ໂຣມ 12 - ພຣະຄຳພີສັກສິຊີວິດໃໝ່ໃນພຣະເຢຊູເຈົ້າ 1 ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ ເປັນອັນບໍຣິສຸດ ແລະເປັນທີ່ພໍພຣະໄທພຣະເຈົ້າ ຊຶ່ງເປັນການນະມັດສະການໃຫ້ສົມກັບຝ່າຍວິນຍານຂອງເຈົ້າທັງຫລາຍ. 2 ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ. 3 ເນື່ອງຈາກວ່າ ພຣະເຈົ້າໄດ້ໂຜດໃຫ້ພຣະຄຸນແກ່ເຮົາ, ເຮົາຈຶ່ງຂໍບອກພວກເຈົ້າທຸກຄົນວ່າ ຢ່າຄິດຖືຕົວເກີນທີ່ຕົນເປັນຢູ່ ແຕ່ໃຫ້ຄິດສົມເຫດສົມຜົນ ໃຫ້ຄິດສົມກັບຂະໜາດແຫ່ງຄວາມເຊື່ອ ທີ່ພຣະເຈົ້າໄດ້ໂຜດໃຫ້ແຕ່ລະຄົນນັ້ນ. 4 ເພາະວ່າພວກເຮົາມີອະໄວຍະວະຫລາຍຢ່າງຢູ່ໃນຮ່າງກາຍອັນດຽວ ແລະແຕ່ລະອະໄວຍະວະກໍມີໜ້າທີ່ແຕກຕ່າງກັນສັນໃດ, 5 ພວກເຮົາທີ່ມີຫລາຍຄົນກໍຮ່ວມເຂົ້າເປັນຮ່າງກາຍດຽວກັນໃນພຣະຄຣິດ ແລະພວກເຮົາກໍເປັນອະໄວຍະວະແກ່ກັນແລະກັນສັນນັ້ນ. 6 ແລະພວກເຮົາໄດ້ຮັບຂອງປະທານຕ່າງກັນ ຕາມພຣະຄຸນທີ່ພຣະເຈົ້າໄດ້ຊົງໂຜດໃຫ້ແກ່ພວກເຮົານັ້ນ ຄືຖ້າເປັນການປະກາດພຣະທຳ ກໍຈົ່ງປະກາດຕາມຂະໜາດຂອງຄວາມເຊື່ອທີ່ຕົນມີຢູ່. 7 ຖ້າເປັນການຮັບໃຊ້ ກໍໃຫ້ຮັບໃຊ້ ຖ້າເປັນການສັ່ງສອນ ກໍຈົ່ງສັ່ງສອນ 8 ຖ້າເປັນການໜູນໃຈ ກໍຈົ່ງໜູນໃຈ ຖ້າເປັນການບໍລິຈາກ ກໍຈົ່ງເຮັດດ້ວຍໃຈສັດທາເພື່ອແຜ່ ຜູ້ມີສິດອຳນາດ ກໍຈົ່ງເຮັດດ້ວຍຄວາມເອົາໃຈໃສ່ ຜູ້ສະແດງຄວາມເມດຕາຕໍ່ຄົນອື່ນ ກໍຈົ່ງເຮັດດ້ວຍໃຈຍິນດີ. 9 ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ 10 ຈົ່ງຮັກຊຶ່ງກັນແລະກັນເໝືອນສັນພີ່ນ້ອງ ສ່ວນການໃຫ້ກຽດຊຶ່ງກັນແລະກັນນັ້ນ ຈົ່ງຖືວ່າຜູ້ອື່ນດີກວ່າຕົນ. 11 ຈົ່ງເຮັດວຽກຢ່າງເຕັມກຳລັງ ແລະຢ່າກຽດຄ້ານ ຈົ່ງຮັບໃຊ້ອົງພຣະຜູ້ເປັນເຈົ້າ ຈົ່ງມີຈິດໃຈຮ້ອນຮົນດ້ວຍພຣະວິນຍານ. 12 ຈົ່ງຊົມຊື່ນຍິນດີໃນຄວາມຫວັງ ຈົ່ງອົດທົນໃນຄວາມຍາກລຳບາກ ຈົ່ງພາວັນນາອະທິຖານຢູ່ບໍ່ຂາດ. 13 ຈົ່ງຊ່ວຍເຫລືອໄພ່ພົນຂອງພຣະເຈົ້າ ເມື່ອພວກເຂົາຂັດສົນ ຈົ່ງຍິນດີຕ້ອນຮັບແຂກດ້ວຍໃຈເຫຼື້ອມໃສ. 14 ຈົ່ງອວຍພອນແກ່ຄົນທີ່ຂົ່ມເຫັງເຈົ້າ ຈົ່ງອວຍພອນຢ່າປ້ອຍດ່າ. 15 ຈົ່ງຊົມຊື່ນຍິນດີ ກັບຜູ້ທີ່ຊົມຊື່ນຍິນດີ ຈົ່ງຮ້ອງໄຫ້ກັບຜູ້ທີ່ຮ້ອງໄຫ້. 16 ຈົ່ງເປັນນໍ້າໜຶ່ງໃຈດຽວກັນ ຢ່າຄິດອວດໃຫຍ່ໃຝ່ສູງ ຈົ່ງຮັບຮູ້ຄົນສາມັນຕໍ່າຕ້ອຍ. ແລະຢ່າຖືວ່າຕົນເປັນຄົນສະຫລາດ. 17 ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ໃດຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ. 18 ຖ້າເປັນໄປໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສະຫງົບສຸກກັບທຸກໆຄົນ. 19 ພວກທີ່ຮັກຂອງເຮົາເອີຍ ຢ່າແກ້ແຄ້ນເລີຍ, ແຕ່ຈົ່ງມອບການນັ້ນໃຫ້ພຣະເຈົ້າ ເປັນຜູ້ພິພາກສາລົງໂທດແທນ, ເພາະມີຄຳຂຽນໄວ້ໃນພຣະຄຳພີຂອງອົງພຣະຜູ້ເປັນເຈົ້າວ່າ, “ການແກ້ແຄ້ນເປັນທຸລະຂອງເຮົາ ເຮົາເອງຈະເປັນຜູ້ຕອບແທນ” 20 ແຕ່ “ຖ້າສັດຕູຂອງເຈົ້າຢາກເຂົ້າ ຈົ່ງເອົາໃຫ້ເຂົາກິນ ຖ້າເຂົາຫິວນໍ້າ ຈົ່ງເອົາໃຫ້ເຂົາດື່ມ ເພາະການທີ່ເຈົ້າເຮັດຢ່າງນັ້ນ ເປັນການກອງຖ່ານໄຟແດງໃສ່ໄວ້ເທິງຫົວຂອງເຂົາ.” 21 ຢ່າໃຫ້ຄວາມຊົ່ວໄດ້ຊະນະເຈົ້າ ແຕ່ຈົ່ງຊະນະຄວາມຊົ່ວດ້ວຍຄວາມດີ. |
@ 2012 United Bible Societies. All Rights Reserved.