Biblia Todo Logo
Bìoball air-loidhne

- Sanasan -

ນາງຣຸດ 2 - ພຣະຄຳພີສັກສິ


ຣຸດ​ເຮັດ​ວຽກ​ຢູ່​ໃນ​ທົ່ງນາ​ຂອງ​ໂບອາດ

1 ຝ່າຍ​ນາງ​ນາໂອມີ​ນັ້ນ​ມີ​ພີ່ນ້ອງ​ທາງ​ເອລີເມເຫຼັກ​ຜົວ​ຂອງຕົນ​ຢູ່​ຄົນ​ໜຶ່ງ​ຊື່​ວ່າ ໂບອາດ. ຊາຍ​ຄົນ​ນີ້​ເປັນ​ຄົນ​ຮັ່ງມີ​ແລະ​ທັງ​ມີ​ອິດທິພົນ​ດ້ວຍ.

2 ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”

3 ດັ່ງນັ້ນ ນາງຣຸດ​ຈຶ່ງ​ອອກ​ໄປ​ທີ່​ທົ່ງນາ ແລະ​ຍ່າງ​ຕາມ​ຫລັງ​ຂອງ​ພວກ​ທີ່​ກ່ຽວເຂົ້າ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ. ຢູ່ໃນ​ນາ​ທີ່​ນາງຣຸດ​ເກັບ​ຮວງເຂົ້າ​ຢູ່​ນັ້ນ ເປັນ​ນາ​ຂອງ​ໂບອາດ​ຜູ້​ເປັນ​ພີ່ນ້ອງ​ຂອງ​ເອລີເມເຫຼັກ.

4 ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”

5 ໂບອາດ​ຖາມ​ຫົວໜ້າ​ຄົນງານ​ວ່າ, “ຍິງສາວ​ຜູ້ນັ້ນ​ແມ່ນ​ໃຜ?”

6 ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.

7 ນາງ​ຂໍ​ອະນຸຍາດ​ນຳ​ຂ້ານ້ອຍ ເພື່ອ​ເກັບ​ເອົາ​ຮວງເຂົ້າ​ທີ່​ຕົກເຮ່ຍ​ຕາມ​ຫລັງ​ຄົນງານ. ນາງ​ມາ​ເກັບ​ແຕ່​ເຊົ້າ ແລະ​ຫາ​ກໍ​ນັ່ງ​ພັກ​ເຊົາ​ໜ້ອຍໜຶ່ງ​ຢູ່​ໃຕ້​ຮົ່ມ​ໄມ້​ນັ້ນ.”

8 ແລ້ວ​ໂບອາດ​ກໍ​ເວົ້າ​ກັບ​ນາງຣຸດ​ວ່າ, “ຂ້ອຍ​ຂໍ​ແນະນຳ​ເຈົ້າ​ບາງ​ຢ່າງ. ຢ່າສູ່ໄປ​ເກັບ​ເອົາ​ຮວງເຂົ້າ​ຢູ່​ບ່ອນ​ອື່ນ ໃຫ້​ເຈົ້າ​ເຮັດ​ວຽກ​ກັບ​ພວກຜູ້ຍິງ​ຢູ່​ທີ່​ນີ້.

9 ຈົ່ງ​ຊອມ​ເບິ່ງ​ວ່າ​ພວກເຂົາ​ກ່ຽວເຂົ້າ​ຢູ່​ບ່ອນໃດ ແລະ​ໃຫ້​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ. ຂ້ອຍ​ໄດ້​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ ບໍ່​ໃຫ້​ພວກເຂົາ​ຂົ່ມເຫັງ​ເຈົ້າ. ຖ້າ​ເຈົ້າ​ຫິວນໍ້າ ໃຫ້​ໄປ​ດື່ມ​ຈາກ​ໄຫ​ທີ່​ເຂົາ​ຕັກ​ນໍ້າ​ມາ​ໄວ້​ແລ້ວ​ນັ້ນ.”

10 ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”

11 ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.

12 ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”

13 ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”

14 ຍາມ​ກິນ​ເຂົ້າ ໂບອາດ​ກໍ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອົາ​ເຂົ້າ​ມາ​ຈໍ້າ​ນໍ້າແຈ່ວ​ກິນ​ແມ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ໄປ​ນັ່ງ​ກັບ​ພວກ​ຄົນງານ ແລະ​ໂບອາດ​ກໍ​ຍື່ນ​ເຂົ້າຂົ້ວ​ບາງສ່ວນ​ໃຫ້​ນາງ​ກິນ. ນາງ​ກິນ​ຈົນ​ອີ່ມ​ແລະ​ຈົນ​ເຫຼືອ.

15-16 ຫລັງຈາກ​ນາງຣຸດ​ອອກ​ໄປ​ເກັບ​ເອົາ​ຮວງເຂົ້າ​ແລ້ວ ໂບອາດ​ກໍ​ສັ່ງ​ພວກ​ຄົນງານ​ວ່າ, “ຈົ່ງ​ອະນຸຍາດ​ໃຫ້​ນາງ​ເກັບ​ເອົາ​ຮວງເຂົ້າ​ຕາມ​ບ່ອນ​ທີ່​ວາງ​ມັດ​ເຂົ້າ​ໄວ້​ໄດ້ ແລະ​ຢ່າ​ເວົ້າຫຍັງ​ໃຫ້​ນາງ​ເດີ. ນອກຈາກນີ້ ໃຫ້​ພວກເຈົ້າ​ດຶງ​ເອົາ​ຮວງເຂົ້າ​ອອກ​ຈາກ​ມັດ ແລະ​ປະ​ໄວ້​ໃຫ້​ນາງ​ເກັບ​ເອົາ.”

17 ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ຢູ່​ຕາມ​ທົ່ງນາ​ຈົນ​ຄໍ່າ. ຫລັງຈາກ​ຟາດເຂົ້າ​ແລ້ວ ນາງ​ຈຶ່ງ​ໄດ້​ເຂົ້າ​ປະມານ​ສິບ​ກິໂລກຼາມ.

18 ນາງ​ນຳ​ເອົາ​ເຂົ້າ​ນັ້ນ​ກັບ​ເມືອ​ໃນເມືອງ ເພື່ອ​ໃຫ້​ຍ່າ​ເບິ່ງ​ວ່າ​ຕົນ​ເກັບ​ໄດ້​ຫລາຍ​ເທົ່າໃດ. ນາງ​ຍັງ​ໄດ້​ເອົາ​ອາຫານ​ທີ່​ເຫຼືອ​ກິນ​ນັ້ນ​ໃຫ້​ຍ່າ​ດ້ວຍ.

19 ນາງ​ນາໂອມີ​ຈຶ່ງ​ຖາມ​ວ່າ, “ມື້ນີ້ ລູກ​ໄປ​ເກັບ​ເອົາ​ເຂົ້າ​ເຫຼົ່ານີ້​ຢູ່​ບ່ອນໃດ? ລູກ​ເກັບ​ຢູ່​ໃນ​ນາ​ຂອງ​ຜູ້ໃດ? ຂໍ​ພຣະເຈົ້າ​ອວຍພອນ​ຊາຍ​ທີ່​ມີ​ໃຈ​ເມດຕາ​ແກ່​ລູກ​ດ້ວຍ​ເທີ້ນ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ບອກ​ນາງ​ນາໂອມີ​ວ່າ ຕົນ​ໄດ້​ໄປ​ເກັບ​ເອົາ​ເຂົ້າ​ຢູ່​ຕາມ​ທົ່ງນາ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂບອາດ.

20 ນາງ​ນາໂອມີ​ຈຶ່ງ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ໂບອາດ​ເທີ້ນ ດ້ວຍວ່າ, ພຣະອົງ​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ທີ່​ມີ​ໄວ້​ກັບ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່ ແລະ​ທັງ​ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ດ້ວຍ.” ນາງ​ນາໂອມີ​ເວົ້າ​ຕໍ່ໄປ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ເປັນ​ພີ່ນ້ອງ​ທີ່​ໃກ້ຊິດ​ກັບ​ພວກເຮົາ ເປັນ​ຜູ້ໜຶ່ງ​ທີ່​ມີ​ໜ້າທີ່​ຮັບຜິດຊອບ​ເບິ່ງແຍງ​ພວກເຮົາ.”

21 ແລ້ວ​ນາງຣຸດ​ຊາວ​ໂມອາບ​ກໍ​ເວົ້າ​ວ່າ, “ນອກຈາກນີ້​ເພິ່ນ​ຍັງ​ບອກ​ໃຫ້​ລູກ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ເພິ່ນ ຈົນ​ພວກເຂົາ​ກ່ຽວເຂົ້າ​ແລ້ວ.”

22 ນາງ​ນາໂອມີ​ເວົ້າ​ກັບ​ນາງຣຸດ​ວ່າ, “ແມ່ນແລ້ວ ລູກເອີຍ ຈະ​ເປັນ​ການ​ດີກວ່າ​ສຳລັບ​ລູກ ທີ່​ເກັບ​ເອົາ​ເຂົ້າ​ນຳ​ພວກ​ຄົນງານ​ຜູ້ຍິງ​ໃນ​ນາ​ຂອງ​ໂບອາດ. ຖ້າ​ລູກ​ໄປ​ເກັບ​ໃນ​ນາ​ຂອງ​ຄົນອື່ນ ລູກ​ອາດ​ຖືກ​ເຂົາ​ຂົ່ມເຫັງ​ກໍໄດ້.”

23 ດັ່ງນັ້ນ ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ໂບອາດ ຈົນກວ່າ​ພວກເຂົາ​ກ່ຽວເຂົ້າ​ແລ້ວ ແລະ​ນາງຣຸດ​ກໍ​ຍັງ​ສືບຕໍ່​ອາໄສ​ຢູ່​ນຳ​ແມ່ຍ່າ​ຂອງຕົນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan