ໂຣມ 13 - ພຣະຄຳພີສັກສິການຍອມຢູ່ໃຕ້ອຳນາດການປົກຄອງ 1 ທຸກຄົນຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ເພາະວ່າບໍ່ມີອຳນາດໃດ ທີ່ບໍ່ໄດ້ມາຈາກພຣະເຈົ້າ ແລະຜູ້ທີ່ມີອຳນາດນັ້ນ ກໍແມ່ນພຣະເຈົ້າເທົ່ານັ້ນທີ່ຊົງແຕ່ງຕັ້ງຂຶ້ນ. 2 ເຫດສະນັ້ນ ຜູ້ໃດທີ່ຕໍ່ຕ້ານອຳນາດການປົກຄອງ ກໍຕໍ່ຕ້ານຜູ້ທີ່ພຣະເຈົ້າໄດ້ແຕ່ງຕັ້ງຂຶ້ນ ແລະຜູ້ໃດທີ່ກະທຳເຊັ່ນນັ້ນ ຈະຖືກພິພາກສາລົງໂທດ. 3 ດ້ວຍວ່າ, ພວກຜູ້ປົກຄອງນັ້ນ ບໍ່ເປັນໜ້າຢ້ານສຳລັບຄົນທີ່ເຮັດການດີ, ແຕ່ເປັນໜ້າຢ້ານສຳລັບຄົນທີ່ເຮັດການຊົ່ວ, ເຈົ້າບໍ່ຢາກຢ້ານຜູ້ມີສິດອຳນາດບໍ? ຖ້າດັ່ງນັ້ນ ໃຫ້ເຈົ້າເຮັດແຕ່ການດີ ແລະເຈົ້າກໍຈະໄດ້ຮັບຄຳຊົມເຊີຍຈາກເພິ່ນ. 4 ເພາະຜູ້ປົກຄອງນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອໃຫ້ເກີດຜົນປະໂຫຍດສຳລັບເຈົ້າ, ແຕ່ຖ້າເຈົ້າເຮັດການຊົ່ວ ເຈົ້າຈົ່ງຢ້ານເພິ່ນ ເພາະຜູ້ປົກຄອງນັ້ນ ບໍ່ໄດ້ຖືດາບໄວ້ລ້າໆ, ແຕ່ເພິ່ນເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພື່ອດຳເນີນການຕັດສິນລົງໂທດແກ່ທຸກຄົນທີ່ເຮັດການຊົ່ວ. 5 ດ້ວຍເຫດນີ້ ເຈົ້າຕ້ອງຍອມຢູ່ໃຕ້ອຳນາດການປົກຄອງ ບໍ່ພຽງແຕ່ເພາະເຫັນແກ່ຄວາມຢ້ານການຕັດສິນລົງໂທດຂອງພຣະເຈົ້າແຕ່ສິ່ງດຽວ ແຕ່ເພາະເຫັນແກ່ດ້ວຍໃຈສຳນຶກຜິດແລະຊອບດ້ວຍ. 6 ຍ້ອນເຫດຜົນຢ່າງດຽວກັນນີ້ແຫຼະ ພວກເຈົ້າຈົ່ງເສຍພາສີ ເພາະຜູ້ມີອຳນາດນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພິ່ນກຳລັງເຮັດໜ້າທີ່ນີ້ຢູ່. 7 ຈົ່ງໃຫ້ແກ່ທຸກຄົນ ຕາມທີ່ພວກເຂົາຄວນໄດ້ຮັບ ສ່ວຍສາອາກອນຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ພາສີຄວນໃຫ້ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ຄວາມຢຳເກງຄວນມີແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ ກຽດຕິຍົດຄວນໃຫ້ແກ່ຜູ້ໃດ ຈົ່ງໃຫ້ແກ່ຜູ້ນັ້ນ. ການສະແດງຄວາມຮັກຕໍ່ກັນແລະກັນ 8 ຢ່າເປັນໜີ້ຜູ້ໃດ ເວັ້ນໄວ້ແຕ່ຄວາມຮັກທີ່ມີຕໍ່ກັນແລະກັນ, ເພາະຜູ້ທີ່ຮັກຄົນອື່ນ ກໍປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນແລ້ວ. 9 ຂໍ້ກົດບັນຍັດທີ່ວ່າ, “ຢ່າຫລິ້ນຊູ້, ຢ່າຂ້າຄົນ, ຢ່າລັກຊັບ, ຢ່າໂລບ,” ທັງຂໍ້ກົດບັນຍັດອື່ນໆ ກໍຮ່ວມຢູ່ໃນຂໍ້ດຽວກັນນີ້ຄື “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ.” 10 ຄວາມຮັກບໍ່ເຮັດອັນຕະລາຍຕໍ່ເພື່ອນບ້ານ. ສະນັ້ນ ຄວາມຮັກຈຶ່ງເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນ. ວັນທີ່ພຣະຄຣິດໄດ້ສະເດັດມາ 11 ນອກນີ້ພວກເຈົ້າຮູ້ວ່າ, ບັດນີ້ເຖິງເວລາແລ້ວ ທີ່ພວກເຈົ້າຄວນຈະຕື່ນຈາກຫລັບ. ດ້ວຍວ່າ, ເວລາທີ່ພວກເຮົາຈະພົ້ນນັ້ນ ກໍໃກ້ກວ່າເວລາທີ່ພວກເຮົາໄດ້ເຊື່ອໃນຕອນທຳອິດນັ້ນ. 12 ກາງຄືນກໍລ່ວງໄປຫລາຍແລ້ວ ແລະກາງເວັນກໍໃກ້ເຂົ້າມາແລ້ວ, ໃຫ້ພວກເຮົາເລີກເຮັດການຝ່າຍຄວາມມືດ ແລະຈົ່ງປະກອບຕົວດ້ວຍອາວຸດແຫ່ງຄວາມສະຫວ່າງ. 13 ຈົ່ງໃຫ້ພວກເຮົາປະຕິບັດຕົວ ສົມກັບຄົນທີ່ດຳເນີນຊີວິດຢູ່ໃນຄວາມສະຫວ່າງ ບໍ່ແມ່ນໃນການກິນລ້ຽງຢ່າງເຖິງໃຈ ຫລືການດື່ມເຫຼົ້າເມົາຢາ ບໍ່ແມ່ນໃນການຜິດສິນທຳທາງເພດ ຫລືເຮັດເສື່ອມເສຍສິນທຳ ບໍ່ແມ່ນໃນການວິວາດຜິດຖຽງກັນ ຫລືອິດສາກັນ. 14 ແຕ່ຈົ່ງປະດັບຕົວດ້ວຍອົງພຣະເຢຊູຄຣິດເຈົ້າ ແລະຢ່າຈັດຫາອັນໃດເພື່ອສະໜອງຕັນຫາຂອງເນື້ອກາຍ. |
@ 2012 United Bible Societies. All Rights Reserved.