ​ຜູ້​ໃກ້ຊິດ​ກັບ​ເຈົ້າ​ຫລາຍກວ່າ​ຂ້ອຍ.

13 ຄືນນີ້ ຈົ່ງ​ນອນ​ຢູ່​ບ່ອນ​ນີ້​ແຫຼະ ແລະ​ໃນ​ມື້ອື່ນ​ເຊົ້າ ພວກເຮົາ​ຈະ​ຕ້ອງ​ຖາມ​ລາວ​ເບິ່ງ​ວ່າ ລາວ​ຈະ​ເປັນ​ຜູ້​ຮັບຜິດຊອບ​ເບິ່ງແຍງ​ເຈົ້າ​ຫລື​ບໍ່? ຖ້າ​ລາວ​ຮັບ​ກໍ​ເປັນ​ການ​ດີຫລາຍ; ຖ້າ​ລາວ​ບໍ່​ຮັບ ຂ້ອຍ​ຂໍ​ສາບານ​ຕໍ່​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ວ່າ ຂ້ອຍ​ຈະ​ຮັບຜິດຊອບ​ໃນ​ເລື່ອງນີ້. ຈົ່ງ​ນອນ​ສາ ແລະ​ຢູ່​ທີ່​ນີ້​ຈົນເຖິງ​ມື້ອື່ນ​ເຊົ້າ.”

14 ດັ່ງນັ້ນ ນາງຣຸດ​ຈຶ່ງ​ນອນ​ຢູ່​ທີ່​ນັ້ນ​ທີ່​ຕີນ​ຂອງ​ໂບອາດ; ແຕ່​ກ່ອນ​ແຈ້ງ​ພໍເຫັນຮຸ່ງ ນາງ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ໄປ ເພາະ​ໂບອາດ​ບໍ່​ຢາກ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ ນາງ​ນອນ​ຢູ່​ໃນ​ທີ່ນັ້ນ.

15 ໂບອາດ​ບອກ​ນາງ​ວ່າ, “ຈົ່ງ​ແກ້​ເສື້ອ​ຊັ້ນນອກ​ຂອງ​ເຈົ້າ​ພື​ອອກ.” ນາງຣຸດ​ກໍ​ເຮັດ​ຕາມ​ແລະ​ເພິ່ນ​ໄດ້​ຖອກ​ເຂົ້າເດືອຍ​ໃສ່​ເກືອບ​ເຖິງ​ຊາວ​ກິໂລກຼາມ ແລະ​ຊ່ວຍ​ຍົກ​ເຂົ້າ​ນັ້ນ​ໃສ່​ບ່າ​ໃຫ້​ນາງຣຸດ​ແບກເມືອ​ໃນເມືອງ.

16 ເມື່ອ​ນາງ​ຮອດ​ເຮືອນ ແມ່ຍ່າ​ຈຶ່ງ​ຖາມ​ວ່າ, “ລູກເອີຍ ເປັນ​ຢ່າງໃດ?” ນາງຣຸດ​ບອກ​ຍ່າ​ທຸກສິ່ງ ຕາມ​ທີ່​ໂບອາດ​ໄດ້​ກະທໍາ​ສຳລັບ​ນາງ

17 ແລະ​ເວົ້າ​ຕໍ່ໄປ​ວ່າ, “ເພິ່ນ​ຍັງ​ບອກ​ລູກ​ວ່າ​ລູກ​ບໍ່ຄວນ​ກັບ​ມາ​ຫາ​ແມ່​ມືເປົ່າ; ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ເຂົ້າ​ທັງໝົດ​ນີ້​ໃຫ້​ລູກ.”

18 ນາງ​ນາໂອມີ​ເວົ້າ​ກັບ​ນາງຣຸດ​ວ່າ, “ບັດນີ້​ຣຸດ​ເອີຍ ຈົ່ງ​ອົດທົນ​ເບິ່ງ​ຈົນກວ່າ​ລູກ​ຈະ​ຮູ້​ວ່າ ເລື່ອງ​ນີ້​ຈະ​ເປັນ​ໄປ​ຢ່າງໃດ? ມື້ນີ້ ໂບອາດ​ຈະ​ຢູ່​ຢ່າງ​ບໍ່​ສະບາຍ​ໃຈ ຈົນກວ່າ​ລາວ​ຈະ​ຈັດການ​ກັບ​ເລື່ອງນີ້​ໃຫ້​ຮຽບຮ້ອຍ​ສາກ່ອນ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan