ພຣະນິມິດ 9 - ພຣະຄຳພີສັກສິ1 ເມື່ອເທວະດາຕົນທີຫ້າເປົ່າແກຂຶ້ນ, ຂ້າພະເຈົ້າໄດ້ເຫັນດາວດວງໜຶ່ງຕົກຈາກທ້ອງຟ້າ ລົງມາທີ່ແຜ່ນດິນໂລກ, ດາວດວງນີ້ ໄດ້ຮັບກະແຈສຳລັບປ່ອງເຫວເລິກ. 2 ດາວນັ້ນໄດ້ເປີດປ່ອງເຫວເລິກອອກ ແລະຄວັນໄຟກໍພຸ່ງອອກມາຈາກເຫວນັ້ນ ເໝືອນດັ່ງຄວັນໄຟຈາກເຕົາຫລອມໃຫຍ່ ດວງຕາເວັນ ແລະອາກາດກໍມືດໄປ ເພາະຄວັນທີ່ຂຶ້ນມາຈາກເຫວເລິກນັ້ນ. 3 ມີຝູງຕັກແຕນບິນອອກຈາກຄວັນໄຟນັ້ນ ມາສູ່ແຜ່ນດິນໂລກ ແລະພວກມັນໄດ້ຮັບອຳນາດ ເໝືອນກັບອຳນາດຂອງແມງງອດ. 4 ພຣະເຈົ້າຊົງຫ້າມມັນບໍ່ໃຫ້ມັນທຳລາຍຫຍ້າເທິງແຜ່ນດິນໂລກ ສິ່ງຂຽວສົດ ຫລືຕົ້ນໄມ້ໃດໆ, ແຕ່ໃຫ້ທຳລາຍຄົນເຫຼົ່ານັ້ນ ທີ່ບໍ່ມີຕາປະທັບຂອງພຣະເຈົ້າທີ່ໜ້າຜາກຂອງພວກເຂົາເທົ່ານັ້ນ. 5 ພວກມັນບໍ່ໄດ້ຮັບອະນຸຍາດໃຫ້ຂ້າຄົນເຫຼົ່ານັ້ນ, ແຕ່ໃຫ້ທໍລະມານພວກເຂົາພາຍໃນຫ້າເດືອນ ຄວາມເຈັບປວດຂອງການທໍລະມານນີ້ ເປັນເໝືອນຄວາມເຈັບປວດຂອງແມງງອດຕອດ. 6 ໃນໄລຍະຫ້າເດືອນນັ້ນ ຄົນທັງຫລາຍຈະຊອກຫາຄວາມຕາຍ, ແຕ່ຈະບໍ່ພົບຈັກເທື່ອ. ພວກເຂົາຢາກຈະຕາຍ, ແຕ່ຄວາມຕາຍຈະປົບໜີໄປຈາກພວກເຂົາ. 7 ຕັກແຕນເຫຼົ່ານັ້ນ ມີລັກສະນະເໝືອນດັ່ງມ້າທີ່ຕຽມໄວ້ແລ້ວເພື່ອການຮົບເສິກ, ເທິງຫົວຂອງພວກມັນມີສິ່ງໜຶ່ງເໝືອນກັບມົງກຸດຄຳ ແລະໜ້າຂອງພວກມັນເໝືອນໜ້າມະນຸດ. 8 ຜົມຂອງພວກມັນເໝືອນຜົມແມ່ຍິງ ແລະແຂ້ວຂອງພວກມັນເໝືອນແຂ້ວສິງ. 9 ທີ່ໜ້າເອິກຂອງພວກມັນມີສິ່ງໜຶ່ງເໝືອນແຜ່ນເຫຼັກປ້ອງກັນໜ້າເອິກ, ສຽງປີກຂອງພວກມັນເໝືອນສຽງລົດມ້າຈຳນວນຫລາຍຄັນ ທີ່ແລ່ນເຂົ້າສູ່ສະໜາມຮົບ. 10 ພວກມັນມີຫາງຕອດເໝືອນຫາງແມງງອດ, ດ້ວຍຫາງນີ້ ພວກມັນມີອຳນາດທຳຮ້າຍມະນຸດພາຍໃນຫ້າເດືອນ. 11 ພວກມັນມີກະສັດອົງໜຶ່ງຄຸ້ມຄອງ ກະສັດອົງນັ້ນ ຄືບໍລິວານຂອງເຫວເລິກນັ້ນ ຕາມພາສາເຮັບເຣີເອີ້ນວ່າ ອາບັດໂດນ ຊື່ພາສາກຣີກເອີ້ນວ່າ ອາໂປລິໂອນ (ໝາຍຄວາມວ່າ “ຜູ້ທຳລາຍ”). 12 ວິບັດຂັ້ນທຳອິດໄດ້ຜ່ານພົ້ນໄປແລ້ວ ຫລັງຈາກນີ້ ຍັງມີວິບັດສອງປະການຈະເກີດຂຶ້ນໃນພາຍໜ້າ. 13 ເມື່ອເທວະດາຕົນທີຫົກໄດ້ເປົ່າແກຂຶ້ນ ຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກເຂົາແຫລມ ທີ່ຢູ່ແຈທັງສີ່ຂອງແທ່ນບູຊາຄຳ ທີ່ຕັ້ງຢູ່ຕໍ່ໜ້າພຣະເຈົ້າ. 14 ສຽງນັ້ນສັ່ງເທວະດາຕົນທີຫົກທີ່ຖືແກນັ້ນວ່າ, “ຈົ່ງປົດປ່ອຍເທວະດາທັງສີ່ ທີ່ຖືກມັດໄວ້ໃກ້ແມ່ນໍ້າໃຫຍ່ ເອີຟຣັດ ນັ້ນເສຍ.” 15 ເທວະດາເຫຼົ່ານັ້ນ ເປັນພວກທີ່ພຣະເຈົ້າຕຽມໄວ້ສຳລັບໂມງ, ວັນ, ເດືອນ ແລະ ປີ ຊຶ່ງໄດ້ຖືກປ່ອຍໄປຂ້າມະນຸດສະໂລກເສຍໜຶ່ງສ່ວນສາມ. 16 ຂ້າພະເຈົ້າໄດ້ຍິນວ່າ ມີພົນທະຫານມ້າຢູ່ສອງຮ້ອຍລ້ານຄົນ. 17 ໃນນິມິດນັ້ນ ຂ້າພະເຈົ້າໄດ້ເຫັນດັ່ງນີ້ ມີຝູງມ້າແລະພວກຄົນຂີ່ມ້າ ເຄື່ອງປ້ອງກັນເອິກຂອງພວກເຂົາເປັນສີແດງຄືໄຟ ເປັນສີຟ້າຄືນິນສີຄາມ ແລະເປັນສີເຫລືອງຄືມາດ ຫົວຂອງມ້າເຫຼົ່ານັ້ນເໝືອນຫົວສິງ ມີໄຟ ມີຄວັນ ແລະ ມີມາດພຸ່ງອອກມາຈາກປາກຂອງພວກມັນ. 18 ໜຶ່ງສ່ວນສາມຂອງມະນຸດ ໄດ້ຖືກຂ້າດ້ວຍໄພພິບັດສາມຢ່າງນີ້ ຄື: ໄຟ, ຄວັນ ແລະມາດ ທີ່ໄດ້ພຸ່ງອອກມາຈາກປາກຂອງຝູງມ້ານັ້ນ. 19 ດ້ວຍວ່າ, ຣິດເດດຂອງມ້ານັ້ນ ມີຢູ່ໃນປາກແລະໃນຫາງຂອງມັນເໝືອນກັນ. ຫາງຂອງພວກມັນເປັນດັ່ງງູ ແລະມີຫົວຊຶ່ງພວກມັນໃຊ້ທຳຮ້າຍມະນຸດໄດ້. 20 ມະນຸດທີ່ຍັງເຫລືອຢູ່ ເປັນພວກທີ່ບໍ່ໄດ້ຖືກຂ້າດ້ວຍໄພພິບັດເຫຼົ່ານັ້ນ, ກໍຍັງບໍ່ໄດ້ກັບໃຈເສຍໃໝ່ ຈາກສິ່ງທີ່ພວກຕົນໄດ້ເຮັດນັ້ນ, ພວກເຂົາບໍ່ເຊົາບູຊາຜີມານຮ້າຍ ບູຊາຮູບເຄົາຣົບທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງເຫລືອງ, ດ້ວຍຫີນ ແລະດ້ວຍໄມ້ ຊຶ່ງບໍ່ສາມາດເຫັນໄດ້, ບໍ່ສາມາດໄດ້ຍິນ ແລະບໍ່ສາມາດຍ່າງໄປມາໄດ້. 21 ພວກເຂົາບໍ່ໄດ້ກັບໃຈເສຍໃໝ່ ຈາກການຂ້າຟັນກັນ ການເຊື່ອເວດມົນຄາຖາ, ການຜິດສິນທຳທາງເພດ ແລະການລັກຂອງພວກຕົນ. |
@ 2012 United Bible Societies. All Rights Reserved.