ໂຣມ 16 - ພຣະຄຳພີສັກສິຄຳທັກທາຍປາໄສສ່ວນບຸກຄົນ 1 ເຮົາຂໍຝາກນ້ອງສາວຂອງເຮົາ ຄືນາງຟອຍເບໄວ້ກັບພວກເຈົ້າ ນາງເປັນຜູ້ບົວລະບັດຮັບໃຊ້ໃນຄຣິສຕະຈັກທີ່ເມືອງເກັນເຂໄອ. 2 ກະລຸນາຮັບນາງໄວ້ໃນນາມຂອງອົງພຣະຜູ້ເປັນເຈົ້າ ເໝືອນດັ່ງທີ່ຄົນຂອງພຣະເຈົ້າຄວນປະຕິບັດແກ່ກັນແລະກັນ ແລະຊ່ວຍເຫລືອນາງໃນທຸກສິ່ງທີ່ນາງຕ້ອງການ ເພາະວ່ານາງເອງໄດ້ຊ່ວຍສົງເຄາະຫລາຍຄົນລວມທັງເຮົາເອງດ້ວຍ. 3 ເຮົາຂໍຝາກຄວາມຄິດເຖິງ ມາຍັງນາງປີຊະກີລາ ແລະ ທ່ານອາກີລາ ເພື່ອນຮ່ວມງານກັບເຮົາໃນພາລະກິດຂອງພຣະເຢຊູຄຣິດເຈົ້າ, 4 ຊຶ່ງໄດ້ສ່ຽງຊີວິດຂອງພວກເພິ່ນປ້ອງກັນຊີວິດຂອງເຮົາ, ບໍ່ແມ່ນແຕ່ເຮົາພຽງຄົນດຽວທີ່ສະແດງຄວາມຂອບໃຈຕໍ່ທ່ານທັງສອງນີ້ ແຕ່ລວມທັງຄຣິສຕະຈັກທຸກແຫ່ງຂອງຄົນຕ່າງຊາດດ້ວຍ. 5 ຂໍຝາກຄວາມຄິດເຖິງ ມາຍັງຄຣິສຕະຈັກທີ່ນະມັດສະການຢູ່ໃນເຮືອນຂອງພວກເພິ່ນເໝືອນກັນ. ເຮົາຂໍຝາກຄວາມຄິດເຖິງ ມາຍັງທ່ານເອປາຍເນດ ເພື່ອນທີ່ຮັກຂອງເຮົາ ເພິ່ນເປັນຄົນທຳອິດໃນແຂວງເອເຊຍທີ່ເຊື່ອໃນພຣະຄຣິດ. 6 ຂໍຝາກຄວາມຄິດເຖິງ ມາຍັງນາງມາຣີ ຜູ້ທີ່ໄດ້ເຮັດວຽກງານຢ່າງໜັກໜ່ວງສຳລັບພວກທ່ານ. 7 ຂໍຝາກຄວາມຄິດເຖິງ ມາຍັງທ່ານອັນດາໂລນິໂກກັບນາງຢູເນຍ ພີ່ນ້ອງຮ່ວມຊາດທີ່ໄດ້ຖືກຂັງຄຸກນຳກັນກັບເຮົາ ທ່ານທັງສອງເປັນຄົນທີ່ມີຊື່ສຽງດີໃນທ່າມກາງພວກອັກຄະສາວົກ ທັງໄດ້ຢູ່ໃນພຣະຄຣິດກ່ອນເຮົາດ້ວຍ. 8 ເຮົາຂໍຝາກຄວາມຄິດເຖິງ ມາຍັງທ່ານອຳເປຍ ເພື່ອນທີ່ຮັກຂອງເຮົາໃນອົງພຣະຜູ້ເປັນເຈົ້າ. 9 ຂໍຝາກຄວາມຄິດເຖິງ ມາຍັງທ່ານອູຣະບານ ຜູ້ຮ່ວມງານໃນພາລະກິດຂອງພຣະຄຣິດກັບພວກເຮົາ ແລະພ້ອມທັງທ່ານຊະຕາຂີ ເພື່ອນທີ່ຮັກຂອງເຮົາ. 10 ຂໍຝາກຄວາມຄິດເຖິງ ມາຍັງທ່ານອະເປເລ ຜູ້ທີ່ຈົງຮັກພັກດີຕໍ່ພຣະຄຣິດ ຂໍຝາກຄວາມຄິດເຖິງ ມາຍັງທຸກຄົນຢູ່ໃນຄອບຄົວຂອງທ່ານອາຣິສະໂຕບູໂລດ້ວຍ. 11 ຂໍຝາກຄວາມຄິດເຖິງ ມາຍັງທ່ານເຮໂຣດີໂອນ ເພື່ອນຮ່ວມຊາດຂອງເຮົາ ແລະພີ່ນ້ອງທີ່ຢູ່ໃນອົງພຣະຜູ້ເປັນເຈົ້າ ຜູ້ທີ່ຢູ່ໃນຄອບຄົວຂອງທ່ານນາຣະກິດ. 12 ເຮົາຂໍຝາກຄວາມຄິດເຖິງ ມາຍັງນາງຕີຝາຍນາ ແລະ ນາງທີໂຟຊາ ທີ່ເຮັດວຽກງານໜັກໃນພາລະກິດຂອງອົງພຣະຜູ້ເປັນເຈົ້າ ແລະຂໍຝາກຄວາມຄິດເຖິງ ມາຍັງນາງເປຊີດາ ເພື່ອນທີ່ຮັກຂອງເຮົາ ຜູ້ໄດ້ເຮັດພາລະກິດອັນໜັກໜ່ວງຫລາຍໃນອົງພຣະຜູ້ເປັນເຈົ້າ. 13 ເຮົາຂໍຝາກຄວາມຄິດເຖິງ ມາຍັງຣູໂຟ ຜູ້ທີ່ເຮັດພາລະກິດຂອງອົງພຣະຜູ້ເປັນເຈົ້າຢ່າງດີເລີດ ພ້ອມທັງແມ່ຂອງເພິ່ນ ຜູ້ເປັນເໝືອນແມ່ຂອງເຮົາເອງດ້ວຍ. 14 ເຮົາຂໍຝາກຄວາມຄິດເຖິງ ມາຍັງທ່ານອາຊິນກຣິດ ຟະເລໂກນ ເຮຣະມີ ປະໂຕບາ ເຮຣະມາ ພ້ອມທັງພີ່ນ້ອງທີ່ເຊື່ອທຸກຄົນທີ່ຢູ່ກັບພວກເພິ່ນ. 15 ຂໍຝາກຄວາມຄິດເຖິງ ມາຍັງທ່ານຟີໂລໂລກ ແລະ ນາງຢູລີອາ ເນເຣ ແລະນ້ອງສາວຂອງເພິ່ນ ພ້ອມທັງທ່ານໂອລິມປາ ແລະໄພ່ພົນບໍຣິສຸດທຸກຄົນທີ່ຢູ່ນຳພວກເພິ່ນ. 16 ຈົ່ງຄຳນັບກັນແລະກັນດ້ວຍທຳນຽມຈູບອັນບໍຣິສຸດ. ບັນດາຄຣິສຕະຈັກຂອງພຣະຄຣິດ ກໍຝາກຄວາມຄິດເຖິງ ມາຍັງເຈົ້າທັງຫລາຍດ້ວຍ. ໂປໂລກ່າວເຕືອນຄັ້ງສຸດທ້າຍ 17 ບັດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຄອຍລະວັງສັງເກດເບິ່ງ ພວກທີ່ສ້າງຄວາມແຕກແຍກ ແລະເຮັດໃຫ້ຄົນອື່ນຫລົງໄປ ຈາກຄຳສອນທີ່ພວກເຈົ້າໄດ້ຮຽນມາແລ້ວ. 18 ດ້ວຍວ່າ, ຄົນທີ່ເຮັດດັ່ງນັ້ນ ພວກເຂົາບໍ່ໄດ້ບົວລະບັດຮັບໃຊ້ອົງພຣະຄຣິດເຈົ້າຂອງພວກເຮົາ, ແຕ່ພວກເຂົາເຫັນແກ່ປາກແກ່ທ້ອງຂອງຕົນເອງ, ພວກເຂົາໄດ້ລໍ້ລວງຄົນຊື່ໃຫ້ຫລົງ ດ້ວຍຄຳເວົ້າອັນອ່ອນຫວານ ແລະຄຳຫລອກລວງ. 19 ເຫດວ່າ ການເຊື່ອຟັງຂອງພວກເຈົ້າໄດ້ຊ່າລືໄປໃນທົ່ວຄົນທັງປວງແລ້ວ ເຮົາຈຶ່ງມີຄວາມຊົມຊື່ນຍິນດີນຳພວກເຈົ້າ ເຮົາຢາກໃຫ້ພວກເຈົ້າສະຫລາດໃນການດີ ແລະໃຫ້ເປັນຄົນໂງ່ໃນການຊົ່ວ. 20 ແລະຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຂອງພວກເຮົາ ຈະປາບມານຊາຕານໃຫ້ໝຸ່ນທະລາຍຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ. 21 ຕີໂມທຽວ ເພື່ອນຮ່ວມງານຂອງເຮົາ ພ້ອມທັງທ່ານລູກີໂອຢາໂຊນ ແລະ ໂຊຊີປາໂທ ເພື່ອນຮ່ວມຊາດຂອງເຮົາ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າດ້ວຍ. 22 ເຮົາຄື ເຕຣະຕຽວ ຜູ້ຂຽນຈົດໝາຍສະບັບນີ້ ຂໍຝາກຄວາມຄິດເຖິງ ມາຍັງພວກເຈົ້າ ໃນອົງພຣະຜູ້ເປັນເຈົ້າ. 23 ທ່ານໄຄໂຢ ເຈົ້າຂອງເຮືອນ ບ່ອນທີ່ຮັບລ້ຽງເຮົາ ແລະເປັນຜູ້ບຳລຸງຄຣິສຕະຈັກໜ່ວຍນີ້ ກໍຂໍຝາກຄວາມຄິດເຖິງ ມາຍັງພວກເຈົ້າທຸກຄົນ ທ່ານເອຣາຊະໂຕ ນາຍຄັງປະຈຳເມືອງ ພ້ອມທັງກູອາໂຕ ພີ່ນ້ອງຂອງພວກເຮົາ ກໍຝາກຄວາມຄິດເຖິງມາຍັງພວກເຈົ້າດ້ວຍ. [ 24 ຂໍໃຫ້ພຣະຄຸນແຫ່ງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ] ຄຳຖວາຍກຽດຕອນຈົບ 25 ຈົ່ງຖວາຍພຣະກຽດແດ່ພຣະເຈົ້າ ຜູ້ຊົງຣິດເດດທີ່ເຮັດໃຫ້ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ ຕາມຂ່າວປະເສີດເລື່ອງພຣະເຢຊູຄຣິດເຈົ້າທີ່ເຮົາປະກາດນັ້ນ ແລະຕາມການເປີດເຜີຍໃຫ້ເຫັນເຖິງຄວາມຈິງອັນເລິກລັບ ຊຶ່ງໄດ້ຖືກປົກບັງໄວ້ມາຕັ້ງແຕ່ບູຮານນະການພຸ້ນ. 26 ແຕ່ດຽວນີ້ ກໍໄດ້ເປີດເຜີຍໃຫ້ເຫັນແລ້ວ ຕາມທີ່ພວກຜູ້ທຳນວາຍໄດ້ຂຽນໄວ້ ແລະໂດຍຄຳສັ່ງຂອງພຣະເຈົ້າ ອົງດຳລົງຢູ່ຖາວອນກໍໄດ້ເປີດເຜີຍໃຫ້ປະຊາຊາດທັງປວງເຫັນແຈ້ງ ເພື່ອວ່າ ພວກເຂົາທຸກຄົນຈະໄດ້ເຊື່ອຟັງແລະປະຕິບັດຕາມ. 27 ໂດຍພຣະເຢຊູຄຣິດເຈົ້າ ຂໍໃຫ້ສະຫງ່າຣາສີ ຈົ່ງມີແດ່ພຣະເຈົ້າ ຜູ້ຊົງພຣະປັນຍາແຕ່ອົງດຽວຕະຫລອດໄປເປັນນິດເທີ້ນ ອາແມນ. |
@ 2012 United Bible Societies. All Rights Reserved.