Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 4 - ພຣະຄຳພີສັກສິ


ການ​ນະມັດສະການ​ໃນ​ສະຫວັນ

1 ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”

2 ໃນ​ທັນໃດນັ້ນ ຂ້າພະເຈົ້າ​ໄດ້​ປະກອບ​ໄປ​ດ້ວຍ​ພຣະວິນຍານ ແລະ​ເບິ່ງແມ! ມີ​ຣາຊບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ ມີ​ທ່ານ​ອົງ​ໜຶ່ງ​ປະທັບ​ຢູ່​ເທິງ​ບັນລັງ​ນັ້ນ.

3 ໃບ​ໜ້າ​ຂອງ​ພຣະອົງ​ເປັນ​ດັ່ງ​ແກ້ວມະນີໂຊດ​ແລະ​ແກ້ວພິລາ ແລະ​ອ້ອມຮອບ​ບັນລັງ​ນັ້ນ, ມີ​ຮຸ້ງກິນນໍ້າ​ສີ​ຄ້າຍ​ຄື​ແສງ​ແກ້ວມໍຣະກົດ.

4 ອ້ອມຮອບ​ບັນລັງ​ນັ້ນ ມີ​ບັນລັງ​ອີກ​ຊາວສີ່​ບັນລັງ ແລະ​ມີ​ຜູ້​ອາວຸໂສ​ຊາວສີ່​ທ່ານ ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ທຸກ​ທ່ານ​ນຸ່ງ​ເຄື່ອງ​ຂາວ ແລະ​ສວມ​ມົງກຸດ​ຄຳ​ທີ່​ຫົວ.

5 ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.

6 ຢູ່​ຕໍ່ໜ້າ​ບັນລັງ​ນັ້ນ ມີ​ສິ່ງ​ໜຶ່ງ​ເໝືອນ​ທະເລ​ແກ້ວມະນີ. ອ້ອມຮອບ​ບັນລັງ​ທຸກ​ດ້ານ​ມີ​ສິ່ງທີ່ມີ​ຊີວິດ​ສີ່​ຕົນ ຊຶ່ງ​ມີ​ຕາ​ເຕັມ​ຢູ່​ທັງ​ຂ້າງໜ້າ​ແລະ​ຂ້າງຫລັງ.

7 ຕົນ​ທີ​ໜຶ່ງ​ເໝືອນ​ສິງ, ຕົນ​ທີ​ສອງ​ເໝືອນ​ງົວ​ນ້ອຍ, ຕົນ​ທີ​ສາມ​ມີ​ໜ້າ​ເໝືອນ​ມະນຸດ, ຕົນ​ທີ​ສີ່​ເໝືອນ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່.

8 ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ ທຸກ​ຕົນ​ມີ​ປີກ​ຫົກ​ປີກ ແລະ​ມີ​ຕາ​ເຕັມ​ຂ້າງນອກ​ແລະ​ຂ້າງໃນ. ພວກເພິ່ນ​ຮ້ອງ​ຕະຫລອດ​ວັນ​ຕະຫລອດ​ຄືນ​ບໍ່​ຢຸດ​ບໍ່​ເຊົາ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຣິດທານຸພາບ​ສູງສຸດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ແລະ​ຜູ້​ຈະ​ຊົງ​ສະເດັດ​ມາ.”

9 ເມື່ອ​ສິ່ງທີ່ມີ​ຊີວິດ​ເຫຼົ່ານັ້ນ​ຖວາຍ​ຄຳ​ຍົກຍໍ​ສະຫງ່າຣາສີ ຖວາຍ​ພຣະກຽດ ແລະ ຄຳ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ ຜູ້​ຊົງ​ມີ​ພຣະຊົນ​ດຳລົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ເມື່ອໃດ,

10 ເມື່ອນັ້ນ ບັນດາ​ຜູ້​ອາວຸໂສ​ຊາວສີ່​ທ່ານ ກໍ​ຂາບລົງ​ຖວາຍ​ບັງຄົມ​ພຣະອົງ ຜູ້​ປະທັບ​ເທິງ​ຣາຊບັນລັງ​ນັ້ນ ນະມັດສະການ​ພຣະອົງ ຜູ້​ຊົງພຣະຊົນ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ ແລ້ວ​ຖອດ​ມົງກຸດ​ອອກ​ວາງ​ລົງ​ຕໍ່ໜ້າ​ຣາຊບັນລັງ​ຮ້ອງ​ວ່າ,

11 “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”

@ 2012 United Bible Societies. All Rights Reserved.

Lean sinn:



Sanasan