ໂຣມ 4 - ພຣະຄຳພີສັກສິອັບຣາຮາມເປັນແບບຢ່າງ 1 ຖ້າຢ່າງນັ້ນ ພວກເຮົາຈະວ່າຢ່າງໃດ ເຖິງເລື່ອງອັບຣາຮາມບັນພະບຸລຸດຂອງພວກເຮົາຕາມສາຍເລືອດ? 2 ຖ້າພຣະເຈົ້າຊົງໃຫ້ເພິ່ນເປັນຄົນຊອບທຳຕໍ່ໜ້າພຣະອົງຍ້ອນສິ່ງທີ່ເພິ່ນເຮັດ ເພິ່ນກໍຄົງມີສິ່ງທີ່ອວດອ້າງໄດ້, ແຕ່ຕໍ່ໜ້າພຣະເຈົ້າແລ້ວອັບຣາຮາມບໍ່ສາມາດອວດອ້າງໄດ້. 3 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ອັບຣາຮາມໄດ້ເຊື່ອພຣະເຈົ້າ ແລະ ຍ້ອນຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຖືວ່າ ເພິ່ນເປັນຄົນຊອບທຳ.” 4 ສ່ວນຄົນທີ່ເຮັດການ ກໍບໍ່ຖືວ່າຄ່າຈ້າງທີ່ຕົນໄດ້ຮັບນັ້ນເປັນບຳເໜັດ ແຕ່ຖືວ່າເປັນຄ່າແຮງງານທີ່ຕົນໄດ້ເຮັດ. 5 ສ່ວນຄົນທີ່ບໍ່ໄດ້ອາໄສການປະຕິບັດ ແຕ່ໄດ້ໄວ້ວາງໃຈໃນພຣະອົງ ຜູ້ຊົງໂຜດຄົນບາບໃຫ້ເປັນຄົນຊອບທຳ ຄວາມເຊື່ອຂອງຄົນນັ້ນ ກໍຖືໄດ້ວ່າເປັນຄົນຊອບທຳ. 6 ກະສັດດາວິດໄດ້ເວົ້າເຖິງຄວາມສຸກຂອງຜູ້ທີ່ພຣະເຈົ້າຮັບວ່າ ເປັນຄົນຊອບທຳໂດຍບໍ່ໄດ້ອາໄສການປະຕິບັດວ່າ, 7 “ຜູ້ຊຶ່ງໄດ້ຮັບການອະໄພແກ່ການລ່ວງລະເມີດຂອງຕົນ ແລະການຜິດບາບຂອງຕົນໄດ້ຊົງໂຜດປົກບັງໄວ້ແລ້ວ ຜູ້ນັ້ນແຫຼະ ກໍເປັນສຸກ 8 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຊົງຖືໂທດ ກໍເປັນສຸກ.” 9 ຖ້າເປັນດັ່ງນັ້ນ, ຄວາມສຸກມີແກ່ຄົນທີ່ໄດ້ຮັບພິທີຕັດແຕ່ພວກດຽວຫລື ຫລືວ່າມີແກ່ຄົນທີ່ບໍ່ໄດ້ຮັບພິທີຕັດດ້ວຍ ເພາະເຮົາກ່າວວ່າ, “ອັບຣາຮາມໄດ້ເຊື່ອພຣະເຈົ້າ ແລະເພາະຄວາມເຊື່ອນັ້ນ ພຣະເຈົ້າຈຶ່ງຊົງຖືວ່າ ເພິ່ນເປັນຄົນຊອບທຳ.” 10 ເລື່ອງນີ້ເກີດຂຶ້ນໃນເວລາໃດ? ກ່ອນຫລືຫລັງທີ່ອັບຣາຮາມໄດ້ຮັບພິທີຕັດ? ເກີດຂຶ້ນກ່ອນ ບໍ່ແມ່ນຫລັງຈາກທີ່ເພິ່ນໄດ້ຮັບພິທີຕັດ. 11 ແລະເພິ່ນໄດ້ຮັບພິທີຕັດນັ້ນ ເປັນໝາຍສຳຄັນ ຄືເປັນກາປະທັບຂອງຄວາມຊອບທຳ ຊຶ່ງເກີດດ້ວຍຄວາມເຊື່ອທີ່ເພິ່ນໄດ້ມີຢູ່ ເມື່ອເພິ່ນຍັງບໍ່ທັນໄດ້ຮັບພິທີຕັດເທື່ອນັ້ນ ເພື່ອເພິ່ນຈະໄດ້ເປັນບິດາຂອງຄົນທັງປວງທີ່ເຊື່ອ ຊຶ່ງພຣະເຈົ້າຊົງຖືວ່າເປັນຄົນຊອບທຳ ເຖິງແມ່ນວ່າຍັງບໍ່ໄດ້ຮັບພິທີຕັດກໍຕາມ. 12 ແລະເພື່ອເພິ່ນຈະເປັນບິດາຂອງຄົນທັງປວງທີ່ຮັບພິທີຕັດ ແລະບໍ່ພຽງແຕ່ຮັບພິທີຕັດເທົ່ານັ້ນ ແຕ່ມີຄວາມເຊື່ອຕາມແບບຂອງອັບຣາຮາມ ບິດາຂອງເຮົາທັງຫລາຍ ຊຶ່ງເພິ່ນມີຄວາມເຊື່ອເມື່ອຍັງບໍ່ທັນໄດ້ຮັບພິທີຕັດນັ້ນ. ດ້ວຍຄວາມເຊື່ອພຣະສັນຍາຈຶ່ງເກີດຜົນ 13 ພຣະເຈົ້າໄດ້ສັນຍາກັບອັບຣາຮາມ ແລະເຊື້ອສາຍຂອງເພິ່ນວ່າ ໂລກນີ້ຈະເປັນຂອງເພິ່ນ ພຣະເຈົ້າໃຫ້ຄຳສັນຍານີ້ ບໍ່ແມ່ນຍ້ອນອັບຣາຮາມຖືຮັກສາກົດບັນຍັດ ແຕ່ຍ້ອນເພິ່ນໄດ້ເຊື່ອ ແລະພຣະເຈົ້າຖືວ່າເພິ່ນເປັນຄົນຊອບທຳ. 14 ຖ້າວ່າຄົນທີ່ຖືຕາມກົດບັນຍັດນັ້ນ ຈະເປັນເຈົ້າຂອງມໍຣະດົກ ແລ້ວຄວາມເຊື່ອກໍບໍ່ມີປະໂຫຍດຫຍັງໝົດ ແລະພຣະສັນຍາກໍບໍ່ມີຄຸນຄ່າເລີຍ. 15 ກົດບັນຍັດເປັນເຫດໃຫ້ພຣະເຈົ້າໂກດຮ້າຍ, ແຕ່ບ່ອນໃດທີ່ບໍ່ມີກົດບັນຍັດ ບ່ອນນັ້ນກໍບໍ່ມີການລ່ວງລະເມີດກົດບັນຍັດ. 16 ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ. 17 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີແລ້ວວ່າ, “ເຮົາໄດ້ຕັ້ງເຈົ້າໃຫ້ເປັນບິດາຂອງຫລາຍຊົນຊາດ” ຕັ້ງໄວ້ຈຳເພາະພຣະພັກພຣະເຈົ້າທີ່ເພິ່ນໄດ້ເຊື່ອນັ້ນ ຄືພຣະເຈົ້າຜູ້ຊົງບັນດານໃຫ້ຄົນທີ່ຕາຍແລ້ວ ມີຊີວິດຄືນມາ ແລະຊົງເອີ້ນສິ່ງຂອງທີ່ບໍ່ມີ ໃຫ້ເກີດມີຂຶ້ນມາ. 18 ຝ່າຍອັບຣາຮາມນັ້ນ ເມື່ອບໍ່ມີຄວາມຫວັງທີ່ໜ້າໄວ້ວາງໃຈແລ້ວ ກໍຍັງເຊື່ອໄວ້ວາງໃຈ ມີຄວາມຫວັງວ່າຈະເປັນ “ບິດາຂອງມວນປະຊາຊາດ” ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ເຊື້ອສາຍຂອງເຈົ້າຈະເປັນຢ່າງນັ້ນ.” 19 ເຖິງແມ່ນວ່າ ອັບຣາຮາມມີອາຍຸສັງຂານປະມານຮ້ອຍປີແລ້ວ, ແຕ່ຄວາມເຊື່ອຂອງເພິ່ນບໍ່ໄດ້ລົດນ້ອຍຖອຍລົງເລີຍ ເມື່ອຄິດເຖິງຮ່າງກາຍຂອງຕົນ ທີ່ປຽບເໝືອນຄືຕາຍແລ້ວ ແລະຄິດເຖິງຊາຣາເມຍຂອງເພິ່ນທີ່ເປັນໝັນ. 20 ເພິ່ນບໍ່ໄດ້ເສຍຄວາມເຊື່ອ ແລະບໍ່ໄດ້ສົງໄສໃນຄຳສັນຍາຂອງພຣະເຈົ້າ, ແຕ່ຄວາມເຊື່ອຂອງເພິ່ນເຂັ້ມແຂງຂຶ້ນ, ເພິ່ນຈຶ່ງໄດ້ຖວາຍກຽດຕິຍົດແກ່ພຣະເຈົ້າ. 21 ເພິ່ນເຊື່ອໝັ້ນວ່າ ພຣະເຈົ້າຊົງຣິດອຳນາດຈະເຮັດໃຫ້ສຳເລັດຕາມພຣະສັນຍາທີ່ມີໄວ້ກັບຕົນ. 22 ດ້ວຍເຫດນີ້ ໂດຍຄວາມເຊື່ອຂອງອັບຣາຮາມ ພຣະເຈົ້າຈຶ່ງ “ຊົງຖືວ່າເພິ່ນເປັນຄົນຊອບທຳ.” 23 ແຕ່ຄຳວ່າ, “ຊົງຖືວ່າເປັນຄົນຊອບທຳ” ບໍ່ໄດ້ຂຽນໄວ້ສຳລັບເພິ່ນຜູ້ດຽວ. 24 ຄຳເຫຼົ່ານີ້ໄດ້ຂຽນໄວ້ສຳລັບເຮົາທັງຫລາຍອີກດ້ວຍ ຊຶ່ງເປັນພວກທີ່ພຣະເຈົ້າຊົງຖືວ່າເປັນຄົນຊອບທຳ ຄືພວກເຮົາທີ່ເຊື່ອໃນພຣະອົງ ອົງທີ່ບັນດານໃຫ້ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນຄືນມາຈາກຕາຍ. 25 ພຣະອົງຜູ້ຊົງຖືກມອບໄວ້ໃຫ້ເຖິງແກ່ຄວາມຕາຍແລ້ວ ເພາະບາບກຳຂອງພວກເຮົາ ແລະພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນຂຶ້ນມາຈາກຄວາມຕາຍ ເພື່ອໃຫ້ພວກເຮົາໄດ້ຊົງຖືວ່າ ເປັນຄົນຊອບທຳຕໍ່ໜ້າພຣະອົງ. |
@ 2012 United Bible Societies. All Rights Reserved.