Biblia Todo Logo
Bìoball air-loidhne

- Sanasan -

ພຣະນິມິດ 22 - ພຣະຄຳພີສັກສິ

1 ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.

2 ນໍ້າ​ນັ້ນ​ໄຫລ​ລົງ​ຜ່ານ​ກາງ​ຖະໜົນ​ຂອງ​ນະຄອນ ແຕ່ລະ​ແຄມ​ທັງສອງ​ຟາກ​ຂ້າງ​ຂອງ​ແມ່ນໍ້າ​ນັ້ນ ມີ​ຕົ້ນໄມ້​ແຫ່ງ​ຊີວິດ ຊຶ່ງ​ເກີດຜົນ​ສິບສອງ​ຊະນິດ, ເກີດຜົນ​ທຸກ​ເດືອນ ແລະ​ໃບ​ຂອງ​ຕົ້ນ​ນັ້ນ ໃຊ້​ສຳລັບ​ປິ່ນປົວ​ບັນດາ​ປະຊາຊາດ​ທັງຫລາຍ​ໃຫ້​ດີ.

3 ຢູ່​ໃນ​ນະຄອນ​ນັ້ນ ບໍ່ມີ​ສິ່ງໃດ​ທີ່​ຕົກ​ຢູ່​ໃນ​ຄຳສາບແຊ່ງ​ຂອງ​ພຣະເຈົ້າ​ອີກ​ຕໍ່ໄປ. ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະ​ເມສານ້ອຍ ຈະ​ຕັ້ງ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຈະ​ບົວລະບັດ​ຮັບໃຊ້​ພຣະອົງ.

4 ພວກເຂົາ​ຈະ​ເຫັນ​ພຣະເຈົ້າ​ໜ້າ​ຕໍ່ໜ້າ ແລະ​ພຣະນາມ​ຂອງ​ພຣະອົງ​ຈະ​ຊົງ​ປະທັບຕາ​ໃສ່​ໜ້າຜາກ​ຂອງ​ພວກເຂົາ​ໄວ້.

5 ກາງຄືນ​ຈະ​ບໍ່ມີ​ອີກ​ຕໍ່ໄປ ແລະ​ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ໂຄມໄຟ ຫລື​ແສງ​ຕາເວັນ, ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປັນ​ແສງ​ສະຫວ່າງ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ປົກຄອງ​ຢູ່​ຕະຫລອດ​ນິຣັນດອນ.


ພຣະເຢຊູເຈົ້າ​ຈະ​ສະເດັດ​ມາ​ໂດຍ​ໄວ

6 ເທວະດາ​ຕົນ​ນັ້ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຖ້ອຍຄຳ​ເຫຼົ່ານີ້​ແມ່ນ​ສັດຊື່​ແລະ​ທ່ຽງແທ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ແຫ່ງ​ດວງ​ວິນຍານ​ຂອງ​ບັນດາ​ຜູ້ທຳນວາຍ ໄດ້​ຊົງ​ໃຫ້​ເທວະດາ​ຂອງ​ພຣະອົງ ສຳແດງ​ແກ່​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ ເພື່ອ​ໃຫ້​ຮູ້​ວ່າ​ເຫດການ​ຫຍັງ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ໄວໆ​ນີ້.”

7 “ແລະ​ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຖື​ຮັກສາ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້.”

8 ຂ້າພະເຈົ້າ ຄື​ໂຢຮັນ ເປັນ​ຜູ້​ທີ່​ໄດ້ຍິນ​ແລະ​ໄດ້​ເຫັນ​ເຫດການ​ທັງໝົດ​ນີ້. ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ແລະ​ໄດ້​ເຫັນ​ແລ້ວ ກໍ​ນ້ອມຕົວ​ລົງ​ຈະ​ນະມັດສະການ​ໃກ້​ຕີນ​ຂອງ​ເທວະດາ ຕົນ​ທີ່​ໄດ້​ສຳແດງ​ເຫດການ​ທັງໝົດ​ນີ້​ໃຫ້​ແກ່​ຂ້າພະເຈົ້າ.

9 ແຕ່​ເທວະດາ​ຕົນ​ນັ້ນ ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະວັງ ຢ່າ​ກົ້ມຂາບ​ເຮົາ​ເລີຍ, ເຮົາ​ເອງ​ກໍ​ເປັນ​ເພື່ອນ​ຜູ້ຮັບໃຊ້​ເໝືອນ​ກັບ​ທ່ານ ແລະ​ກັບ​ພວກ​ພີ່ນ້ອງ​ຂອງທ່ານ​ຊຶ່ງ​ເປັນ​ຜູ້​ປະກາດ​ພຣະທຳ ແລະ​ທຸກຄົນ​ທີ່​ຖື​ຮັກສາ​ຖ້ອຍຄຳ​ໃນ​ໜັງສື​ມ້ວນ​ນີ້ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ.”

10 ແລ້ວ​ເພິ່ນ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຢ່າ​ປົກປິດ​ຖ້ອຍຄຳ​ທຳນວາຍ ໃນ​ໜັງສື​ມ້ວນ​ນີ້​ໄວ້​ເປັນ​ຄວາມ​ລັບ ເພາະ​ເວລາ​ທີ່​ເຫດການ​ຈະ​ເກີດຂຶ້ນ​ນັ້ນ ກໍ​ໃກ້​ເຂົ້າ​ມາ​ແລ້ວ.

11 ຜູ້ໃດ​ທີ່​ເຮັດ​ຊົ່ວ ກໍ​ໃຫ້​ເຮັດ​ຊົ່ວ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນຊົ່ວຊ້າ ກໍ​ໃຫ້​ເປັນ​ຄົນຊົ່ວຊ້າ​ຕໍ່ໄປ, ຜູ້ໃດ​ທີ່​ເປັນ​ຄົນ​ຊອບທຳ ກໍ​ໃຫ້​ເຮັດ​ການ​ຊອບທຳ​ຕໍ່ໄປ ແລະ​ຜູ້ໃດ​ທີ່​ເປັນ​ຄົນ​ບໍຣິສຸດ ກໍ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຕໍ່ໄປ.”

12 “ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.

13 ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້​ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”

14 ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.

15 ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.

16 “ຝ່າຍ​ເຮົາ ຄື ເຢຊູ ເຮົາ​ໄດ້​ໃຊ້​ເທວະດາ​ຂອງເຮົາ​ໄປ​ເປັນ​ພະຍານ ເພື່ອ​ສຳແດງ​ເຫດການ​ເຫຼົ່ານີ້​ແກ່​ພວກເຈົ້າ ສຳລັບ​ຄຣິສຕະຈັກ​ທັງຫລາຍ ເຮົາ​ນີ້​ເປັນ​ຮາກເຄົ້າ ແລະ​ໜໍ່ເຊື້ອ​ຂອງ​ດາວິດ ເປັນ​ດາວເພັກ​ດວງ​ໃສ​ຮຸ່ງເຮືອງ.”

17 ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ບົດ​ມ້ວນທ້າຍ

18 ຝ່າຍ​ຂ້າພະເຈົ້າ​ຂໍ​ເຕືອນ​ທຸກຄົນ ທີ່​ໄດ້ຍິນ​ຄຳທຳນວາຍ​ທັງຫຼາຍ​ໃນ​ໜັງສື​ມ້ວນ​ນີ້​ວ່າ, “ຖ້າ​ຜູ້ໃດ​ຈະ​ເພີ່ມຕື່ມ​ຂໍ້ຄວາມ​ໃດໆ​ໃສ່​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ເອົາ​ໄພພິບັດ​ທີ່​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້ ເພີ່ມຕື່ມ​ໃຫ້​ແກ່​ຜູ້ນັ້ນ.

19 ຖ້າ​ຜູ້ໃດ​ຕັດ​ຂໍ້ຄວາມ​ໃດ​ໜຶ່ງ ອອກ​ຈາກ​ຄຳທຳນວາຍ​ໃນ​ໜັງສື​ມ້ວນ​ນີ້ ພຣະເຈົ້າ​ຈະ​ຊົງ​ຕັດ​ສ່ວນແບ່ງ​ຂອງ​ຜູ້ນັ້ນ ອອກ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ແຫ່ງ​ນະຄອນ​ສັກສິດ ຊຶ່ງ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ມ້ວນ​ນີ້.”

20 ພຣະອົງ​ຜູ້​ຊົງ​ເປັນ​ພະຍານ​ເຖິງ​ເຫດການ​ເຫຼົ່ານີ້ ຊົງ​ກ່າວ​ວ່າ, “ແນ່ນອນ ເຮົາ​ຈະ​ມາ​ໃນ​ໄວໆ​ນີ້.” ອາແມນ ອົງ​ພຣະເຢຊູເຈົ້າ​ເຊີນ​ສະເດັດ​ມາ​ເທີ້ນ!

21 ຂໍ​ໃຫ້​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ​ເທີ້ນ ອາແມນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan