Biblia Todo Logo
Bìoball air-loidhne

- Sanasan -

ນາງຣຸດ 1 - ພຣະຄຳພີສັກສິ


ເອລີເມເຫຼັກ​ກັບ​ຄອບຄົວ​ຍ້າຍ​ໄປ​ຢູ່​ໂມອາບ

1-2 ດົນນານ​ມາ​ແລ້ວ ໃນ​ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ປົກຄອງ ໄດ້​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ເອລີເມເຫຼັກ ທີ່​ເປັນ​ຄົນ​ໃນ​ຕະກຸນ​ເອຟຣັດ ແລະ​ນາງ​ນາໂອມີ​ເມຍ​ຂອງຕົນ​ພ້ອມ​ກັບ​ລູກຊາຍ​ສອງ​ຄົນ ຄື​ມາໂລນ​ແລະ​ກີລີໂອນ; ພວກເຂົາ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ຊົ່ວຄາວ​ທີ່​ດິນແດນ​ໂມອາບ. ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ດິນແດນ​ນັ້ນ

3 ເອລີເມເຫຼັກ​ກໍ​ຕາຍໄປ. ນາງ​ນາໂອມີ​ຈຶ່ງ​ຢູ່​ກັບ​ລູກຊາຍ​ທັງສອງ​ຂອງຕົນ;

4 ເຂົາ​ທັງສອງ​ໄດ້​ແຕ່ງງານ​ກັບ​ຍິງສາວ​ຊາວ​ໂມອາບ ຄື​ນາງ​ໂອປາ ແລະ​ນາງຣຸດ. ປະມານ​ສິບ​ປີ​ຕໍ່ມາ

5 ມາໂລນ​ແລະ​ກີລີໂອນ​ກໍໄດ້​ຕາຍໄປ​ເຊັ່ນກັນ ນາງ​ນາໂອມີ​ຈຶ່ງ​ຢູ່​ຜູ້​ດຽວ​ໂດຍ​ບໍ່ມີ​ຜົວ​ແລະ​ບໍ່ມີ​ລູກ.


ນາໂອມີ​ແລະ​ຣຸດ​ກັບຄືນ​ເມືອ​ເບັດເລເຮັມ

6 ຕໍ່ມາ ນາງ​ນາໂອມີ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໂດຍ​ໃຫ້​ມີ​ການ​ເກັບກ່ຽວ​ໄດ້​ດີ. ສະນັ້ນ ນາງ​ພ້ອມ​ລູກໃພ້​ທັງສອງ​ຈຶ່ງ​ຕຽມຕົວ​ໜີໄປ​ຈາກ​ດິນແດນ​ໂມອາບ.

7 ພວກເຂົາ​ກັບ​ຄືນ​ເມືອ​ສູ່​ດິນແດນ​ຢູດາຍ, ແຕ່​ໃນ​ຂະນະທີ່​ເດີນທາງ​ກັບ​ເມືອ​ນັ້ນ

8 ນາງ​ນາໂອມີ​ໄດ້​ເວົ້າ​ກັບ​ພວກ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບ​ຄືນ​ເມືອ​ຢູ່​ນຳ​ແມ່​ຂອງ​ພວກເຈົ້າ​ສາ. ຂໍ​ໃຫ້​ພຣະເຈົ້າຢາເວ​ເມດຕາ​ຕໍ່​ພວກເຈົ້າ​ທັງສອງ​ດັ່ງ​ທີ່​ພວກເຈົ້າ​ໄດ້ເຮັດ​ຕໍ່​ຜູ້​ທີ່​ຕາຍ​ໄປ​ແລ້ວ ແລະ​ຕໍ່​ຂ້ອຍ​ດ້ວຍ.

9 ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ພວກເຈົ້າ​ແຕ່ລະຄົນ​ໄດ້​ແຕ່ງງານ​ໃໝ່ ແລະ​ມີ​ຄອບຄົວ​ອີກ​ເຖີດ.” ແລ້ວ​ນາງ​ນາໂອມີ​ກໍ​ຈູບ​ສັ່ງລາ​ພວກເຂົາ, ແຕ່​ລູກໃພ້​ທັງສອງ​ເລີ່ມ​ຮ້ອງໄຫ້​ຂຶ້ນ

10 ແລະ​ເວົ້າ​ວ່າ, “ບໍ່ ພວກ​ລູກ​ຈະ​ບໍ່​ກັບ​ເມືອ ພວກ​ລູກ​ຈະ​ໄປ​ກັບ​ແມ່​ແລະ​ໄປ​ຫາ​ພີ່ນ້ອງ​ຂອງ​ແມ່.”

11 ນາງ​ນາໂອມີ​ຕອບ​ວ່າ, “ລູກ​ຂອງ​ແມ່​ເອີຍ ຈົ່ງ​ກັບ​ເມືອ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໄປ​ກັບ​ແມ່? ພວກເຈົ້າ​ຄິດ​ວ່າ​ແມ່​ຈະ​ມີ​ລູກຊາຍ​ໄດ້​ອີກ ເພື່ອ​ໃຫ້​ພວກເຈົ້າ​ແຕ່ງງານ​ກັບ​ເຂົາ​ຊັ້ນບໍ?

12 ລູກ​ຂອງ​ແມ່​ເອີຍ ຈົ່ງ​ກັບຄືນ​ເມືອ​ສາ ເພາະວ່າ​ແມ່​ກໍ​ເຖົ້າແກ່​ກາຍ​ຍາມ​ທີ່​ຈະ​ແຕ່ງງານ​ໃໝ່​ແລ້ວ. ເຖິງ​ແມ່ນ​ແມ່​ຄິດ​ວ່າ​ຍັງ​ມີ​ຄວາມຫວັງ​ຢູ່ ແລະ​ແຕ່ງງານ​ໃໝ່​ໃນ​ຄືນ​ນີ້​ແລະ​ມີ​ລູກຊາຍ​ອີກ​ຫລາຍ​ຄົນ

13 ພວກເຈົ້າ​ກໍ​ຈະ​ລໍຖ້າ​ຈົນ​ພວກເຂົາ​ໃຫຍ່​ຊັ້ນບໍ? ມັນ​ຈະ​ບໍ່​ເປັນ​ການ​ຈ່ອງດຶງ​ພວກເຈົ້າ​ໄວ້​ໃຫ້​ແຕ່ງງານ​ກັບ​ຄົນອື່ນ​ບໍ? ລູກ​ຂອງ​ແມ່​ເອີຍ ມັນ​ເປັນ​ໄປ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່ ແລະ​ແມ່ເອງ​ກໍ​ຮູ້ສຶກ​ເສຍໃຈ​ນຳ​ພວກເຈົ້າ​ດ້ວຍ.”

14 ລູກໃພ້​ທັງສອງ​ຈຶ່ງ​ເລີ່ມ​ຮ້ອງໄຫ້​ຂຶ້ນ​ອີກ. ແລ້ວ​ນາງ​ໂອປາ​ກໍ​ຈູບ​ສັ່ງ​ລາ​ແມ່ຍ່າ​ຂອງຕົນ ແລະ​ກັບຄືນ​ເມືອ​ເຮືອນ. ແຕ່​ນາງຣຸດ​ບໍ່​ຍອມ​ໜີໄປ​ຈາກ​ແມ່ຍ່າ.

15 ນາງ​ນາໂອມີ​ຈຶ່ງ​ເວົ້າ​ກັບ​ນາງຣຸດ​ວ່າ, “ຣຸດ​ເອີຍ ເອື້ອຍໃພ້​ຂອງ​ເຈົ້າ​ໄດ້​ກັບຄືນ​ເມືອ​ຫາ​ພີ່ນ້ອງ​ແລະ​ພະ ຂອງ​ນາງ​ແລ້ວ ລູກ​ຈົ່ງ​ກັບຄືນ​ເມືອ​ກັບ​ນາງ​ສາ​ເທາະ.”

16 ແຕ່​ນາງຣຸດ​ຕອບ​ວ່າ, “ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ຈາກ​ແມ່​ໄປ​ເລີຍ ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຢູ່​ບ່ອນນັ້ນ. ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ; ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.

17 ແມ່​ຕາຍ​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຕາຍ​ຢູ່​ບ່ອນນັ້ນ ແລະ​ທີ່ນັ້ນ ຈະ​ເປັນ​ບ່ອນ​ຝັງສົບ​ຂອງ​ລູກ. ຖ້າ​ມີ​ສິ່ງໃດ​ເຮັດ​ໃຫ້​ລູກ​ຈາກ​ແມ່​ໄປ ຊຶ່ງ​ນອກຈາກ​ຄວາມ​ຕາຍ​ເທົ່ານັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ລູກ​ຢ່າງໜັກ​ເຖີດ.”

18 ເມື່ອ​ນາງ​ນາໂອມີ​ເຫັນ​ວ່າ ນາງຣຸດ​ຕັດສິນໃຈ​ໄປ​ກັບ​ຕົນ​ແທ້​ກໍ​ບໍ່​ເວົ້າ​ຫຍັງ​ຕື່ມ.

19 ແລ້ວ​ທັງສອງ​ກໍ​ເດີນທາງ​ຕໍ່ໄປ​ຮອດ​ເມືອງ​ເບັດເລເຮັມ. ເມື່ອ​ເດີນທາງ​ມາ​ເຖິງ ຄົນ​ທັງ​ເມືອງ​ກໍ​ຕື່ນເຕັ້ນ ແລະ​ພວກຜູ້ຍິງ​ໃນ​ທີ່ນັ້ນ​ທ້ວງ​ວ່າ, “ແມ່ນ​ນາໂອມີ​ແທ້​ບໍ?”

20 ນາງ​ຕອບ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ ນາໂອມີ, ແຕ່​ໃຫ້​ເອີ້ນ​ຂ້ອຍ​ວ່າ ມາຣາ ຍ້ອນ​ວ່າ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງຂ້ອຍ​ຂົມຂື່ນ.

21 ເມື່ອ​ຂ້ອຍ​ຈາກ​ບ່ອນ​ນີ້​ໄປ ຂ້ອຍ​ມີ​ທຸກສິ່ງ​ພຽບພ້ອມ ແຕ່​ພຣະເຈົ້າຢາເວ​ນຳ​ຂ້ອຍ​ກັບ​ມາ​ມືເປົ່າ. ເມື່ອ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ລົງໂທດ​ຂ້ອຍ ແລະ​ໃຫ້​ຂ້ອຍ​ມີ​ຄວາມ​ລຳບາກ​ຢ່າງ​ນີ້ ເປັນຫຍັງ​ຈຶ່ງ​ເອີ້ນ​ຂ້ອຍ​ວ່າ, ນາໂອມີ?”

22 ດັ່ງນັ້ນ ນາໂອມີ​ຈຶ່ງ​ກັບ​ມາ​ຈາກ​ດິນແດນ​ໂມອາບ​ກັບ​ນາງຣຸດ​ຊາວ​ໂມອາບ​ຜູ້​ທີ່​ເປັນ​ລູກໃພ້. ເມື່ອ​ທັງສອງ​ມາ​ຮອດ​ເມືອງ​ເບັດເລເຮັມ​ນັ້ນ ກໍ​ພໍດີ​ຖືກ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າເດືອຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan