ໂຣມ 14 - ພຣະຄຳພີສັກສິຢ່າກ່າວໂທດໃສ່ພີ່ນ້ອງ 1 ສ່ວນຜູ້ທີ່ອ່ອນໃນຄວາມເຊື່ອນັ້ນ ຈົ່ງຮັບລາວໄວ້ ຢ່າຖົກຖຽງກັບລາວໃນເລື່ອງຄວາມເຊື່ອທີ່ແຕກຕ່າງກັນ. 2 ຄົນໜຶ່ງເຊື່ອວ່າກິນຫຍັງກໍໄດ້ໝົດ ແຕ່ຄົນທີ່ມີຄວາມເຊື່ອອ່ອນ ກໍກິນແຕ່ບາງຢ່າງເທົ່ານັ້ນ. 3 ຢ່າໃຫ້ຄົນທີ່ກິນ ໝິ່ນປະໝາດຄົນທີ່ບໍ່ກິນ ແລະຢ່າໃຫ້ຜູ້ທີ່ກິນແຕ່ບາງຢ່າງກ່າວໂທດຜູ້ທີ່ກິນໄດ້ທຸກຢ່າງ ເພາະພຣະເຈົ້າໄດ້ຊົງຮັບເອົາຜູ້ນັ້ນແລ້ວ. 4 ເຈົ້າແມ່ນຜູ້ໃດຈຶ່ງຕັດສິນຄົນຮັບໃຊ້ຂອງຜູ້ອື່ນ? ຄົນຮັບໃຊ້ນັ້ນຈະສຳເລັດ ຫລືຫລົ້ມເຫລວ ກໍຂຶ້ນຢູ່ກັບນາຍຂອງລາວ, ລາວຈະຕັ້ງໝັ້ນຢູ່ໄດ້ ເພາະອົງພຣະຜູ້ເປັນເຈົ້າຈະເຮັດໃຫ້ລາວຕັ້ງໝັ້ນຢູ່ໄດ້ແນ່ນອນ. 5 ຄົນໜຶ່ງຄິດວ່າ ວັນໜຶ່ງດີກວ່າວັນໜຶ່ງອີກ ແຕ່ອີກຄົນໜຶ່ງຄິດວ່າທຸກວັນດີເໝືອນກັນໝົດ ຄວນໃຫ້ທຸກຄົນມີຄວາມແນ່ໃຈໃນຄວາມຄິດຂອງຕົນເອງ. 6 ຜູ້ທີ່ຖືວັນ ກໍຖືເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າເໝືອນກັນ ຜູ້ທີ່ກິນ ກໍກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ. ດ້ວຍວ່າ, ເພິ່ນໄດ້ໂມທະນາຂອບພຣະຄຸນພຣະເຈົ້າສຳລັບອາຫານນັ້ນ ສ່ວນຜູ້ທີ່ບໍ່ຍອມກິນບາງຢ່າງ ກໍບໍ່ຍອມກິນເພື່ອຖວາຍກຽດແດ່ອົງພຣະຜູ້ເປັນເຈົ້າ ແລະເພິ່ນກໍຍັງໂມທະນາຂອບພຣະຄຸນພຣະເຈົ້າ. 7 ບໍ່ມີຜູ້ໃດໃນພວກເຮົາທີ່ມີຊີວິດຢູ່ເພື່ອຕົນເອງ ຫລືຕາຍເພື່ອຕົນເອງ. 8 ແຕ່ຖ້າພວກເຮົາມີຊີວິດຢູ່ ກໍມີຊີວິດຢູ່ເພື່ອອົງພຣະຜູ້ເປັນເຈົ້າ ແລະຖ້າພວກເຮົາຕາຍ ກໍຕາຍເພື່ອອົງພຣະຜູ້ເປັນເຈົ້າ. ສະນັ້ນ ຖ້າພວກເຮົາມີຊີວິດຢູ່ ຫລືຕາຍກໍດີ ພວກເຮົາກໍເປັນຂອງອົງພຣະຜູ້ເປັນເຈົ້າ. 9 ເພາະເຫດນີ້ ພຣະຄຣິດໄດ້ຕາຍ ແລະໄດ້ເປັນຄືນມາຈາກຕາຍ ກໍເພື່ອຈະໄດ້ຊົງເປັນອົງພຣະຜູ້ເປັນເຈົ້າຂອງຄົນເປັນແລະຄົນຕາຍ. 10 ແລ້ວເປັນຫຍັງ ເຈົ້າຈຶ່ງກ່າວໂທດໃສ່ພີ່ນ້ອງຂອງຕົນ? ເປັນຫຍັງເຈົ້າຈຶ່ງໝິ່ນປະໝາດພີ່ນ້ອງຂອງຕົນ? ເພາະວ່າ ພວກເຮົາທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ. 11 ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ເຮົາມີຊີວິດຢູ່ຢ່າງແນ່ນອນສັນໃດ ທຸກຄົນຈະຄຸເຂົ່າລົງຂາບໄຫວ້ເຮົາສັນນັ້ນ ແລະທຸກສິ່ງກໍຈະ ຍ້ອງຍໍສັນລະເສີນພຣະເຈົ້າ.”’ 12 ດັ່ງນັ້ນ ພວກເຮົາແຕ່ລະຄົນ ຈຶ່ງຈະຕ້ອງລາຍງານເລື່ອງລາວຂອງຕົນເອງຕໍ່ພຣະເຈົ້າ. ຢ່າເຮັດໃຫ້ພີ່ນ້ອງຊູນສະດຸດ 13 ເຫດສະນັ້ນ ພວກເຮົາຢ່າກ່າວໂທດໃສ່ກັນແລະກັນອີກຕໍ່ໄປ, ແຕ່ຈົ່ງຕັດສິນໃຈເຮັດດັ່ງນີ້ກໍດີກວ່າ ຄືຢ່າເອົາສິ່ງໃດສິ່ງໜຶ່ງທີ່ເຮັດໃຫ້ພີ່ນ້ອງຊູນສະດຸດ ຫລືລົ້ມລົງໃນບາບ ມາຂວາງທາງພີ່ນ້ອງ. 14 ໝັ້ນໃຈໃນອົງພຣະເຢຊູເຈົ້າວ່າ ບໍ່ມີອັນໃດທີ່ເປັນຂອງຕ້ອງຫ້າມໃນຕົວມັນເອງ; ແຕ່ຖ້າຄົນໃດຄິດວ່າມັນເປັນຂອງຕ້ອງຫ້າມ ສິ່ງນັ້ນກໍເປັນຂອງຕ້ອງຫ້າມສຳລັບລາວ. 15 ຖ້າພີ່ນ້ອງຂອງເຈົ້າເປັນທຸກໃຈ ເພາະອາຫານທີ່ເຈົ້າກິນ, ເຈົ້າກໍບໍ່ໄດ້ເຮັດດ້ວຍຄວາມຮັກເສຍແລ້ວ ຢ່າໃຫ້ອາຫານທີ່ເຈົ້າກິນນັ້ນ ເປັນເຫດເຮັດໃຫ້ຄົນທີ່ພຣະຄຣິດໄດ້ສິ້ນພຣະຊົນແທນແລ້ວ ຕ້ອງຈິບຫາຍໄປ. 16 ດັ່ງນັ້ນ ຢ່າເຮັດໃຫ້ສິ່ງທີ່ເຈົ້າຖືວ່າດີນັ້ນ ເປັນສິ່ງທີ່ຄົນອື່ນຕຳໜິໄດ້. 17 ດ້ວຍວ່າ, ອານາຈັກຂອງພຣະເຈົ້າ ບໍ່ແມ່ນເລື່ອງການກິນແລະການດື່ມ, ແຕ່ແມ່ນເລື່ອງຄວາມຊອບທຳ, ສັນຕິສຸກ ແລະຄວາມຊົມຊື່ນຍິນດີ ທີ່ມາຈາກພຣະວິນຍານບໍຣິສຸດເຈົ້າ. 18 ເມື່ອຜູ້ໃດບົວລະບັດຮັບໃຊ້ພຣະຄຣິດໃນທຳນອງນີ້ ກໍເຮັດໃຫ້ພຣະເຈົ້າຊົງພໍພຣະໄທ ແລະເຮັດໃຫ້ມະນຸດເຫັນດີດ້ວຍ. 19 ເຫດສະນັ້ນ ພວກເຮົາຈົ່ງສະແຫວງຫາສິ່ງທັງຫລາຍທີ່ເຮັດໃຫ້ເກີດຄວາມສະຫງົບສຸກ ແລະເຮັດໃຫ້ເກີດຄວາມຈະເລີນແກ່ກັນແລະກັນ. 20 ຢ່າທຳລາຍກິດຈະການຂອງພຣະເຈົ້າ ຍ້ອນເລື່ອງອາຫານການກິນ ອາຫານທຸກຢ່າງບໍ່ເປັນຂອງຕ້ອງຫ້າມກໍຈິງ, ແຕ່ວ່າຄົນໃດທີ່ກິນອາຫານ ຊຶ່ງເປັນເຫດໃຫ້ຄົນອື່ນຊູນສະດຸດໃຈ ກໍມີຄວາມຜິດ. 21 ການທີ່ຈະບໍ່ກິນຊີ້ນ ຫລືດື່ມເຫຼົ້າ ຫລືເຮັດສິ່ງໃດໆ ຊຶ່ງເປັນເຫດໃຫ້ພີ່ນ້ອງຊູນສະດຸດໃຈ ກໍເປັນການຖືກຕ້ອງຢູ່ແລ້ວ. 22 ຈົ່ງຍຶດຖືໄວ້ໃຫ້ໝັ້ນ ໃນຄວາມເຊື່ອທີ່ເຈົ້າມີຢູ່ນັ້ນ ລະຫວ່າງເຈົ້າເອງກັບພຣະເຈົ້າ ຜູ້ໃດບໍ່ມີເຫດຜົນ ທີ່ຈະຕຳໜິຕົນເອງໃນສິ່ງທີ່ຕົນເອງເຫັນວ່າດີ ແລ້ວກໍເປັນສຸກ 23 ແຕ່ຜູ້ທີ່ສົງໄສໃນສິ່ງທີ່ຕົນເອງກິນ ຖ້າຍັງຂືນກິນ ກໍຖືວ່າຜິດ ເພາະລາວບໍ່ໄດ້ກິນຕາມທີ່ຕົນເຊື່ອ ເພາະວ່າສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອໝັ້ນ ກໍເປັນບາບທັງສິ້ນ. |
@ 2012 United Bible Societies. All Rights Reserved.