Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 8 - ພຣະຄຳພີສັກສິ


ຊີວິດ​ຝ່າຍ​ພຣະວິນຍານ

1 ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.

2 ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.

3 ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.

4 ພຣະເຈົ້າ​ໄດ້​ເຮັດ​ຢ່າງ​ນີ້ ເພື່ອ​ໃຫ້​ຂໍ້ຄຳສັ່ງ​ອັນ​ຍຸດຕິທຳ​ຂອງ​ກົດບັນຍັດ​ນັ້ນ​ສຳເລັດ​ຢ່າງ​ບໍຣິບູນ​ໃນ​ພວກເຮົາ ຜູ້​ທີ່​ບໍ່​ດຳເນີນ​ຕາມ​ເນື້ອໜັງ ແຕ່​ຕາມ​ພຣະວິນຍານ.

5 ຄົນ​ທີ່​ດຳເນີນ​ຊີວິດ​ຝ່າຍ​ເນື້ອໜັງ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ເນື້ອໜັງ ຄົນ​ທີ່​ດຳເນີນ​ຊີວິດ​ຕາມ​ພຣະວິນຍານ ກໍ​ໃສ່​ໃຈ​ໃນ​ສິ່ງ​ທີ່​ເປັນ​ຝ່າຍ​ພຣະວິນຍານ.

6 ດ້ວຍວ່າ, ການ​ເອົາໃຈໃສ່​ຢູ່​ກັບ​ຝ່າຍ​ເນື້ອໜັງ ກໍ​ຄື​ຄວາມ​ຕາຍ ແລະ​ການ​ໃສ່​ໃຈ​ກັບ​ຝ່າຍ​ພຣະວິນຍານ​ນັ້ນ ກໍ​ຄື​ຊີວິດ​ແລະ​ສັນຕິສຸກ.

7 ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້

8 ແລະ​ຄົນ​ທັງຫລາຍ​ທີ່​ຢູ່​ຝ່າຍ​ເນື້ອໜັງ ຈະ​ເປັນ​ທີ່​ພໍພຣະໄທ​ຂອງ​ພຣະເຈົ້າ​ກໍ​ບໍ່ໄດ້.

9 ແຕ່​ຖ້າ​ແມ່ນ​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ໃນ​ເຈົ້າ​ທັງຫລາຍ​ຢ່າງ​ແທ້ຈິງ​ແລ້ວ ພວກເຈົ້າ​ກໍ​ບໍ່​ຢູ່​ຝ່າຍ​ເນື້ອໜັງ ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ​ຖ້າ​ຜູ້ໃດ​ບໍ່ມີ​ພຣະວິນຍານ​ຂອງ​ພຣະຄຣິດ​ແລ້ວ ຜູ້ນັ້ນ​ກໍ​ບໍ່​ເປັນ​ຂອງ​ພຣະອົງ.

10 ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັງຫລາຍ​ແລ້ວ, ເຖິງ​ແມ່ນ​ວ່າ​ເນື້ອຕົວ​ຂອງ​ພວກເຈົ້າ​ຕາຍ​ແລ້ວ ເພາະ​ຄວາມ​ຜິດບາບ ແຕ່​ວິນຍານ​ຈິດ​ຂອງ​ພວກເຈົ້າ ກໍ​ມີ​ຊີວິດ​ຢູ່​ເພາະ​ຄວາມ​ຊອບທຳ.

11 ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.

12 ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຮົາ​ໄດ້​ເປັນ​ໜີ້, ແຕ່​ບໍ່ແມ່ນ​ເປັນ​ໜີ້​ໃນ​ທາງ​ເນື້ອກາຍ ຊຶ່ງ​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ.

13 ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່.

14 ເພາະ​ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ນຳພາ​ຜູ້ໃດ ຜູ້ນັ້ນ​ແຫຼະ​ເປັນ​ບຸດ​ຂອງ​ພຣະເຈົ້າ.

15 ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.

16 ພຣະວິນຍານ​ຂອງ​ພຣະເຈົ້າ​ຮ່ວມ​ເປັນ​ພະຍານ​ກັບ​ວິນຍານ​ຂອງ​ພວກເຮົາ​ປະກາດ​ວ່າ ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ.

17 ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ສະຫງ່າຣາສີ​ທີ່​ຈະ​ມີ​ໃນ​ພາຍໜ້າ

18 ເຮົາ​ເຫັນ​ວ່າ​ຄວາມ​ທຸກ​ລຳບາກ​ຂອງ​ພວກເຮົາ​ໃນ​ເວລາ​ປະຈຸບັນ​ນີ້ ບໍ່​ອາດ​ທຽບ​ໃສ່​ກັບ​ສະຫງ່າຣາສີ ທີ່​ຈະ​ຖືກ​ເປີດເຜີຍ​ແກ່​ພວກເຮົາ​ໃນ​ພາຍໜ້າ​ໄດ້.

19 ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.

20 ເພາະວ່າ​ສັບພະສິ່ງ​ເຫຼົ່ານັ້ນ ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ອະນິຈັງ ບໍ່ແມ່ນ​ຕາມ​ໃຈ​ມັກ​ຂອງ​ມັນເອງ, ແຕ່​ແມ່ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ມັນ​ຕົກ​ຢູ່​ນັ້ນ, ໂດຍ​ມີ​ຄວາມ​ຫວັງໃຈ​ວ່າ

21 ໃນ​ມື້​ໜຶ່ງ ສັບພະສິ່ງ​ທີ່​ຊົງ​ສ້າງ​ນັ້ນ ຈະ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ອຳນາດ​ຂອງ​ຄວາມ​ເສື່ອມສູນ ແລະ​ຈະ​ໄດ້​ມີ​ສ່ວນ​ໃນ​ອິດສະຫລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພຣະເຈົ້າ.

22 ເພາະ​ພວກເຮົາ​ຮູ້​ຢູ່​ວ່າ ທຸກສິ່ງ​ທີ່​ພຣະອົງ​ໄດ້​ເນຣະມິດ​ສ້າງ​ນັ້ນ ກໍ​ໂອ່ຍຄາງ​ດ້ວຍ​ຄວາມ​ເຈັບປວດ​ຈົນ​ເທົ່າທຸກ​ວັນນີ້.

23 ແລະ​ບໍ່​ພຽງແຕ່​ການ​ເນຣະມິດ​ສ້າງ​ເທົ່ານັ້ນ​ທີ່​ໂອ່ຍຄາງ, ແຕ່​ພວກເຮົາ​ຜູ້​ທີ່​ໄດ້​ຮັບ​ພຣະວິນຍານ​ເປັນ​ຜົນ​ທຳອິດ ຕົວ​ເຮົາ​ເອງ​ກໍ​ເໝືອນກັນ​ຍັງ​ໂອ່ຍຄາງ​ຄອງຄອຍ​ຖ້າ​ໃນ​ການ​ທີ່​ພຣະເຈົ້າ​ຊົງ​ຮັບ​ເປັນ​ບຸດ ຄື​ທີ່​ຈະ​ຊົງ​ໃຫ້​ເນື້ອກາຍ​ຂອງ​ພວກເຮົາ​ພົ້ນ​ຈາກ​ຕາຍ.

24 ເຫດ​ວ່າ ເຮົາ​ທັງຫລາຍ​ໄດ້​ພົ້ນ​ນັ້ນ ກໍ​ເພາະ​ດ້ວຍ​ຄວາມຫວັງ​ນີ້, ແຕ່​ຄວາມຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ ສິ່ງ​ນັ້ນ​ກໍ​ບໍ່​ເປັນ​ຄວາມຫວັງ​ອັນ​ແທ້ຈິງ. ດ້ວຍວ່າ, ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຢູ່​ແລ້ວ.

25 ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ບໍ່​ເຫັນ ພວກເຮົາ​ກໍ​ຄອງຄອຍ​ຖ້າ​ສິ່ງ​ນັ້ນ​ດ້ວຍ​ໃຈ​ອົດທົນ.

26 ທຳນອງ​ດຽວກັນ​ນັ້ນ​ແຫຼະ ພຣະວິນຍານ​ກໍ​ຊ່ວຍຊູ​ພວກເຮົາ​ເມື່ອ​ພວກເຮົາ​ອ່ອນ​ກຳລັງ, ເພາະ​ພວກເຮົາ​ບໍ່​ຮູ້​ວ່າ ພວກເຮົາ​ຄວນ​ຈະ​ພາວັນນາ​ອະທິຖານ​ຂໍ​ຢ່າງ​ໃດ, ແຕ່​ອົງ​ພຣະວິນຍານ​ນັ້ນ​ເອງ ວິງວອນ​ຂໍ​ກັບ​ພຣະເຈົ້າ​ແທນ​ພວກເຮົາ ດ້ວຍ​ຄຳ​ໂອ່ຍຄາງ​ທີ່​ຫາ​ຄຳ​ອະທິບາຍ​ບໍ່ໄດ້.

27 ຝ່າຍ​ພຣະເຈົ້າ​ຜູ້​ທີ່​ສອດສ່ອງ​ຮູ້ເຫັນ​ຈິດໃຈ​ຂອງ​ພວກເຮົາ ກໍ​ຮູ້​ຄວາມ​ນຶກຄິດ​ຂອງ​ພຣະວິນຍານ, ເພາະ​ພຣະວິນຍານ​ຊົງ​ວິງວອນ​ຂໍ​ກັບ​ພຣະເຈົ້າ ສຳລັບ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ ຕາມ​ນໍ້າພຣະໄທ​ພຣະອົງ.

28 ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.

29 ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.

30 ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.


ຄວາມຮັກ​ຂອງ​ພຣະເຈົ້າ​ໃນ​ພຣະເຢຊູເຈົ້າ

31 ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?

32 ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?

33 ຜູ້ໃດ​ຈະ​ຟ້ອງ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ແລ້ວ? ພຣະເຈົ້າ​ເອງ​ໄດ້​ປະກາດ​ວ່າ ພວກເຂົາ​ບໍ່ມີ​ຄວາມຜິດ

34 ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ

35 ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ

36 ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ ຈຶ່ງ​ຖືກ​ຂ້າ​ໝົດ​ມື້​ຈົນ​ຄໍ່າ ແລະ​ຖື​ວ່າ​ເປັນ​ດັ່ງ​ໂຕ​ແກະ ສຳລັບ​ເອົາ​ໄວ້​ຂ້າ.”

37 ແຕ່​ໃນ​ເຫດການ​ທັງປວງ​ເຫຼົ່ານີ້ ພວກເຮົາ​ກໍ​ມີ​ໄຊຊະນະ​ຢ່າງ​ເຫລືອລົ້ນ ໂດຍ​ທາງ​ພຣະອົງ​ຜູ້​ຊົງ​ຮັກ​ພວກເຮົາ​ທັງຫລາຍ​ນັ້ນ.

38 ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່ມີ​ສິ່ງໃດ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະອົງ​ໄດ້ ຄວາມ​ຕາຍ​ຫລື​ຊີວິດ​ກໍດີ, ເທວະດາ​ຫລື​ຜູ້ຄອບຄອງ​ກໍດີ, ຫລື​ສິ່ງ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ຫລື​ສິ່ງ​ທີ່​ຈະ​ມີ​ມາ​ໃນ​ອະນາຄົດ​ກໍດີ ຫລື​ຣິດເດດ​ທັງຫລາຍ,

39 ຄວາມ​ສູງ​ຫລື​ຄວາມ​ເລິກ​ກໍດີ ຫລື​ສິ່ງ​ອື່ນ​ໃດ​ຊົງ​ສ້າງ​ແລ້ວ​ນັ້ນ​ກໍດີ ຈະ​ບໍ່​ສາມາດ​ແຍກ​ພວກເຮົາ​ອອກ​ຈາກ​ຄວາມຮັກ​ຂອງ​ພຣະເຈົ້າ ຊຶ່ງ​ມີ​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan