ພຣະນິມິດ 8 - ພຣະຄຳພີສັກສິຕາປະທັບດວງທີເຈັດ 1 ເມື່ອພຣະເມສານ້ອຍໄດ້ແກະຕາປະທັບດວງທີເຈັດ, ໃນສະຫວັນກໍງຽບສະຫງັດປະມານເຄິ່ງຊົ່ວໂມງ. 2 ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາເຈັດຕົນ ຢືນຢູ່ຊ້ອງໜ້າພຣະເຈົ້າ ແລະເທວະດາເຫຼົ່ານີ້ໄດ້ຮັບແກເຈັດອັນ. 3 ມີເທວະດາອີກຕົນໜຶ່ງ ຖືໝໍ້ຄຳໃສ່ເຄື່ອງຫອມອອກມາຢືນຢູ່ຕໍ່ໜ້າແທ່ນບູຊາ. ເພິ່ນໄດ້ຮັບເຄື່ອງຫອມຢ່າງຫລວງຫລາຍ ເພື່ອຈະຖວາຍຮ່ວມກັບຄຳພາວັນນາອະທິຖານແຫ່ງໄພ່ພົນທັງໝົດຂອງພຣະເຈົ້າ ເທິງແທ່ນບູຊາຄຳທີ່ຢູ່ຕໍ່ໜ້າພຣະບັນລັງນັ້ນ. 4 ຄວັນທີ່ເຜົາເຄື່ອງຫອມ ພ້ອມທັງຄຳພາວັນນາອະທິຖານຂອງໄພ່ພົນຂອງພຣະເຈົ້າ ໄດ້ລອຍຂຶ້ນໄປຈາກມືຂອງເທວະດາທີ່ຢືນຢູ່ຊ້ອງໜ້າພຣະເຈົ້າ. 5 ແລ້ວເທວະດາຕົນນັ້ນ ໄດ້ຖືໝໍ້ໄປເອົາໄຟຈາກແທ່ນບູຊາໃສ່ຈົນເຕັມ ແລ້ວໂຍນໝໍ້ນັ້ນ ລົງເທິງແຜ່ນດິນໂລກ ແລ້ວກໍເກີດມີຟ້າຮ້ອງ ສຽງແຕກສະໜັ່ນ ຟ້າແມບເຫຼື້ອມ ແລະແຜ່ນດິນຫວັ່ນໄຫວ. ແກເຈັດອັນ 6 ແລ້ວເທວະດາທັງເຈັດຕົນ ທີ່ຖືແກເຈັດອັນນັ້ນ ຕ່າງກໍຕຽມພ້ອມທີ່ຈະເປົ່າ. 7 ເມື່ອເທວະດາຕົນທຳອິດເປົ່າແກຂຶ້ນ ມີໝາກເຫັບແລະໄຟປົນເລືອດ ຖືກຖິ້ມລົງມາເທິງແຜ່ນດິນໂລກ, ໜຶ່ງສ່ວນສາມຂອງແຜ່ນດິນໂລກຖືກໄໝ້, ໜຶ່ງສ່ວນສາມຂອງຕົ້ນໄມ້ກໍຖືກໄໝ້ ແລະຫຍ້າຂຽວສົດທຸກໃບກໍຖືກເຜົາໄໝ້ໄປໝົດ. 8 ເມື່ອເທວະດາຕົນທີສອງເປົ່າແກຂຶ້ນ, ກໍມີສິ່ງໜຶ່ງເໝືອນພູເຂົາໜ່ວຍໃຫຍ່ທີ່ໄຟກຳລັງໄໝ້ຢູ່ ໄດ້ຖືກຖິ້ມລົງໃນທະເລ ແລະໜຶ່ງສ່ວນສາມຂອງທະເລໄດ້ກາຍເປັນເລືອດ, 9 ໜຶ່ງສ່ວນສາມຂອງສິ່ງທີ່ມີຊີວິດຢູ່ໃນທະເລກໍໄດ້ຕາຍໄປ ແລະໜຶ່ງສ່ວນສາມຂອງເຮືອທັງຫລາຍໄດ້ຖືກທຳລາຍ. 10 ເມື່ອເທວະດາຕົນທີສາມໄດ້ເປົ່າແກຂຶ້ນ ກໍມີດາວໃຫຍ່ດວງໜຶ່ງ ທີ່ໄຟກຳລັງໄໝ້ຢູ່ເໝືອນກັບກະບອງ ຕົກລົງຈາກທ້ອງຟ້າ ດາວນັ້ນຕົກໃສ່ແມ່ນໍ້າໜຶ່ງສ່ວນສາມ ແລະໃສ່ນໍ້າພຸທັງຫລາຍ. 11 (ດາວດວງນີ້ ມີຊື່ວ່າ, “ຂົມ.”) ໜຶ່ງສ່ວນສາມຂອງແມ່ນໍ້າໄດ້ກາຍເປັນນໍ້າຂົມ ແລະມີຄົນຈຳນວນຫລວງຫລາຍຕາຍຍ້ອນນໍ້ານັ້ນມີຣົດຂົມ. 12 ເມື່ອເທວະດາຕົນທີສີ່ໄດ້ເປົ່າແກຂຶ້ນ, ດວງອາທິດກໍຖືກທຳລາຍເສຍໜຶ່ງສ່ວນສາມ, ດວງຈັນ ແລະດວງດາວທັງຫລາຍກໍເໝືອນກັນ ຈຶ່ງມືດໄປໜຶ່ງສ່ວນສາມ, ກາງເວັນບໍ່ສະຫວ່າງໜຶ່ງສ່ວນສາມ ແລະໃນກາງຄືນກໍເໝືອນກັນ. 13 ເມື່ອຂ້າພະເຈົ້າຫລຽວເບິ່ງ ກໍໄດ້ຍິນສຽງນົກອິນຊີໂຕໜຶ່ງ ບິນຢູ່ໃນທ້ອງຟ້າ ຮ້ອງສຽງດັງວ່າ, “ວິບັດ ວິບັດ ວິບັດຈະມີແກ່ຄົນທັງຫລາຍ ທີ່ຢູ່ເທິງແຜ່ນດິນໂລກ ເພາະສຽງແກທີ່ເຫຼືອ ຊຶ່ງເທວະດາທັງສາມກຳລັງຈະເປົ່ານັ້ນ.” |
@ 2012 United Bible Societies. All Rights Reserved.