ໂຣມ 6 - ພຣະຄຳພີສັກສິການຕາຍຕໍ່ຄວາມຜິດບາບແຕ່ມີຊີວິດຢູ່ໃນພຣະຄຣິດ 1 ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາຄວນສືບຕໍ່ເຮັດບາບ ເພື່ອໃຫ້ພຣະຄຸນຂອງພຣະເຈົ້າມີຫລາຍຂຶ້ນຕື່ມຊັ້ນບໍ? 2 ບໍ່ເປັນຢ່າງນັ້ນດອກ ພວກເຮົາຜູ້ຕາຍຕໍ່ບາບກຳນັ້ນແລ້ວ ຈະສືບຕໍ່ດຳເນີນຊີວິດແບບນັ້ນໄດ້ຢ່າງໃດ? 3 ພວກເຈົ້າບໍ່ຮູ້ບໍວ່າ ເມື່ອພວກເຮົາທຸກຄົນໄດ້ຮັບບັບຕິສະມາຮ່ວມເຂົ້າໃນພຣະເຢຊູຄຣິດເຈົ້ານັ້ນ ພວກເຮົາກໍໄດ້ຮັບບັບຕິສະມາຮ່ວມເຂົ້າໃນຄວາມຕາຍຂອງພຣະອົງດ້ວຍ. 4 ເຫດສະນັ້ນ ພວກເຮົາຈຶ່ງໄດ້ຖືກຝັງໄວ້ກັບພຣະອົງ ດ້ວຍການຮັບບັບຕິສະມາແລ້ວ ເພື່ອໃຫ້ເຮົາເຂົ້າໃນຄວາມຕາຍຂອງພຣະອົງ ເໝືອນດັ່ງພຣະຄຣິດໄດ້ຖືກຊົງບັນດານໃຫ້ຟື້ນຄືນມາຈາກຕາຍ ໂດຍສະຫງ່າຣາສີຂອງພຣະບິດາເຈົ້າແລ້ວສັນໃດ ພວກເຮົາກໍຈະໄດ້ດຳເນີນຕາມຊີວິດໃໝ່ເໝືອນກັນສັນນັ້ນ. 5 ເພາະວ່າ ຖ້າພວກເຮົາເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງແລ້ວ ໃນຄວາມຕາຍຢ່າງພຣະອົງສັນໃດ ພວກເຮົາກໍຈະເຂົ້າເປັນອັນໜຶ່ງອັນດຽວກັບພຣະອົງ ໃນການຟື້ນຄືນມາຈາກຕາຍຢ່າງພຣະອົງສັນນັ້ນ. 6 ພວກເຮົາຮູ້ສິ່ງນີ້ແລ້ວວ່າ ຊີວິດເກົ່າຂອງພວກເຮົານັ້ນ ໄດ້ຖືກຄຶງໄວ້ກັບພຣະອົງແລ້ວ ແລະຊີວິດເກົ່າຊຶ່ງເປັນທີ່ຢູ່ຂອງບາບກຳນັ້ນ ຈະຖືກທຳລາຍເສຍ ແລະພວກເຮົາກໍຈະບໍ່ໄດ້ເປັນທາດຂອງຄວາມບາບອີກຕໍ່ໄປ. 7 ດ້ວຍວ່າ, ຜູ້ທີ່ຕາຍໄປແລ້ວ ກໍພົ້ນຈາກອຳນາດຂອງຄວາມບາບ. 8 ແຕ່ຖ້າຜູ້ໃດ ໄດ້ຕາຍກັບພຣະຄຣິດແລ້ວ ພວກເຮົາກໍເຊື່ອວ່າຜູ້ນັ້ນຈະມີຊີວິດຢູ່ດ້ວຍກັນກັບພຣະອົງ. 9 ເພາະພວກເຮົາຮູ້ວ່າ ພຣະຄຣິດຜູ້ທີ່ຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍນັ້ນ ຈະບໍ່ຕາຍອີກຈັກເທື່ອ ຄືຄວາມຕາຍບໍ່ມີອຳນາດເໜືອພຣະອົງອີກຕໍ່ໄປ. 10 ໃນຄວາມຕາຍນັ້ນ ພຣະອົງໄດ້ຕາຍຕໍ່ບາບກຳຄັ້ງດຽວເປັນການສິ້ນສຸດ, ແຕ່ໃນການທີ່ພຣະອົງມີຊີວິດຢູ່ໃນເວລານີ້ນັ້ນ ພຣະອົງກໍມີຊີວິດຢູ່ເພື່ອພຣະເຈົ້າ. 11 ຢ່າງດຽວກັນນັ້ນແຫຼະ ພວກເຈົ້າຈົ່ງຖືວ່າພວກເຈົ້າໄດ້ຕາຍຕໍ່ຄວາມບາບແລ້ວ ແຕ່ມີຊີວິດຢູ່ເພື່ອພຣະເຈົ້າໃນພຣະເຢຊູຄຣິດເຈົ້າ. 12 ເຫດສະນັ້ນ ຢ່າໃຫ້ຄວາມຜິດບາບໄດ້ປົກຄອງຮ່າງກາຍທີ່ຕ້ອງຕາຍຂອງພວກເຈົ້າອີກຕໍ່ໄປ ຊຶ່ງເຮັດໃຫ້ຕ້ອງເຊື່ອຟັງຕາມຕັນຫາຂອງກາຍນັ້ນ. 13 ຢ່າມອບອະໄວຍະວະຂອງພວກເຈົ້າໃຫ້ແກ່ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ໃນການຊົ່ວຮ້າຍ, ແຕ່ຈົ່ງມອບຕົວຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະຈົ່ງມອບອະໄວຍະວະທຸກພາກສ່ວນຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທຳຕໍ່ໄປ. 14 ດ້ວຍວ່າ, ການບາບຈະບໍ່ຄອບງຳພວກເຈົ້າອີກຕໍ່ໄປ ເພາະວ່າພວກເຈົ້າບໍ່ໄດ້ຢູ່ໃຕ້ກົດບັນຍັດ, ແຕ່ຢູ່ໃຕ້ພຣະຄຸນຂອງພຣະເຈົ້າ. ຂ້າທາດຂອງຄວາມຊອບທຳ 15 ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ພວກເຮົາຈະເຮັດບາບ ເພາະບໍ່ໄດ້ຢູ່ໃຕ້ກົດບັນຍັດ ແຕ່ຢູ່ໃຕ້ພຣະຄຸນຂອງພຣະເຈົ້າຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ 16 ແນ່ນອນພວກເຈົ້າກໍຮູ້ດີວ່າ ເມື່ອພວກເຈົ້າຍອມເປັນທາດເຊື່ອຟັງຜູ້ໃດ ພວກເຈົ້າກໍເປັນທາດຂອງນາຍທີ່ພວກເຈົ້າເຊື່ອຟັງນັ້ນ ຄືເປັນທາດຂອງບາບກຳທີ່ນຳໄປສູ່ຄວາມຕາຍ ຫລືເປັນທາດຂອງຄວາມເຊື່ອຟັງ ຊຶ່ງນຳໄປສູ່ການເປັນຄົນຊອບທຳ. 17 ແຕ່ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າ ເພາະເມື່ອກ່ອນພວກເຈົ້າໄດ້ເປັນທາດຂອງຄວາມບາບ, ແຕ່ບັດນີ້ພວກເຈົ້າໄດ້ເຊື່ອຟັງຫລັກຄຳສອນນັ້ນ ຊຶ່ງຊົງໃຫ້ຄອບຄອງພວກເຈົ້າ. 18 ເມື່ອພວກເຈົ້າໄດ້ຖືກຊົງໂຜດໃຫ້ພົ້ນຈາກຄວາມບາບແລ້ວ ພວກເຈົ້າໄດ້ກາຍມາເປັນຂ້າທາດຂອງຄວາມຊອບທຳ. 19 ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ. 20 ເມື່ອພວກເຈົ້າເປັນທາດຂອງຄວາມບາບຢູ່ນັ້ນ ຄວາມຊອບທຳກໍບໍ່ໄດ້ຄຸ້ມຄອງພວກເຈົ້າ. 21 ດັ່ງນັ້ນ ພວກເຈົ້າໄດ້ຮັບປະໂຫຍດຫຍັງ ຈາກການກະທຳອັນອັບອາຍທີ່ພວກເຈົ້າເຮັດຢູ່ໃນເວລານີ້? ເພາະຜົນຂອງການເຮັດຢ່າງນັ້ນ ກໍຄືຄວາມຕາຍ. 22 ແຕ່ບັດນີ້ ພວກເຈົ້າໄດ້ເປັນອິດສະຫລະຈາກຄວາມບາບແລ້ວ ແລະໄດ້ກັບມາເປັນທາດຂອງພຣະເຈົ້າແລ້ວ ຜົນຕອບແທນຂອງພວກເຈົ້າ ຄືການຖືກຊຳລະໃຫ້ບໍຣິສຸດ ແລະຜົນສຸດທ້າຍກໍຄືຊີວິດນິຣັນດອນ. 23 ດ້ວຍວ່າ, ຄ່າຈ້າງຂອງຄວາມຜິດບາບກໍຄືຄວາມຕາຍ ແຕ່ຂອງພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ. |
@ 2012 United Bible Societies. All Rights Reserved.