Biblia Todo Logo
Bìoball air-loidhne

- Sanasan -

ໂຣມ 10 - ພຣະຄຳພີສັກສິ

1 ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຄວາມ​ປາຖະໜາ​ໃນ​ຈິດໃຈ​ຂອງເຮົາ ແລະ​ຄຳ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ສຳລັບ​ຊາວ​ອິດສະຣາເອນ ແມ່ນ​ຂໍ​ໃຫ້​ພວກເຂົາ​ໄດ້​ພົ້ນ.

2 ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ມີ​ໃຈ​ຮ້ອນຮົນ​ປະຕິບັດ​ພຣະເຈົ້າ, ແຕ່​ບໍ່ໄດ້​ເປັນ​ໄປ​ຕາມ​ຄວາມຮູ້ ແລະ​ສະຕິປັນຍາ.

3 ເພາະ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ຄວາມ​ຊອບທຳ ຊຶ່ງ​ພຣະເຈົ້າ​ປະທານ​ໃຫ້ ແຕ່​ພວກເຂົາ​ໄດ້​ພະຍາຍາມ​ຕັ້ງ​ຄວາມ​ຊອບທຳ​ຂອງ​ພວກເຂົາ​ເອງ​ແທນ, ພວກເຂົາ​ຈຶ່ງ​ບໍ່​ຍອມ​ຢູ່​ໃຕ້​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ.

4 ດ້ວຍວ່າ, ພຣະຄຣິດ​ໄດ້​ເຮັດ​ໃຫ້​ກົດບັນຍັດ​ຖືກ​ຍົກເລີກ ເພື່ອ​ວ່າ​ຜູ້​ທີ່​ວາງໃຈເຊື່ອ​ທຸກຄົນ ຈະ​ໄດ້​ເປັນ​ຄົນ​ຊອບທຳ.


ມີ​ຄວາມ​ພົ້ນ​ສຳລັບ​ມະນຸດ​ທັງປວງ

5 ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.”

6 ແຕ່​ຄວາມ​ຊອບທຳ ຊຶ່ງ​ມີ​ຄວາມເຊື່ອ​ເປັນ​ຫລັກ ກໍ​ກ່າວ​ໄວ້​ດັ່ງນີ້​ວ່າ, “ຢ່າ​ຄິດ​ໃນ​ໃຈ​ວ່າ, ‘ຜູ້ໃດ​ຈະ​ຂຶ້ນ​ໄປ​ເທິງ​ສະຫວັນ?”’ (ຄື​ນຳ​ເອົາ​ພຣະຄຣິດ​ລົງ​ມາ).

7 “ຫລື ‘ຜູ້ໃດ​ຈະ​ລົງ​ໄປ​ໃນ​ເຫວເລິກ?”’ (ຄື​ນຳ​ເອົາ​ພຣະຄຣິດ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ).

8 ແຕ່​ຄວາມ​ຊອບທຳ​ນັ້ນ​ໄດ້​ກ່າວ​ໄວ້​ຢ່າງ​ໃດ ໄດ້​ກ່າວ​ວ່າ, “ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ໃກ້​ເຈົ້າ ຢູ່​ທີ່​ສົບ​ປາກ ແລະ​ຢູ່​ໃນ​ໃຈ​ຂອງ​ເຈົ້າ” (ໝາຍ​ເຖິງ​ຖ້ອຍຄຳ​ແຫ່ງ​ຄວາມເຊື່ອ ທີ່​ພວກເຮົາ​ປະກາດ​ຢູ່​ນັ້ນ).

9 ຖ້າ​ເຈົ້າ​ຮັບ​ດ້ວຍ​ປາກ​ວ່າ, “ພຣະເຢຊູເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ” ແລະ​ເຊື່ອ​ໃນ​ໃຈ​ວ່າ, “ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ” ເຈົ້າ​ກໍ​ຈະ​ໄດ້​ພົ້ນ.

10 ດ້ວຍວ່າ, ມະນຸດ​ເຊື່ອ ກໍ​ເຊື່ອ​ໃນ​ໃຈ​ຂອງ​ຕົນເອງ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ທີ່​ຍອມ​ຮັບ ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຊົງ​ຖືກ​ໂຜດ​ໃຫ້​ພົ້ນ.

11 ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.”

12 ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ.

13 ເພາະວ່າ, “ທຸກຄົນ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະ​ໄດ້​ພົ້ນ.”

14 ແຕ່​ຜູ້​ທີ່​ຍັງ​ບໍ່​ທັນ​ໄດ້​ເຊື່ອ​ໃນ​ພຣະອົງ​ນັ້ນ ພວກເຂົາ​ຈະ​ທູນ​ຂໍ​ຕໍ່​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ຜູ້​ທີ່​ຍັງ​ບໍ່ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ນັ້ນ ຈະ​ເຊື່ອ​ໃນ​ພຣະອົງ​ໄດ້​ຢ່າງ​ໃດ? ແລະ​ເມື່ອ​ບໍ່ມີ​ຜູ້ໃດ​ປະກາດ​ໃຫ້​ພວກເຂົາ​ຟັງ ພວກເຂົາ​ຈະ​ໄດ້ຍິນ​ເຖິງ​ເລື່ອງ​ພຣະອົງ​ໄດ້​ຢ່າງ​ໃດ?

15 ແລະ​ຖ້າ​ບໍ່ມີ​ຜູ້ໃດ​ໃຊ້​ພວກເຂົາ​ໄປ ພວກເຂົາ​ຈະ​ໄປ​ປະກາດ​ໄດ້​ຢ່າງ​ໃດ? ດັ່ງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຕີນ​ຂອງ​ຜູ້​ທີ່​ນຳ​ຂ່າວປະເສີດ​ມາ ກໍ​ງົດງາມ​ປານໃດ​ໜໍ”

16 ແຕ່​ບໍ່ແມ່ນ​ທຸກຄົນ​ທີ່​ຍອມ​ຟັງ​ຂ່າວປະເສີດ​ນັ້ນ ເພາະ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງເຈົ້າ​ເອີຍ, ມີ​ຜູ້ໃດ​ແດ່​ທີ່​ໄດ້​ເຊື່ອຟັງ​ໃນ​ຖ້ອຍຄຳ ຕາມ​ທີ່​ພວກເຂົາ​ໄດ້ຍິນ​ຈາກ​ພວກ​ຂ້ານ້ອຍ​ນັ້ນ?”

17 ດັ່ງນັ້ນ ຄວາມເຊື່ອ​ເກີດຂຶ້ນ​ໄດ້​ກໍ​ເພາະ​ການ​ໄດ້ຍິນ ແລະ​ການ​ໄດ້ຍິນ​ເກີດຂຶ້ນ​ໄດ້ ກໍ​ເພາະ​ການ​ປະກາດ​ເລື່ອງ​ພຣະຄຣິດ.

18 ແຕ່​ເຮົາ​ຖາມ​ວ່າ, “ພວກເຂົາ​ບໍ່ໄດ້ຍິນ​ບໍ?” ແນ່ນອນ ແທ້ຈິງ​ພວກເຂົາ​ໄດ້ຍິນ​ແລ້ວ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ສຽງ​ຂອງ​ພວກເຂົາ​ດັງ​ກ້ອງ ແຜ່​ໄປ​ທົ່ວ​ແຜ່ນດິນ​ໂລກ ແລະ ຖ້ອຍຄຳ​ຂອງ​ພວກເຂົາ​ ກໍ​ເຖິງ​ທີ່ສຸດ​ແຜ່ນດິນ​ໂລກ.”

19 ເຮົາ​ຖາມ​ອີກ​ວ່າ, “ພວກ​ອິດສະຣາເອນ​ບໍ່​ຮູ້ຈັກ​ບໍ?” ໂມເຊ​ເອງ​ເປັນ​ຄົນ​ທຳອິດ​ທີ່​ຕອບ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ ເກີດ​ຄວາມ​ອິດສາ​ຊົນຊາດ​ ທີ່​ຍັງ​ບໍ່​ເປັນ​ປະເທດ, ເຮົາ​ຈະ​ຍົວະ​ໃຫ້​ພວກເຈົ້າ ເຄືອງແຄ້ນ​ປະເທດ​ທີ່​ເປັນ​ຊົນຊາດ​ທີ່​ໂງ່.”

20 ຝ່າຍ​ເອຊາຢາ​ກ້າ​ກ່າວ​ວ່າ, “ຄົນ​ເຫຼົ່ານັ້ນ​ບໍ່ໄດ້​ສະແຫວງ​ຫາ​ເຮົາ​ ກໍ​ພົບ​ເຮົາ ແລະ​ເຮົາ​ກໍ​ໄດ້​ປາກົດ​ແກ່ ຜູ້​ທີ່​ບໍ່ໄດ້​ຖາມ​ຫາ​ເຮົາ.”

21 ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ນັ້ນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງເຮົາ​ອອກ​ຕະຫລອດ​ວັນ ເພື່ອ​ຄອຍ​ຮັບ​ໄພ່ພົນ​ຈຳພວກ​ໜຶ່ງ ທີ່​ດື້ດ້ານ​ແລະ​ບໍ່​ເຊື່ອຟັງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan