ໂຣມ 15 - ພຣະຄຳພີສັກສິຈົ່ງໃຫ້ເປັນທີ່ພໍໃຈຂອງຄົນອື່ນ ບໍ່ແມ່ນຂອງຕົນເອງ 1 ດ້ວຍເຫດນີ້, ພວກເຮົາຜູ້ທີ່ມີຄວາມເຊື່ອເຂັ້ມແຂງແລ້ວ ຄວນອົດທົນຕໍ່ຜູ້ທີ່ຍັງອ່ອນໃນຄວາມເຊື່ອ ເພື່ອແບກພາລະຂອງພວກເຂົາ, ພວກເຮົາບໍ່ຄວນເຮັດຕາມຄວາມພໍໃຈຂອງຕົນເອງ. 2 ແຕ່ພວກເຮົາທຸກຄົນຄວນເຮັດໃຫ້ເປັນທີ່ພໍໃຈຂອງບັນດາພີ່ນ້ອງ ເພື່ອນຳປະໂຫຍດມາສູ່ພວກເຂົາ ແລະເພື່ອເສີມສ້າງພວກເຂົາຂຶ້ນໃນຄວາມເຊື່ອ. 3 ດ້ວຍວ່າ, ພຣະຄຣິດບໍ່ໄດ້ເຮັດໃຫ້ເປັນທີ່ພໍໃຈພຣະອົງເອງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຄຳໝິ່ນປະໝາດນິນທາພຣະອົງນັ້ນ ກໍໄດ້ຕົກໃສ່ຂ້ານ້ອຍ.” 4 ທຸກສິ່ງທີ່ມີຄຳຂຽນໄວ້ໃນພຣະຄຳພີ ກໍມີໄວ້ເພື່ອສັ່ງສອນພວກເຮົາ ເພື່ອວ່າພວກເຮົາຈະມີຄວາມຫວັງດ້ວຍຄວາມອົດທົນ ແລະມີຄວາມຊູໃຈ ດ້ວຍພຣະຄຳພີທີ່ໄດ້ກ່າວໄວ້ນັ້ນ. 5 ຂໍພຣະເຈົ້າແຫ່ງຄວາມອົດທົນ ແລະຄວາມຊູໃຈໂຜດເຮັດໃຫ້ພວກເຈົ້າເປັນນໍ້າໜຶ່ງໃຈດຽວກັນ ຕາມຢ່າງພຣະເຢຊູຄຣິດເຈົ້າ, 6 ເພື່ອວ່າພວກເຈົ້າທຸກຄົນຈະພ້ອມໃຈກັນສັນລະເສີນພຣະເຈົ້າ ແລະພຣະບິດາເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ. ຂ່າວປະເສີດໄປເຖິງຄົນຕ່າງຊາດ 7 ເຫດສະນັ້ນ ຈົ່ງຕ້ອນຮັບຊຶ່ງກັນແລະກັນເໝືອນດັ່ງທີ່ພຣະຄຣິດໄດ້ຕ້ອນຮັບພວກເຈົ້າ ເພື່ອເປັນການຖວາຍສະຫງ່າຣາສີແກ່ພຣະເຈົ້າ. 8 ດ້ວຍວ່າ, ເຮົາຂໍບອກພວກເຈົ້າວ່າ ພຣະຄຣິດໄດ້ເກີດເປັນຜູ້ຮັບໃຊ້ຊາວຢິວ ເພື່ອເຮັດໃຫ້ພຣະສັນຍາທີ່ມີໄວ້ກັບບັນພະບຸລຸດນັ້ນກາຍເປັນຈິງ ເພື່ອສະແດງຄວາມສັດຊື່ຂອງພຣະເຈົ້າ 9 ແລະເພື່ອໃຫ້ຄົນຕ່າງຊາດໄດ້ສັນລະເສີນພຣະເຈົ້າ ເພາະຄວາມເມດຕາຂອງພຣະອົງ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ເພາະດ້ວຍເຫດນີ້ ຂ້ານ້ອຍ ຈຶ່ງຈະສັນລະເສີນພຣະອົງ ໃນທ່າມກາງຄົນຕ່າງຊາດທັງຫລາຍ. ຂ້ານ້ອຍຈະຂັບຮ້ອງບົດເພງຍ້ອງຍໍ ສັນລະເສີນ ຖວາຍແກ່ພຣະນາມຂອງພຣະອົງ.” 10 ແລະຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີອີກວ່າ, “ປະຊາຊາດທັງປວງເອີຍ ຈົ່ງຊົມຊື່ນຍິນດີດ້ວຍກັນ ກັບໄພ່ພົນຂອງພຣະອົງ.” 11 ແລະຍັງມີຄຳຂຽນໄວ້ອີກວ່າ, “ປະຊາຊາດທັງປວງເອີຍ ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ຄົນທຸກຊາດທຸກພາສາເອີຍ ຈົ່ງເຂົ້າມາ ແລະນະມັດສະການພຣະອົງເທີ້ນ.” 12 ແລະເອຊາຢາກໍກ່າວອີກວ່າ, “ຈະມີໜໍ່ແນວອອກມາຈາກເຢຊີ ຄືຜູ້ຈະຊົງບັງເກີດມາ ຄຸ້ມຄອງປະຊາຊາດທັງຫລາຍ ປະຊາຊາດທັງຫລາຍ ຈະໄວ້ວາງໃຈໃນພຣະອົງ.” 13 ຂໍພຣະເຈົ້າແຫ່ງຄວາມຫວັງ ໂຜດໃຫ້ພວກເຈົ້າເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະສັນຕິສຸກທຸກປະການ ໂດຍທາງຄວາມເຊື່ອວາງໃຈໃນພຣະອົງ ເພື່ອວ່າຄວາມຫວັງຂອງພວກເຈົ້າຈະໄດ້ຈະເລີນຂຶ້ນ ໂດຍຣິດອຳນາດຂອງພຣະວິນຍານບໍຣິສຸດເຈົ້າ. ເຫດຜົນທີ່ໂປໂລກ້າຂຽນຈົດໝາຍ 14 ພີ່ນ້ອງທັງຫລາຍຂອງເຮົາເອີຍ ເຮົາເອງແນ່ໃຈວ່າ, ພວກເຈົ້າເຕັມບໍຣິບູນໄປດ້ວຍຄຸນງາມຄວາມດີ ແລະມີຄວາມຮູ້ທຸກຢ່າງ ແລະທັງສາມາດຈະເຕືອນສະຕິຊຶ່ງກັນແລະກັນໄດ້. 15 ແຕ່ການທີ່ເຮົາກ້າຂຽນຈົດໝາຍມາຫາພວກເຈົ້ານີ້ ກໍເພື່ອຢາກເຕືອນຄວາມຈື່ຈຳຂອງພວກເຈົ້າ ດ້ວຍເຫດພຣະຄຸນທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຮົາ 16 ເພື່ອໃຫ້ເປັນຜູ້ຮັບໃຊ້ຂອງພຣະເຢຊູຄຣິດເຈົ້າ ໄປຍັງຄົນຕ່າງຊາດ ແລະເຮັດໜ້າທີ່ປະໂຣຫິດປະກາດຂ່າວປະເສີດເລື່ອງພຣະເຈົ້າ ເພື່ອວ່າຄົນຕ່າງຊາດຈະເປັນເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທ ຄືຊຳລະໄວ້ແລ້ວ ດ້ວຍພຣະວິນຍານບໍຣິສຸດເຈົ້າ. 17 ເຫດສະນັ້ນ ໃນພຣະເຢຊູຄຣິດເຈົ້າ ເຮົາຈຶ່ງອວດອ້າງໄດ້ ເຖິງສິ່ງທີ່ເຮົາເຮັດໃນການຮັບໃຊ້ພຣະເຈົ້າ. 18 ດ້ວຍວ່າ, ເຮົາບໍ່ອາດຈະອ້າງສິ່ງໃດ ນອກຈາກສິ່ງຊຶ່ງພຣະຄຣິດໄດ້ຊົງກະທຳ ໂດຍຊົງໃຊ້ເຮົາທາງຄຳສອນ ແລະກິດຈະການເພື່ອຈະໃຫ້ຄົນຕ່າງຊາດເຊື່ອຟັງ 19 ຄືດ້ວຍຣິດອຳນາດແຫ່ງໝາຍສຳຄັນ ແລະການອັດສະຈັນຕ່າງໆ ແລະຣິດເດດອຳນາດຂອງພຣະວິນຍານຂອງພຣະເຈົ້າ ຈົນເຮົາໄດ້ປະກາດຂ່າວປະເສີດເລື່ອງພຣະຄຣິດຢ່າງຄົບຖ້ວນ ຕັ້ງແຕ່ນະຄອນເຢຣູຊາເລັມ ອ້ອມໄປຮອດແຂວງອີລີຣິກົນ. 20 ເຮົາຕັ້ງເປົ້າໝາຍໄວ້ວ່າ ເຮົາຈະປະກາດຂ່າວປະເສີດນີ້ເລື້ອຍໄປ ໃນບ່ອນທີ່ບໍ່ມີຜູ້ໃດເຄີຍອອກນາມຊື່ຂອງພຣະຄຣິດ ເພື່ອວ່າເຮົາຈະບໍ່ໄດ້ກໍ່ຂຶ້ນເທິງຮາກຖານທີ່ຄົນອື່ນວາງໄວ້ກ່ອນແລ້ວ. 21 ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ຄົນທີ່ບໍ່ເຄີຍໄດ້ຮັບຄຳບອກກ່າວເຖິງເລື່ອງຂອງພຣະອົງ ກໍຈະໄດ້ເຫັນ ແລະຄົນທີ່ບໍ່ເຄີຍໄດ້ຍິນນັ້ນ ກໍຈະໄດ້ເຂົ້າໃຈ.” ໂປໂລຕັ້ງໃຈຈະໄປຢ້ຽມຢາມນະຄອນໂຣມ 22 ນີ້ແມ່ນເຫດທີ່ໄດ້ຂັດຂວາງເຮົາຕັ້ງຫລາຍເທື່ອ ເພື່ອບໍ່ໃຫ້ເຮົາມາຫາພວກເຈົ້າ. 23 ແຕ່ດຽວນີ້ເຮົາໄດ້ສຳເລັດພາລະກິດຂອງເຮົາໃນເຂດເຫຼົ່ານີ້ແລ້ວ ແລະເຮົາປາຖະໜາຫລາຍປີແລ້ວ ທີ່ຈະມາຫາພວກເຈົ້າ, 24 ເຮົາຈຶ່ງຫວັງທີ່ຈະໄດ້ມາຢ້ຽມຢາມພວກເຈົ້າ ໃນຂະນະທີ່ເຮົາເດີນທາງໄປປະເທດສະເປນນັ້ນ ຫລັງຈາກຢູ່ຢ້ຽມຢາມຖາມຂ່າວພວກເຈົ້າຢ່າງສົດຊື່ນເບີກບານໃຈຊົ່ວຄາວແລ້ວ ຢາກໃຫ້ພວກເຈົ້າຊ່ວຍສົ່ງເຮົາໃນການເດີນທາງຕໍ່ໄປ. 25 ແຕ່ໃນຂະນະນີ້ ເຮົາກຳລັງໄປທີ່ນະຄອນເຢຣູຊາເລັມ ເພື່ອຊ່ວຍສົງເຄາະພວກໄພ່ພົນຂອງພຣະເຈົ້າຢູ່ທີ່ນັ້ນ. 26 ດ້ວຍວ່າ, ພວກພີ່ນ້ອງໃນຄຣິສຕະຈັກແຂວງມາເກໂດເນຍ ແລະ ແຂວງອະຂາຢານັ້ນ ໄດ້ຕັ້ງໃຈຖວາຍຊັບ ຈັດຝາກໄປຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ທີ່ທຸກຍາກໃນນະຄອນເຢຣູຊາເລັມ. 27 ພວກສິດເຫຼົ່ານັ້ນ ກໍພໍໃຈທີ່ຈະເຮັດຢ່າງນັ້ນ ແລະທີ່ຈິງພວກເຂົາກໍເປັນໜີ້ພວກໄພ່ພົນເຫຼົ່ານັ້ນດ້ວຍ ເພາະວ່າຖ້າພວກເຂົາໄດ້ຮັບຄົນຕ່າງຊາດເຂົ້າສ່ວນໃນການຝ່າຍວິນຍານຈິດ ກໍເປັນການສົມຄວນທີ່ພວກຕ່າງຊາດນັ້ນ ຈະໄດ້ຊ່ວຍອຸປະຖຳສິດເຫຼົ່ານັ້ນ ດ້ວຍສິ່ງຂອງຝ່າຍເນື້ອກາຍ. 28 ດັ່ງນັ້ນ ເມື່ອເຮົາສຳເລັດການມອບຜົນທານນີ້ໃຫ້ແກ່ພວກເຂົາແລ້ວ ເຮົາກໍຈະໄປປະເທດສະເປນ ໂດຍຜ່ານເຂດທີ່ພວກເຈົ້າຢູ່ນັ້ນ. 29 ເຮົາຮູ້ແນ່ວ່າ ເມື່ອເຮົາມາຫາພວກເຈົ້ານັ້ນ ເຮົາຈະມາພ້ອມດ້ວຍພຣະພອນອັນບໍຣິບູນຂອງພຣະຄຣິດ. 30 ພີ່ນ້ອງທັງຫລາຍຂອງເຮົາເອີຍ ໂດຍເຫັນແກ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ແລະໂດຍເຫັນແກ່ຄວາມຮັກ ຊຶ່ງພຣະວິນຍານປະທານໃຫ້ ເຮົາຂໍຮຽກຮ້ອງພວກເຈົ້າໃຫ້ຮ່ວມກັບເຮົາພາວັນນາອະທິຖານຕໍ່ພຣະເຈົ້າ ດ້ວຍໃຈຮ້ອນຮົນເພື່ອເຮົາດ້ວຍ. 31 ຈົ່ງພາວັນນາອະທິຖານ ເພື່ອໃຫ້ເຮົາພົ້ນຈາກຄົນທີ່ບໍ່ເຊື່ອໃນແຂວງຢູດາຍ ແລະເພື່ອການບົວລະບັດຮັບໃຊ້ຂອງເຮົາ ຢູ່ໃນນະຄອນເຢຣູຊາເລັມ ຈະເປັນທີ່ພໍໃຈໄພ່ພົນຂອງພຣະເຈົ້າໃນທີ່ນັ້ນ. 32 ເພື່ອເຮົາຈະໄດ້ມາຫາພວກເຈົ້າ ຕາມນໍ້າພຣະໄທຂອງພຣະເຈົ້າດ້ວຍຄວາມຊົມຊື່ນຍິນດີຢ່າງເຕັມລົ້ນ ແລະດ້ວຍຄວາມສົດຊື່ນເບີກບານໃຈ ເມື່ອໄດ້ພົບພວກເຈົ້າ. 33 ຂໍໃຫ້ພຣະເຈົ້າແຫ່ງສັນຕິສຸກ ຈົ່ງສະຖິດຢູ່ກັບພວກເຈົ້າທຸກຄົນເທີ້ນ ອາແມນ. |
@ 2012 United Bible Societies. All Rights Reserved.