ໂຣມ 11 - ພຣະຄຳພີສັກສິພຣະເຈົ້າຊົງເມດຕາຊົນຊາດອິດສະຣາເອນ 1 ເມື່ອເປັນດັ່ງນັ້ນ ເຮົາຈຶ່ງຖາມວ່າ, “ພຣະເຈົ້າໄດ້ປະຖິ້ມໄພ່ພົນຂອງພຣະອົງແລ້ວບໍ?” ບໍ່ແມ່ນຢ່າງນັ້ນດອກ ເພາະເຮົາເອງກໍເປັນຄົນອິດສະຣາເອນ, ເປັນເຊື້ອສາຍຂອງອັບຣາຮາມ ແລະເປັນຄົນໃນເຜົ່າເບັນຢາມິນ. 2 ພຣະເຈົ້າບໍ່ໄດ້ປະຖິ້ມໄພ່ພົນຂອງພຣະອົງ ທີ່ພຣະອົງໄດ້ຊົງຮັບຮູ້ເລືອກໄວ້ຕັ້ງແຕ່ກ່ອນແລ້ວ ເຈົ້າທັງຫຼາຍບໍ່ຮູ້ຈັກເລື່ອງທີ່ມີຄຳຂຽນໄວ້ໃນພຣະຄຳພີ ທີ່ກ່າວເຖິງເອລີຢານັ້ນບໍ? ເມື່ອເພິ່ນໄດ້ກາບທູນກ່າວຟ້ອງພວກອິດສະຣາເອນຕໍ່ພຣະເຈົ້າວ່າ, 3 “ພຣະອົງເຈົ້າເອີຍ, ພວກເຂົາໄດ້ຂ້າພວກຜູ້ທຳນວາຍຂອງພຣະອົງ ແລະທັງໄດ້ທຸບທຳລາຍແທ່ນບູຊາຂອງພຣະອົງດ້ວຍ, ມີແຕ່ຂ້ານ້ອຍຜູ້ດຽວທີ່ເຫຼືອຢູ່ ແລະພວກເຂົາກໍກຳລັງຊອກຊ່ອງທາງສັງຫານຂ້ານ້ອຍເໝືອນກັນ.” 4 ແລ້ວພຣະເຈົ້າໄດ້ຕອບເພິ່ນວ່າຢ່າງໃດ? ກໍຕອບວ່າຢ່າງນີ້, “ເຮົາຍັງມີຄົນເຫຼືອຢູ່ສຳລັບເຮົາເຈັດພັນຄົນ ຜູ້ທີ່ບໍ່ໄດ້ຄຸເຂົ່າລົງຂາບໄຫວ້ຮູບບາອານ.” 5 ດັ່ງນັ້ນ ໃນປະຈຸບັນນີ້ກໍເຊັ່ນດຽວກັນຍັງມີພວກທີ່ເຫຼືອຢູ່ ຕາມທີ່ພຣະເຈົ້າຊົງເລືອກໄວ້ດ້ວຍພຣະຄຸນຂອງພຣະອົງ. 6 ແຕ່ຖ້າເປັນທາງພຣະຄຸນ ກໍບໍ່ແມ່ນທາງການປະຕິບັດ ຫລືຖ້າເປັນທາງການປະຕິບັດແລ້ວ ພຣະຄຸນນັ້ນກໍບໍ່ແມ່ນພຣະຄຸນອີກຕໍ່ໄປ. 7 ຖ້າດັ່ງນັ້ນແລ້ວຈະວ່າຢ່າງໃດ? ປະຊາຊົນອິດສະຣາເອນບໍ່ໄດ້ພົບສິ່ງທີ່ພວກເຂົາຊອກຫານັ້ນ, ແຕ່ແມ່ນຄົນທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນ ທີ່ເປັນຄົນໄດ້ພົບ, ສ່ວນຄົນອື່ນນັ້ນແມ່ນຄົນທີ່ຊົງໃຫ້ເກີດມີໃຈແຂງກະດ້າງໄປ, 8 ຕາມທີ່ມີຄຳຂຽນໄວ້ແລ້ວວ່າ, “ພຣະເຈົ້າໄດ້ເຮັດໃຫ້ຄວາມຄິດ ແລະຈິດໃຈຂອງພວກເຂົາປຶກຕັນ ແລະຈົນເຖິງທຸກວັນນີ້ຕາຂອງພວກເຂົາກໍເບິ່ງບໍ່ເຫັນ ແລະຫູກໍບໍ່ໄດ້ຍິນ.” 9 ຝ່າຍກະສັດດາວິດກໍກ່າວໄວ້ວ່າ, “ຂໍຊົງໃຫ້ໂຕະອາຫານຂອງພວກເຂົາ ເກີດເປັນບ້ວງແຮ້ວ ແລະເປັນຕາໜ່າງຈັບພວກເຂົາເອງ, ເປັນສິ່ງທີ່ເຮັດໃຫ້ພວກເຂົາສະດຸດໃຈ ແລະເປັນສິ່ງທີ່ນຳຈ່ອງເວນແກ່ພວກເຂົາ 10 ຂໍຊົງໃຫ້ຕາຂອງພວກເຂົາມືດມົວໄປ ເພື່ອຈະເບິ່ງບໍ່ເຫັນ ແລະໃຫ້ຫລັງຂອງພວກເຂົາກ່ອມລົງ ຢູ່ຕະຫລອດໄປ.” 11 ດັ່ງນັ້ນ ເຮົາຈຶ່ງຖາມວ່າ, ເມື່ອພວກອິດສະຣາເອນຕຳສະດຸດນັ້ນ ພວກເຂົາໄດ້ລົ້ມລົງສູນເສຍໄປຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແຕ່ຍ້ອນພວກເຂົາໄດ້ສະດຸດລົ້ມລົງແລ້ວ ຄວາມພົ້ນຈຶ່ງມາເຖິງຄົນຕ່າງຊາດ, ເພື່ອຈະເຮັດໃຫ້ພວກເຂົາເກີດມີໃຈຫຶງຫວງຂຶ້ນ. 12 ແຕ່ຖ້າການສະດຸດລົ້ມລົງຂອງຄົນອິດສະຣາເອນ ໄດ້ນຳເອົາພຣະພອນອັນໃຫຍ່ມາສູ່ຊາວໂລກ ແລະຖ້າຄວາມພ່າຍແພ້ຂອງພວກເຂົາ ເປັນເຫດໃຫ້ເກີດຄວາມສົມບູນຂຶ້ນ ຫາກໄດ້ພວກເຂົາເຂົ້າມາເພີ່ມດ້ວຍ ກໍຈະມີພຣະພອນດີກວ່ານັ້ນຈັກພຽງໃດໜໍ. ຄວາມພົ້ນສຳລັບຄົນຕ່າງຊາດ 13 ບັດນີ້ ເຮົາຂໍກ່າວແກ່ຄົນຕ່າງຊາດວ່າ, ຕາບໃດທີ່ເຮົາຍັງເປັນອັກຄະສາວົກໄປຫາຄົນຕ່າງຊາດ ເຮົາກໍພາກພູມໃຈໃຫ້ກຽດພັນທະກິດຂອງເຮົາ. 14 ເພື່ອເຮົາຈະໄດ້ຊັກຊວນເພື່ອນຮ່ວມຊາດຂອງເຮົາ ໃຫ້ເກີດມີໃຈຫຶງຫວງ ເພື່ອຈະຊ່ວຍພວກເຂົາບາງຄົນໃຫ້ພົ້ນ. 15 ດ້ວຍວ່າ, ຖ້າຊົນຊາດພວກເຮົາຖືກປະຖິ້ມ ອັນເປັນເຫດໃຫ້ມະນຸດທັງໂລກ ກັບຄືນມາເປັນມິດກັບພຣະເຈົ້າ ການທີ່ພຣະເຈົ້າຮັບເອົາພວກຢິວກັບຄືນມາຫາພຣະອົງນັ້ນ ກໍເໝືອນກັບວ່າພວກເຂົາໄດ້ຕາຍໄປແລ້ວ ກັບຄືນມາໃໝ່. 16 ຖ້າເຂົ້າຈີ່ກ້ອນທຳອິດ ຖືກຖວາຍເປັນຜົນແລກແກ່ພຣະເຈົ້ານັ້ນ ເປັນຂອງສັກສິດ ແປ້ງທີ່ນວດແລ້ວທັງອ່າງ ກໍເປັນຂອງສັກສິດແລ້ວເໝືອນກັນ ຖ້າຮາກຕົ້ນໄມ້ຖືກຖວາຍນັ້ນ ເປັນບໍຣິສຸດແລ້ວ ກິ່ງກ້ານທັງໝົດກໍເປັນອັນບໍຣິສຸດຂອງພຣະອົງດ້ວຍເໝືອນກັນ. 17 ແຕ່ຖ້າພຣະເຈົ້າຊົງຫັກກິ່ງກ້ານບາງສ່ວນຂອງຕົ້ນໝາກກອກເທດບ້ານອອກເສຍ ແລ້ວໄດ້ຊົງໂຜດນຳເຈົ້າ ຜູ້ເປັນກິ່ງຕົ້ນໝາກກອກເທດປ່າ ມາແທນກິ່ງເຫຼົ່ານັ້ນ ແລະໃຫ້ເຂົ້າຮ່ວມຮັບນໍ້າຫລໍ່ລ້ຽງອັນບໍຣິບູນຈາກຮາກຕົ້ນກອກເທດນັ້ນ. 18 ສະນັ້ນ ເຈົ້າກໍຢ່າໂອ້ອວດໃສ່ກິ່ງກ້ານທີ່ຖືກຫັກອອກນັ້ນ, ເຈົ້າຈະພູມໃຈໄດ້ຢ່າງໃດ? ຖ້າເຈົ້າໂອ້ອວດໃສ່ກ້ານເຫຼົ່ານັ້ນ ຈົ່ງຈື່ຈຳໄວ້ວ່າ ບໍ່ແມ່ນເຈົ້າທີ່ໄດ້ລ້ຽງຮາກ, ແຕ່ແມ່ນຮາກທີ່ລ້ຽງເຈົ້າ. 19 ແຕ່ເຈົ້າຈະເວົ້າວ່າ ຖືກແລ້ວ ກິ່ງກ້ານເຫຼົ່ານັ້ນຖືກຫັກອອກ ກໍເພື່ອຈະເອົາຂ້ອຍຕໍ່ໃສ່. 20 ຖືກຕ້ອງແລ້ວ ຍ້ອນວ່າພວກເຂົາບໍ່ເຊື່ອ ຈຶ່ງຖືກຫັກອອກ, ແຕ່ທີ່ເຈົ້າຢູ່ໄດ້ນັ້ນ ກໍຍ້ອນຄວາມເຊື່ອຂອງເຈົ້າເທົ່ານັ້ນ. ດັ່ງນັ້ນ ເຈົ້າຢ່າສູ່ເປັນຜູ້ຈອງຫອງ, ແຕ່ຈົ່ງເປັນຜູ້ທີ່ຢຳເກງ. 21 ເພາະວ່າ ຖ້າພຣະເຈົ້າບໍ່ໄດ້ຍົກເວັ້ນຄົນຢິວ ຜູ້ທີ່ເປັນດັ່ງກິ່ງກ້ານເດີມນັ້ນ, ບາງທີພຣະອົງກໍຈະບໍ່ຍົກເວັ້ນເຈົ້າເໝືອນກັນ. 22 ຈົ່ງພິຈາລະນາເບິ່ງພຣະເມດຕາ ແລະຄວາມເຄັ່ງຄັດຂອງພຣະເຈົ້າ ຄືພຣະອົງສຳແດງຄວາມເຄັ່ງຄັດຕໍ່ພວກທີ່ຫລົງຜິດໄປ ແຕ່ພຣະອົງເມດຕາເຈົ້າ ຖ້າເຈົ້າຕັ້ງໝັ້ນຢູ່ໃນພຣະເມດຕານັ້ນຕໍ່ໄປ, ຖ້າບໍ່ດັ່ງນັ້ນ ເຈົ້າກໍຈະຖືກຫັກອອກເໝືອນກັນ. 23 ແລະຖ້າຄົນຢິວບໍ່ສືບຕໍ່ດື້ດ້ານຢູ່ໃນຄວາມບໍ່ເຊື່ອຟັງຂອງພວກເຂົາ, ພວກເຂົາກໍຈະຖືກຕໍ່ເຂົ້າຄືນໃສ່ໃນບ່ອນທີ່ພວກເຂົາເຄີຍເປັນຢູ່ນັ້ນ ເພາະພຣະເຈົ້າຜູ້ມີຣິດເດດສາມາດເຮັດເຊັ່ນນີ້ໄດ້. 24 ດ້ວຍວ່າ, ຖ້າພຣະເຈົ້າຊົງຕັດເຈົ້າອອກຈາກຕົ້ນກອກປ່າ ທີ່ເປັນໄມ້ປ່າຕາມທຳມະຊາດ ແລະຊົງນຳມາຕໍ່ເຂົ້າກັບຕົ້ນກອກພັນດີ ຊຶ່ງຜິດທຳມະຊາດຂອງມັນແລ້ວ ການທີ່ຈະເອົາກິ່ງເຫຼົ່ານັ້ນທີ່ເປັນກິ່ງເດີມ ມາຕໍ່ເຂົ້າກັບຕົ້ນມັນເອງ ກໍຈະງ່າຍກວ່ານັ້ນຫລາຍເທົ່າໃດໜໍ. ພຣະເຈົ້າຊົງພຣະເມດຕາແກ່ທຸກຄົນ 25 ພີ່ນ້ອງທັງຫລາຍເອີຍ ນີ້ຄືຄວາມຈິງອັນລັບເລິກ ຊຶ່ງເຮົາຢາກໃຫ້ພວກເຈົ້າຮູ້ ເພື່ອບໍ່ໃຫ້ພວກເຈົ້າຄິດຖືຕົນວ່າ ເປັນຄົນສະຫລາດ, ຄືວ່າຄວາມດື້ດຶງຂອງຊົນຊາດອິດສະຣາເອນນັ້ນມີພຽງຊົ່ວຄາວ, ຈົນກວ່າຄົນຕ່າງຊາດຈະມາຄົບຈຳນວນໃນການກັບຄືນມາຫາພຣະເຈົ້າ. 26 ແລ້ວພວກອິດສະຣາເອນທັງໝົດ ກໍຈະຖືກຊ່ວຍໃຫ້ພົ້ນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະຜູ້ໂຜດຊ່ວຍໃຫ້ພົ້ນ ຈະມາຈາກພູເຂົາຊີໂອນ ແລະກຳຈັດຄວາມຊົ່ວຊ້າອະທຳອອກຈາກເຊື້ອສາຍຂອງຢາໂຄບ.” 27 “ແລະເຮົາຈະເຮັດຄຳໝັ້ນສັນຍານີ້ ກັບພວກເຂົາ ເມື່ອເຮົາອະໄພບາບກຳ ຂອງພວກເຂົາແລ້ວ.” 28 ຍ້ອນພວກຢິວບໍ່ຍອມຮັບເອົາຂ່າວປະເສີດ ພວກເຂົາຈຶ່ງເປັນສັດຕູຕໍ່ພຣະເຈົ້າ ເພື່ອປະໂຫຍດຂອງພວກເຈົ້າ(ຄົນຕ່າງຊາດ) ແຕ່ຍ້ອນການຊົງເລືອກຂອງພຣະເຈົ້າ ພວກເຂົາຈຶ່ງເປັນຜູ້ທີ່ພຣະເຈົ້າຊົງຮັກ ເພາະເຫັນແກ່ບັນພະບຸລຸດຂອງພວກເຂົາ. 29 ເພາະພຣະເຈົ້າບໍ່ປ່ຽນໃຈກ່ຽວກັບການຊົງເລືອກ ແລະການໃຫ້ຂອງປະທານ. 30 ເຈົ້າທັງຫລາຍກໍເໝືອນກັນ ເມື່ອກ່ອນບໍ່ໄດ້ເຊື່ອຟັງພຣະເຈົ້າ, ແຕ່ມາບັດນີ້ ພວກເຈົ້າໄດ້ຮັບພຣະເມດຕາ ຍ້ອນພວກຢິວບໍ່ເຊື່ອຟັງພຣະອົງສັນໃດ. 31 ບັດນີ້ ເຂົາເຫຼົ່ານັ້ນກໍບໍ່ໄດ້ເຊື່ອຟັງ ເພື່ອວ່າພວກເຂົາຈະໄດ້ຮັບພຣະກະລຸນາດ້ວຍພຣະຄຸນ ທີ່ໄດ້ຊົງໂຜດແກ່ເຈົ້າທັງຫລາຍສັນນັ້ນ. 32 ດ້ວຍວ່າ, ພຣະເຈົ້າໄດ້ຊົງເຮັດໃຫ້ມະນຸດທຸກຄົນ ເປັນຊະເລີຍແຫ່ງຄວາມບໍ່ເຊື່ອຟັງ ເພື່ອວ່າພຣະເມດຕາຈະໄດ້ເປັນທີ່ສຳແດງແກ່ເຂົາທຸກຄົນ. ຄຳສັນລະເສີນຖວາຍແກ່ພຣະເຈົ້າ 33 ຄວາມຮັ່ງມີຂອງພຣະເຈົ້າກໍມີຢ່າງລົ້ນເຫລືອ ແລະພຣະສະຕິປັນຍາ ທັງຄວາມຮອບຮູ້ຂອງພຣະອົງກໍແສນເລີດລໍ້າ ການຕັດສິນຂອງພຣະອົງ ກໍເຫຼືອທີ່ຈະເຂົ້າໃຈໄດ້ ແລະວິທີທາງຂອງພຣະອົງ ກໍເຫຼືອວິໄສທີ່ຈະຄົ້ນຄວ້າໄດ້. 34 ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ຜູ້ໃດໜໍ ທີ່ຮູ້ຄວາມນຶກຄິດ ຂອງພຣະເຈົ້າໄດ້? ຜູ້ໃດໜໍ ທີ່ສາມາດເປັນທີ່ປຶກສາ ຂອງພຣະອົງໄດ້” 35 “ຫລືຜູ້ໃດໜໍ ທີ່ໄດ້ຖວາຍສິ່ງໃດສິ່ງໜຶ່ງ ແກ່ພຣະອົງກ່ອນ ເພື່ອວ່າພຣະອົງຈະໄດ້ໃຫ້ບາງສິ່ງ ຕອບແທນແກ່ຕົນ.” 36 ດ້ວຍວ່າ, ສິ່ງສາລະພັດເປັນມາຈາກພຣະອົງ ມີມາດ້ວຍພຣະອົງ ແລະເພື່ອພຣະອົງ ຂໍໃຫ້ພຣະສະຫງ່າຣາສີ ຈົ່ງເປັນຂອງພຣະອົງຕະຫລອດໄປເປັນນິດເທີ້ນ ອາແມນ. |
@ 2012 United Bible Societies. All Rights Reserved.