Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 9 - ພຣະຄຳພີສັກສິ


ພຣະເຈົ້າ​ຊົງ​ເລືອກ​ຕັ້ງ​ຊົນຊາດ​ອິດສະຣາເອນ​ເປັນ​ໄພ່ພົນ​ຂອງ​ພຣະອົງ

1 ເຮົາ​ຢູ່​ໃນ​ພຣະຄຣິດ ເຮົາ​ເວົ້າ​ຄວາມຈິງ ເຮົາ​ບໍ່ໄດ້​ເວົ້າ​ຕົວະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງເຮົາ ກໍ​ເປັນ​ພະຍານ​ຝ່າຍ​ເຮົາ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ

2 ວ່າ, ຈິດໃຈ​ຂອງເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າໂສກ​ໜັກ ແລະ​ມີ​ຄວາມ​ເຈັບປວດ​ໃນ​ຫົວໃຈ​ຢ່າງ​ບໍ່​ສິ້ນສຸດ

3 ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.

4 ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.

5 ພວກເຂົາ​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ພວກ​ບັນພະບຸລຸດ​ຄົນ​ສຳຄັນ ແລະ​ພຣະຄຣິດ​ກໍໄດ້​ບັງເກີດ​ເປັນ​ມະນຸດ​ໃນ​ເຊື້ອຊາດ​ຂອງ​ພວກເຂົາ ຂໍ​ໃຫ້​ພຣະເຈົ້າ​ຜູ້ປົກຄອງ​ເໜືອ​ສິ່ງສາລະພັດ ຈົ່ງ​ໄດ້​ຮັບ​ຄຳ​ຍ້ອງຍໍ​ສັນລະເສີນ​ເປັນນິດ​ເທີ້ນ ອາແມນ.

6 ແຕ່​ບໍ່ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ຫລົ້ມເຫລວ​ໄປ ເພາະວ່າ​ເຂົາ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ອິດສະຣາເອນ​ນັ້ນ ກໍ​ບໍ່ແມ່ນ​ວ່າ​ເປັນ​ອິດສະຣາເອນ​ແທ້​ທຸກຄົນ.

7 ແລະ​ບໍ່ແມ່ນ​ທຸກຄົນ​ທີ່​ເກີດ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ ເປັນ​ເຊື້ອສາຍ​ແທ້​ຂອງ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ແມ່ນ​ໂດຍ​ທາງ​ອີຊາກ ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຕາມ​ທີ່​ເຮົາ​ໄດ້​ສັນຍາ.”

8 ນີ້​ໝາຍຄວາມວ່າ ລູກ​ທີ່​ເກີດ​ຕາມ​ທຳມະຊາດ ບໍ່​ເປັນ​ລູກ​ຂອງ​ພຣະເຈົ້າ, ແຕ່​ແມ່ນ​ລູກ​ທີ່​ເກີດ​ຕາມ​ພຣະສັນຍາ​ຂອງ​ພຣະເຈົ້າ ຈຶ່ງ​ຖື​ວ່າ​ເປັນ​ເຊື້ອສາຍ​ແທ້.

9 ເພາະ​ພຣະເຈົ້າ​ຊົງ​ສັນຍາ​ໄວ້​ ດັ່ງນີ້​ວ່າ, “ເມື່ອ​ເຖິງ​ເວລາ​ກຳນົດ ເຮົາ​ຈະ​ກັບຄືນ​ມາ ແລະ​ນາງ​ຊາຣາ​ກໍ​ຈະ​ມີ​ລູກຊາຍ.”

10 ບໍ່ແມ່ນແຕ່​ເທົ່ານັ້ນ, ດ້ວຍວ່າ​ລູກຊາຍ​ສອງ​ຄົນ​ໃນ​ທ້ອງ​ຂອງ​ນາງ​ເຣເບກາ ກໍ​ມີ​ພໍ່​ຄົນ​ດຽວກັນ ຄື​ອີຊາກ​ບັນພະບຸລຸດ​ຂອງ​ພວກເຮົາ.

11-12 ແລະ ເພື່ອ​ພຣະ​ປະສົງ​ໃນ​ການ​ຊົງ​ເລືອກ​ຜູ້ໜຶ່ງ​ໄວ້​ນັ້ນ​ຈະ​ຕັ້ງໝັ້ນ​ຢູ່ ພຣະອົງ​ຈຶ່ງ​ຊົງ​ກ່າວ​ແກ່​ນາງ​ວ່າ, “ອ້າຍ​ຈະ​ຮັບໃຊ້​ນ້ອງ” ພຣະອົງ​ຊົງ​ກ່າວ​ໄວ້​ດັ່ງນັ້ນ ເມື່ອ​ລູກ​ທັງສອງ​ນັ້ນ​ຍັງ​ບໍ່​ທັນ​ເກີດ​ມາ ທັງ​ບໍ່ໄດ້​ເຮັດ​ການ​ດີ ຫລື​ຊົ່ວ, ເພື່ອ​ການ​ຊົງ​ເລືອກ​ນັ້ນ ບໍ່ໄດ້​ເປັນ​ໄປ​ຕາມ​ການ​ປະຕິບັດ, ແຕ່​ເປັນ​ໄປ​ຕາມ​ທີ່​ພຣະອົງ​ຊົງ​ເອີ້ນ.

13 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເຮົາ​ໄດ້​ຮັກ​ຢາໂຄບ ແຕ່​ເຮົາ​ກຽດຊັງ​ເອຊາວ.”

14 ແລ້ວ​ພວກເຮົາ​ເດ ຈະ​ວ່າ​ພຣະເຈົ້າ​ບໍ່​ຍຸດຕິທຳ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ

15 ເພາະ​ພຣະອົງ​ກ່າວ​ແກ່​ໂມເຊ​ວ່າ ເຮົາ​ຢາກ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້ນັ້ນ ເຮົາ​ຢາກ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້ນັ້ນ.

16 ດັ່ງນັ້ນ ຈຶ່ງ​ຈະ​ບໍ່​ຂຶ້ນ​ຢູ່​ກັບ​ຄວາມ​ຕັ້ງໃຈ​ຂອງ​ຄົນ​ເຮົາ ຫລື​ການ​ກະທຳ, ແຕ່​ຂຶ້ນ​ຢູ່​ກັບ​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ​ເທົ່ານັ້ນ.

17 ເພາະ​ພຣະຄຳພີ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, “ເຮົາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເປັນ​ກະສັດ ເພື່ອ​ໃຊ້​ເຈົ້າ​ໃຫ້​ສຳແດງ​ຣິດອຳນາດ​ຂອງເຮົາ ແລະ​ເພື່ອ​ນາມ​ຂອງເຮົາ​ຈະ​ປະກາດ​ແຜ່​ອອກ​ໄປ​ທົ່ວ​ໂລກ.”

18 ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.


ພຣະເຈົ້າ​ກ່າວໂທດ ແລະ​ໃຫ້​ຄວາມ​ເມດຕາ

19 ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”

20 ແຕ່​ມະນຸດ​ເອີຍ, ເຈົ້າ​ເປັນ​ຜູ້ໃດ ຈຶ່ງ​ກ້າ​ກ່າວ​ໂຕ້​ຕອບ​ພຣະເຈົ້າ​ໄດ້? ສິ່ງ​ທີ່​ຖືກ​ປັ້ນ​ຈະ​ກ່າວ​ແກ່​ຜູ້​ປັ້ນ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ປັ້ນ​ຂ້ອຍ​ມາ​ແບບ​ນີ້?”

21 ຕາມ​ທີ່​ຈິງ​ແລ້ວ ຊ່າງ​ປັ້ນໝໍ້​ມີ​ສິດ​ໃຊ້​ດິນໜຽວ​ຈາກ​ກ້ອນ​ດຽວກັນ​ມາ​ປັ້ນ​ເປັນ​ເຄື່ອງໃຊ້ ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ພິເສດ ແລະ​ອີກ​ອັນ​ໜຶ່ງ​ສຳລັບ​ໃຊ້​ໃນ​ງານ​ທຳມະດາ.

22 ດັ່ງນັ້ນ ພຣະອົງ​ຢາກ​ສຳແດງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຣິດເດດ​ອຳນາດ​ຂອງ​ພຣະອົງ​ເປັນ​ທີ່​ປາກົດ, ພຣະອົງ​ຈຶ່ງ​ຊົງ​ອົດກັ້ນ​ໄວ້​ດົນນານ​ຕໍ່​ພວກ​ເຫຼົ່ານັ້ນ ທີ່​ເປັນ​ພາຊະນະ​ອັນ​ສົມຄວນ​ແກ່​ຄວາມ​ໂກດຮ້າຍ ຄື​ຜູ້​ທີ່​ຈັດຕຽມ​ໄວ້​ສຳລັບ​ຄວາມ​ຈິບຫາຍ.

23 ແລະ​ເພື່ອ​ສຳແດງ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ ແກ່​ບັນດາ​ຜູ້​ທີ່​ເປັນ​ພາຊະນະ​ແຫ່ງ​ຄວາມ​ເມດຕາ ຄື​ຄົນ​ເຫຼົ່ານັ້ນ ທີ່​ພຣະອົງ​ໄດ້​ຊົງ​ຈັດຕຽມ​ໄວ້​ກ່ອນ ເພື່ອ​ຮັບ​ສະຫງ່າຣາສີ​ນັ້ນ.

24 ລວມ​ທັງ​ພວກເຮົາ​ທີ່​ເປັນ​ໄພ່ພົນ ທີ່​ພຣະອົງ​ຊົງ​ເອີ້ນ​ເອົາ​ນັ້ນ ບໍ່ແມ່ນ​ຈາກ​ຄົນ​ຢິວ​ເທົ່ານັ້ນ ແຕ່​ຈາກ​ຄົນຕ່າງຊາດ​ດ້ວຍ.

25 ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ ‘ເປັນ​ພົນລະເມືອງ​ຂອງເຮົາ.’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ ພົນລະເມືອງ​ຂອງເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”

26 ແລະ “ໃນ​ບ່ອນ​ທີ່​ຊົງ​ກ່າວ​ວ່າ ‘ເຈົ້າ​ທັງຫລາຍ​ບໍ່ແມ່ນ​ ພົນລະເມືອງ​ຂອງເຮົາ’ ແລະ​ໃນ​ບ່ອນ​ນັ້ນ​ແຫຼະ ພວກເຂົາ​ຈະ​ໄດ້​ຊື່​ວ່າ, ‘ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່.”’

27 ເອຊາຢາ​ປະກາດ​ກ່ຽວກັບ​ຊາດ​ອິດສະຣາເອນ​ວ່າ, “ເຖິງ​ແມ່ນ​ລູກ​ຂອງ​ຊາວ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ທີ່​ແຄມ​ທະເລ ແຕ່​ມີ​ໜ້ອຍ​ຄົນ​ຈະ​ໄດ້​ພົ້ນ,

28 ດ້ວຍວ່າ, ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ດຳເນີນ​ການ​ເທິງ​ແຜ່ນດິນ​ໂລກ​ນີ້ ຕາມ​ການ​ຕັດສິນ​ຂອງ​ພຣະອົງ ໂດຍ​ໄວ​ແລະ​ຢ່າງ​ຄົບຖ້ວນ.”

29 ຕາມ​ທີ່​ເອຊາຢາ​ໄດ້​ທຳນວາຍ​ໄວ້​ລ່ວງໜ້າ​ວ່າ, “ຖ້າ​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງ​ເປັນ​ຈອມພົນ ບໍ່ໄດ້​ຊົງ​ໂຜດ​ໃຫ້​ພວກເຮົາ​ມີ​ເຊື້ອສາຍ​ເຫຼືອ​ຢູ່ ພວກເຮົາ​ກໍ​ຕ້ອງ​ໄດ້​ກາຍເປັນ​ດັ່ງ​ເມືອງ​ໂຊໂດມ ແລະ ໂກໂມຣາ.”


ຊົນຊາດ​ອິດສະຣາເອນ ແລະ​ຂ່າວປະເສີດ

30 ຖ້າ​ເປັນ​ດັ່ງນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ຄົນຕ່າງຊາດ​ຜູ້​ທີ່​ບໍ່​ດິ້ນລົນ​ຫາ​ຄວາມ​ຊອບທຳ​ໃຫ້​ຕົນເອງ ກໍ​ຍັງ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະເຈົ້າ ຄື​ຄວາມ​ຊອບທຳ​ໂດຍ​ທາງ​ຄວາມເຊື່ອ,

31 ແຕ່​ພວກ​ອິດສະຣາເອນ​ທີ່​ໄດ້​ດິ້ນລົນ​ຫາ​ຄວາມ​ຊອບທຳ​ຕາມ​ກົດບັນຍັດ ກໍ​ບໍ່ໄດ້​ບັນລຸ​ເປົ້າໝາຍ​ຂອງຕົນ​ຕາມ​ກົດບັນຍັດ​ນັ້ນ.

32 ເປັນ​ເພາະ​ເຫດ​ໃດ? ເພາະ​ຍ້ອນ​ວ່າ ພວກເຂົາ​ບໍ່ໄດ້​ດິ້ນລົນ​ດ້ວຍ​ຄວາມເຊື່ອ, ແຕ່​ໄດ້​ຊອກຫາ​ດ້ວຍ​ການ​ປະຕິບັດ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ຕຳ​ສະດຸດ​ກ້ອນຫີນ ທີ່​ໃຫ້​ສະດຸດ​ນັ້ນ

33 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ນີ້​ແຫຼະ ເຮົາ​ໄດ້​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ ເປັນ​ຫີນ​ກ້ອນ​ທີ່​ໃຫ້​ຄົນ​ຕຳ​ສະດຸດ ຄື​ກ້ອນຫີນ​ທີ່​ໃຫ້​ຄົນ​ລົ້ມ​ລົງ ແຕ່​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ​ຈັກເທື່ອ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan