ພຣະນິມິດ 5 - ພຣະຄຳພີສັກສິໜັງສືມ້ວນ ແລະ ພຣະເມສານ້ອຍ 1 ໃນມືຂວາຂອງພຣະອົງ ຜູ້ຊົງນັ່ງຢູ່ເທິງບັນລັງນັ້ນ ຂ້າພະເຈົ້າໄດ້ເຫັນໜັງສືມ້ວນອັນໜຶ່ງ ທີ່ມີຄຳຂຽນໄວ້ທັງຂ້າງໃນແລະຂ້າງນອກ ທີ່ມີຕາປະທັບໄວ້ເຈັດດວງ. 2 ແລະຂ້າພະເຈົ້າໄດ້ເຫັນເທວະດາຜູ້ມີຣິດຕົນໜຶ່ງ ປະກາດດ້ວຍສຽງອັນດັງວ່າ, “ຜູ້ໃດໜໍ ເປັນຜູ້ສົມຄວນທີ່ຈະແກະຕາປະທັບ ແລະມາຍໜັງສືມ້ວນນັ້ນອອກ?” 3 ແຕ່ບໍ່ມີຜູ້ໃດໃນສະຫວັນ ຫລືແຜ່ນດິນໂລກ ຫລືໃຕ້ພື້ນໂລກ ມາຍໜັງສືມ້ວນນັ້ນອອກແລະເບິ່ງໄດ້. 4 ຂ້າພະເຈົ້າໄດ້ຮ້ອງໄຫ້ຢ່າງຂົມຂື່ນ ເພາະບໍ່ມີຜູ້ໃດສົມຄວນຈະມາຍໜັງສືມ້ວນນັ້ນອອກເບິ່ງໄດ້. 5 ແລ້ວມີທ່ານຜູ້ໜຶ່ງໃນພວກອາວຸໂສນັ້ນ ບອກຂ້າພະເຈົ້າວ່າ, “ຢ່າຮ້ອງໄຫ້ເລີຍ ເບິ່ງແມ! ສິງຈາກເຜົ່າຢູດາ ໜໍ່ແໜງແຫ່ງເຊື້ອສາຍຂອງດາວິດ ເປັນຜູ້ມີໄຊຊະນະແລ້ວ ຈຶ່ງສາມາດແກະຕາປະທັບທັງເຈັດ ແລະມາຍໜັງສືມ້ວນນັ້ນອອກໄດ້.” 6 ແລ້ວຂ້າພະເຈົ້າກໍໄດ້ເຫັນພຣະເມສານ້ອຍ ຢືນຢູ່ທ່າມກາງບັນລັງອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ຕົນແລະພວກອາວຸໂສ. ພຣະເມສານ້ອຍນີ້ເບິ່ງຄືວ່າໄດ້ຖືກຂ້າແລ້ວ. ພຣະເມສານ້ອຍນັ້ນ ມີເຂົາເຈັດອັນ ມີຕາເຈັດໜ່ວຍ ຊຶ່ງເປັນວິນຍານທັງເຈັດຂອງພຣະເຈົ້າ ທີ່ຊົງໃຊ້ໃຫ້ອອກໄປທົ່ວແຜ່ນດິນໂລກ. 7 ແລະພຣະເມສານ້ອຍໄດ້ຮັບເອົາໜັງສືມ້ວນນັ້ນຈາກມືຂວາຂອງພຣະອົງ ຜູ້ຊົງນັ່ງເທິງບັນລັງນັ້ນ. 8 ເມື່ອຮັບເອົາໜັງສືມ້ວນນັ້ນແລ້ວ ສິ່ງທີ່ມີຊີວິດທັງສີ່ພ້ອມກັບພວກຜູ້ອາວຸໂສຊາວສີ່ທ່ານ ກໍກົ້ມຂາບລົງແທບຕີນພຣະເມສານ້ອຍນັ້ນ ແຕ່ລະຄົນຖືພິນແລະຂັນຄຳທີ່ເຕັມດ້ວຍເຄື່ອງຫອມ ຊຶ່ງເປັນຄຳພາວັນນາອະທິຖານແຫ່ງໄພ່ພົນທັງປວງຂອງພຣະເຈົ້າ. 9 ພວກເຂົາໄດ້ຮ້ອງເພງບົດໃໝ່ວ່າ, “ພຣະອົງຊົງເປັນຜູ້ສົມຄວນ ທີ່ຈະຮັບເອົາໜັງສືມ້ວນ ແລະ ແກະຕາປະທັບ ມາຍໜັງສືມ້ວນນັ້ນ ດ້ວຍວ່າພຣະອົງຊົງຖືກຂ້າແລ້ວ ແລະ ດ້ວຍເລືອດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າ, ທຸກຊາດ, ທຸກພາສາ, ທຸກເຊື້ອຊາດ ແລະ ທຸກປະເທດໃຫ້ມາເຖິງພຣະເຈົ້າ. 10 ພຣະອົງໄດ້ເຮັດໃຫ້ພວກເຂົາ ເປັນອານາຈັກແຫ່ງປະໂຣຫິດ ເພື່ອຮັບໃຊ້ພຣະເຈົ້າຂອງພວກເຮົາ ແລະພວກເຂົາເຫຼົ່ານັ້ນ ຈະໄດ້ປົກຄອງເທິງແຜ່ນດິນໂລກ.” 11 ອີກເທື່ອໜຶ່ງ ຂ້າພະເຈົ້າໄດ້ຫລຽວເບິ່ງ ແລະໄດ້ຍິນສຽງຂອງຝູງເທວະດາເປັນຈຳນວນຫລວງຫລາຍນັບເປັນໂກດໆ ແສນໆ ຊຶ່ງຢືນອ້ອມພຣະຣາຊບັນລັງອ້ອມສິ່ງທີ່ມີຊີວິດທັງສີ່ ແລະອ້ອມພວກຜູ້ອາວຸໂສນັ້ນ 12 ແລະຮ້ອງສຽງດັງວ່າ, “ພຣະເມສານ້ອຍທີ່ຖືກຂ້າແລ້ວນັ້ນ ເປັນຜູ້ສົມຄວນທີ່ຈະໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳສັນລະເສີນ.” 13 ແລະຂ້າພະເຈົ້າໄດ້ຍິນສຽງສິ່ງທີ່ມີຊີວິດທັງໝົດທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະໃນມະຫາສະໝຸດ ຄືສິ່ງທັງປວງ ຊຶ່ງຢູ່ໃນທີ່ນັ້ນຮ້ອງວ່າ, “ຂໍໃຫ້ຄຳສັນລະເສີນ ກຽດຕິຍົດ ສະຫງ່າຣາສີ ແລະຣິດທານຸພາບ ຈົ່ງມີແດ່ພຣະອົງ ຜູ້ຊົງປະທັບ ເທິງພຣະຣາຊບັນລັງ ແລະແດ່ພຣະເມສານ້ອຍ ຕະຫລອດຊົ່ວນິຣັນດອນ.” 14 ແລະສິ່ງທີ່ມີຊີວິດທັງສີ່ນັ້ນ ກໍຮ້ອງວ່າ, “ອາແມນ” ແລະພວກຜູ້ອາວຸໂສເຫຼົ່ານັ້ນ ກໍພາກັນຂາບລົງນະມັດສະການ. |
@ 2012 United Bible Societies. All Rights Reserved.