Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 2 - ພຣະຄຳພີສັກສິ


ພຣະເຈົ້າ​ຊົງ​ພິພາກສາ​ຢ່າງ​ຍຸດຕິທຳ

1 ເຫດສະນັ້ນ ມະນຸດ​ເອີຍ ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້ໃດ​ກໍຕາມ ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ, ເຈົ້າ​ບໍ່ມີ​ຂໍ້​ທີ່​ຈະ​ແກ້​ຕົວ​ໄດ້. ດ້ວຍວ່າ, ເມື່ອ​ເຈົ້າ​ກ່າວໂທດ​ໃສ່​ຜູ້​ອື່ນ ແລະ​ຍັງ​ເຮັດ​ຢ່າງ​ດຽວ​ກັບ​ພວກເຂົາ ເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນເອງ.

2 ພວກເຮົາ​ຮູ້​ຢູ່​ວ່າ ການ​ທີ່​ພຣະເຈົ້າ​ຊົງ​ພິພາກສາ​ລົງໂທດ​ຄົນ​ທັງຫລາຍ​ທີ່​ກະທຳ​ຢ່າງ​ນັ້ນ ກໍ​ຖືກຕ້ອງ​ຢູ່​ແລ້ວ.

3 ແຕ່​ມະນຸດ​ເອີຍ ໃນ​ເມື່ອ​ເຈົ້າ​ຍັງ​ເຮັດ​ສິ່ງ​ນັ້ນ​ຢູ່ ແລະ​ກ່າວໂທດ​ໃສ່​ຜູ້​ອື່ນ ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໜີ​ພົ້ນ​ຈາກ​ການ​ພິພາກສາ​ຂອງ​ພຣະເຈົ້າ​ໄດ້​ຊັ້ນບໍ?

4 ຫລື​ວ່າ ເຈົ້າ​ໝິ່ນປະໝາດ​ພຣະ​ກະລຸນາ​ຄຸນ​ອັນ​ບໍຣິບູນ ແລະ​ຄວາມ​ອົດກັ້ນ​ພຣະໄທ​ກັບ​ຄວາມ​ອົດທົນ​ຂອງ​ພຣະອົງ, ເຈົ້າ​ບໍ່​ຮູ້​ຫລື​ວ່າ ພຣະ​ກະລຸນາ​ຄຸນ​ຂອງ​ພຣະເຈົ້າ​ນັ້ນ ກໍ​ເພື່ອ​ນຳ​ເຈົ້າ​ໃຫ້​ກັບໃຈ​ເສຍ​ໃໝ່.

5 ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.

6 ເພາະ​ພຣະອົງ​ຈະ​ຊົງ​ໂຜດ​ຕອບ​ແທນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ​ທຸກຄົນ.

7 ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.

8 ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.

9 ຄວາມ​ທຸກ​ເວດທະນາ ແລະ​ຄວາມ​ເຈັບປວດ​ຈະ​ເກີດ​ມີ​ແກ່​ມະນຸດ​ທຸກຄົນ​ທີ່​ເຮັດ​ການ​ຊົ່ວ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.

10 ແຕ່​ສະຫງ່າຣາສີ ແລະ​ກຽດຕິຍົດ​ກັບ​ສັນຕິສຸກ​ຈະ​ເກີດ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຄວາມດີ ຄື​ແກ່​ຄົນ​ຢິວ​ກ່ອນ ແລະ​ແກ່​ຄົນຕ່າງຊາດ​ດ້ວຍ.

11 ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ເຫັນ​ແກ່​ໜ້າ​ຜູ້ໃດ​ເລີຍ.

12 ຄົນ​ບາບ​ທັງຫລາຍ​ທີ່​ບໍ່ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ອ້າງ​ກົດບັນຍັດ, ແຕ່​ຄົນ​ບາບ​ທັງຫລາຍ​ທີ່​ມີ​ກົດບັນຍັດ ແລະ​ເຮັດ​ຜິດບາບ ກໍ​ຈະ​ຖືກ​ໂທດ​ຕາມ​ກົດບັນຍັດ​ນັ້ນ.

13 ດ້ວຍວ່າ, ບໍ່ແມ່ນ​ພວກ​ຄົນ​ທີ່​ຟັງ​ກົດບັນຍັດ​ຈະ​ເປັນ​ຜູ້​ຊອບທຳ​ຕໍ່​ພຣະພັກ​ພຣະເຈົ້າ, ແຕ່​ແມ່ນ​ຜູ້​ທີ່​ໄດ້​ເຮັດ​ຕາມ​ກົດບັນຍັດ​ເທົ່ານັ້ນ ທີ່​ຈະ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ.

14 ຄົນຕ່າງຊາດ​ທີ່​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ພວກເຂົາ​ປະຕິບັດ​ຕາມ​ກົດບັນຍັດ ໂດຍ​ນິໄສ​ປົກກະຕິ​ແລ້ວ ເຖິງ​ແມ່ນ​ພວກເຂົາ​ບໍ່ມີ​ກົດບັນຍັດ​ນັ້ນ​ກໍຕາມ, ແຕ່​ກໍ​ຍັງ​ເປັນ​ກົດບັນຍັດ​ໃນ​ຕົວ​ພວກເຂົາ​ເອງ.

15 ການ​ປະພຶດ​ຂອງ​ພວກເຂົາ ໄດ້​ຊີ້​ໃຫ້​ເຫັນ​ວ່າ ສິ່ງ​ທີ່​ກົດບັນຍັດ​ສັ່ງ​ນັ້ນ ກໍ​ຈາລຶກ​ໄວ້​ໃນ​ຫົວ​ໃຈ​ຂອງ​ພວກເຂົາ​ແລ້ວ, ຈິດ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຂົາ ກໍ​ເປັນ​ພະຍານ​ເໝືອນກັນ ແມ່ນ​ຄວາມ​ຄິດ​ຂອງ​ພວກເຂົາ​ນັ້ນ​ແຫຼະ ທີ່​ກ່າວໂທດ​ພວກເຂົາ​ເອງ ຫລື​ອາດ​ຈະ​ແກ້​ຕົວ​ໃຫ້​ພວກເຂົາ.

16 ໃນ​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ໃຫ້​ພຣະເຢຊູ​ຄຣິດເຈົ້າ ພິພາກສາ​ຄວາມ​ເລິກລັບ​ໃນ​ໃຈ​ຂອງ​ມະນຸດ​ທັງຫລາຍ ຕາມ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ຊາວ​ຢິວ ແລະ ກົດບັນຍັດ

17 ແຕ່​ຖ້າ​ເຈົ້າ​ໄດ້​ຊື່​ວ່າ​ເປັນ​ຢິວ ເຈົ້າ​ເພິ່ງ​ອາໄສ​ກົດບັນຍັດ ແລະ​ອວດ​ວ່າ​ມີ​ພຣະເຈົ້າ,

18 ແລະ​ເຈົ້າ​ຮູ້ຈັກ​ນໍ້າພຣະໄທ​ຂອງ​ພຣະອົງ, ທັງ​ເຫັນ​ຊອບ​ໃນ​ສິ່ງ​ປະເສີດ ເພາະ​ເຈົ້າ​ໄດ້​ຮຽນ​ຮູ້​ໃນ​ກົດບັນຍັດ,

19 ແລະ​ຖ້າ​ເຈົ້າ​ໝັ້ນໃຈ​ວ່າ ເຈົ້າ​ເປັນ​ຜູ້ນຳ​ທາງ​ຄົນ​ຕາບອດ, ເປັນ​ຄວາມ​ສະຫວ່າງ​ໃຫ້​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃນ​ຄວາມມືດ,

20 ເປັນ​ຜູ້​ສຶກສາ​ອົບຮົມ​ແກ່​ຄົນໂງ່ຈ້າ ແລະ​ເປັນ​ຄູສອນ​ເດັກນ້ອຍ ເປັນ​ຜູ້​ມີ​ແບບແຜນ​ອັນ​ສົມບູນ​ຂອງ​ຄວາມຮູ້ ແລະ​ຄວາມຈິງ​ໃນ​ກົດບັນຍັດ.

21 ເມື່ອ​ເຈົ້າ​ສອນ​ຄົນອື່ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບໍ່​ສອນ​ຕົນເອງ​ກ່ອນ? ເຈົ້າ​ເທດສະໜາ​ວ່າ, “ຢ່າ​ລັກ” ແຕ່​ເຈົ້າ​ຍັງ​ລັກ​ຢູ່​ຊັ້ນບໍ?

22 ເຈົ້າ​ບອກ​ວ່າ, “ຢ່າ​ຫລິ້ນຊູ້” ແຕ່​ເຈົ້າ​ຍັງ​ຫລິ້ນຊູ້​ຢູ່​ຫລື​ບໍ່? ເຈົ້າ​ກຽດຊັງ​ຮູບ​ເຄົາຣົບ ແຕ່​ເຈົ້າ​ຍັງ​ປຸ້ນ​ວິຫານ​ຢູ່​ຫລື​ບໍ່?

23 ເຈົ້າ​ກ່າວ​ອ້າງ​ເຖິງ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ເຈົ້າ​ເຮັດ​ໃຫ້​ພຣະເຈົ້າ​ເສຍກຽດ ໂດຍ​ຝ່າຝືນ​ກົດບັນຍັດ​ຂອງ​ພຣະອົງ​ຢູ່​ຊັ້ນບໍ?

24 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະນາມ​ຂອງ​ພຣະເຈົ້າ​ຖືກ​ໝິ່ນປະໝາດ​ໃນ​ທ່າມກາງ​ຄົນຕ່າງຊາດ ກໍ​ເພາະ​ເຈົ້າ​ທັງຫລາຍ.”

25 ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.

26 ດັ່ງນັ້ນ ຖ້າ​ຜູ້​ທີ່​ບໍ່ໄດ້​ຮັບ​ພິທີຕັດ ແຕ່​ໄດ້​ປະຕິບັດ​ຕາມ​ກົດບັນຍັດ ແລະ​ການ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ພິທີຕັດ​ນັ້ນ ຈະ​ຖື​ເໝືອນ​ວ່າ​ຜູ້ນັ້ນ​ໄດ້​ຮັບ​ພິທີຕັດ​ແລ້ວ​ບໍ່ແມ່ນ​ບໍ?

27 ເຖິງ​ແມ່ນ​ວ່າ ເຈົ້າ​ທັງຫລາຍ​ມີ​ກົດບັນຍັດ​ທີ່​ຈາລຶກ​ໄວ້ ແລະ​ໄດ້​ຮັບ​ພິທີຕັດ​ແລ້ວ ກໍ​ຍັງ​ລ່ວງ​ລະເມີດ​ຕໍ່​ກົດບັນຍັດ​ນັ້ນ ຝ່າຍ​ຄົນ​ທຳມະດາ​ສາມັນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ, ພວກເຂົາ​ກໍ​ຍັງ​ຖື​ຮັກສາ​ກົດບັນຍັດ​ຢູ່ ພວກເຂົາ​ນັ້ນ​ແຫຼະ ຈະ​ກ່າວໂທດ​ໃສ່​ເຈົ້າ.

28 ເພາະວ່າ​ຄົນ​ຢິວ​ແທ້ ບໍ່ແມ່ນ​ເປັນ​ຢິວ​ແຕ່​ພາຍ​ນອກ ບໍ່ແມ່ນ​ຮັບ​ພິທີຕັດ​ພຽງ​ພາຍນອກ ແລະ​ຝ່າຍ​ເນື້ອກາຍ​ເທົ່ານັ້ນ.

29 ຄົນ​ຢິວ​ແທ້​ຄື​ເປັນ​ຢິວ​ພາຍໃນ ແລະ​ການ​ຮັບ​ພິທີຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດໃຈ ຊຶ່ງ​ເປັນ​ຜົນ​ແຫ່ງ​ພຣະວິນຍານ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ, ຄົນ​ຢ່າງ​ນັ້ນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພຣະເຈົ້າ ບໍ່ແມ່ນ​ຈາກ​ມະນຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan