ພຣະນິມິດ 21 - ພຣະຄຳພີສັກສິສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່ 1 ແລ້ວຂ້າພະເຈົ້າກໍໄດ້ເຫັນສະຫວັນໃໝ່ແລະແຜ່ນດິນໂລກໃໝ່ ເພາະວ່າສະຫວັນເດີມແລະແຜ່ນດິນໂລກເດີມນັ້ນ ກໍໄດ້ລ່ວງໄປແລ້ວ ແລະທະເລກໍບໍ່ມີເໝືອນກັນ. 2 ຂ້າພະເຈົ້າກໍໄດ້ເຫັນນະຄອນສັກສິດ ຄືນະຄອນເຢຣູຊາເລັມໃໝ່ ກຳລັງລົງມາຈາກສະຫວັນ ແລະຈາກພຣະເຈົ້າ, ນະຄອນນີ້ໄດ້ຈັດຕຽມພ້ອມແລ້ວເໝືອນເຈົ້າສາວແຕ່ງຕົວໄວ້ເພື່ອພົບເຈົ້າບ່າວຂອງຕົນ. 3 ຂ້າພະເຈົ້າໄດ້ຍິນສຽງດັງອອກມາຈາກພຣະຣາຊບັນລັງ ແລະກ່າວວ່າ, “ເບິ່ງແມ! ທີ່ສະຖິດຂອງພຣະເຈົ້າກໍຢູ່ກັບມະນຸດແລ້ວ ພຣະອົງຈະສະຖິດຢູ່ກັບພວກເຂົາ ແລະພວກເຂົາກໍຈະເປັນໄພ່ພົນຂອງພຣະອົງ ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະຈະຊົງເປັນພຣະເຈົ້າຂອງພວກເຂົາ. 4 ພຣະເຈົ້າຈະຊົງເຊັດນໍ້າຕາທຸກຢົດຈາກຕາຂອງພວກເຂົາ. ຄວາມຕາຍຈະບໍ່ມີອີກຕໍ່ໄປ. ຄວາມໂສກເສົ້າ, ການຮ້ອງໄຫ້ ແລະຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ໃນຄາວກ່ອນນັ້ນ ກໍໄດ້ຜ່ານພົ້ນໄປແລ້ວ.” 5 ພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງ ໄດ້ຊົງກ່າວວ່າ, “ເບິ່ງແມ! ເຮົາໄດ້ສ້າງທຸກສິ່ງທັງປວງຂຶ້ນໃໝ່.” ແລະພຣະອົງຊົງກ່າວອີກວ່າ, “ຈົ່ງຂຽນໄວ້ ເພາະວ່າຖ້ອຍຄຳເຫຼົ່ານີ້ແມ່ນສັດຊື່ແລະທ່ຽງແທ້.” 6 ພຣະອົງຊົງກ່າວກັບຂ້າພະເຈົ້າວ່າ, “ສຳເລັດແລ້ວ ເຮົານີ້ ຄືອາລະຟາແລະໂອເມຄາ ເປັນເບື້ອງຕົ້ນແລະເປັນເບື້ອງປາຍ, ຜູ້ໃດທີ່ຫິວນໍ້າ ເຮົາຈະໃຫ້ຜູ້ນັ້ນດື່ມຈາກບໍ່ນໍ້າພຸແຫ່ງຊີວິດ ໂດຍບໍ່ຕ້ອງເສຍຄ່າ. 7 ຜູ້ທີ່ໄດ້ໄຊຊະນະ ຜູ້ນັ້ນຈະໄດ້ຮັບສິ່ງເຫຼົ່ານີ້ ເປັນມໍຣະດົກ ຄືເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະພວກເຂົາຈະເປັນບຸດຂອງເຮົາ. 8 ສ່ວນຄົນຂີ້ຢ້ານ, ຄົນທໍລະຍົດ, ຄົນປະພຶດໃນສິ່ງທີ່ໜ້າກຽດໜ້າຊັງ, ຜູ້ຂ້າຄົນ, ຄົນປະພຶດຜິດສິນທຳທາງເພດ, ຄົນໃຊ້ເວດມົນຄາຖາ, ຄົນຂາບໄຫວ້ຮູບເຄົາຣົບ ແລະຄົນຂີ້ຕົວະທຸກຄົນນັ້ນ ມໍຣະດົກຂອງຄົນເຫຼົ່ານັ້ນ ແມ່ນບຶງໄຟທີ່ໄໝ້ຢູ່ປົນກັບມາດ ຊຶ່ງເປັນຄວາມຕາຍຄັ້ງທີສອງ.” ນະຄອນເຢຣູຊາເລັມໃໝ່ 9 ເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນເຈັດໜ່ວຍທີ່ເຕັມໄປດ້ວຍໄພພິບັດສຸດທ້າຍ ທັງເຈັດປະການນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ ເຮົາຈະພາເຈົ້າໄປເບິ່ງເຈົ້າສາວທີ່ເປັນພັນລະຍາຂອງພຣະເມສານ້ອຍ.” 10 ເພິ່ນໄດ້ຍົກຂ້າພະເຈົ້າດ້ວຍພຣະວິນຍານ ໄປເທິງພູສູງໜ່ວຍໃຫຍ່ ແລະໄດ້ຊີ້ໃຫ້ຂ້າພະເຈົ້າເຫັນນະຄອນສັກສິດ ຄືນະຄອນເຢຣູຊາເລັມ ຊຶ່ງກຳລັງລົງມາຈາກສະຫວັນ ແລະຈາກພຣະເຈົ້າ. 11 ນະຄອນນັ້ນ ປະກອບດ້ວຍສະຫງ່າຣາສີຂອງພຣະເຈົ້າ ມີແສງຮຸ່ງເຮືອງເໝືອນເພັດ ເໝືອນແກ້ວມະນີໂຊດອັນເສາະໃສ. 12 ນະຄອນນັ້ນ ມີກຳແພງໃຫຍ່ແລະສູງ, ມີປະຕູສິບສອງປ່ອງ ແລະມີເທວະດາສິບສອງຕົນເຝົ້າຮັກສາຢູ່ ທີ່ປະຕູໄດ້ຈາລຶກຊື່ສິບສອງຕະກຸນຂອງພວກຊາດອິດສະຣາເອນໄວ້. 13 ກຳແພງແຕ່ລະດ້ານ ມີປະຕູຢູ່ສາມປ່ອງຄື: ທິດຕາເວັນອອກມີສາມປ່ອງ ທິດເໜືອມີສາມປ່ອງ ທິດໃຕ້ມີສາມປ່ອງ ແລະທິດຕາເວັນຕົກມີສາມປ່ອງ. 14 ກຳແພງນະຄອນນັ້ນ ໄດ້ຖືກສ້າງຂຶ້ນເທິງຫີນສິບສອງກ້ອນເປັນຮາກຖານ ຫີນແຕ່ລະກ້ອນ ໄດ້ຈາລຶກຊື່ອັກຄະສາວົກສິບສອງຄົນຂອງພຣະເມສານ້ອຍ. 15 ເທວະດາຕົນທີ່ໄດ້ເວົ້າກັບຂ້າພະເຈົ້ານັ້ນ ໄດ້ຖືໄມ້ແທກເປັນຄຳ ສຳລັບແທກນະຄອນ ແທກປະຕູ ແລະກຳແພງຂອງນະຄອນນັ້ນ. 16 ນະຄອນນັ້ນ ເປັນຮູບສີ່ຫລ່ຽມມົນທົນ ກວ້າງແລະຍາວເທົ່າກັນ ເທວະດາໄດ້ເອົາໄມ້ແທກ ມາແທກໄດ້ດັ່ງນີ້: ຂ້າງລະສອງພັນສີ່ຮ້ອຍກິໂລແມັດ ກວ້າງ, ຍາວ ແລະສູງເທົ່າກັນໝົດ. 17 ເພິ່ນຍັງໄດ້ແທກກຳແພງນະຄອນນັ້ນ ໄດ້ຫົກສິບແມັດ ຕາມເຄື່ອງແທກທີ່ເທວະດາໃຊ້ ຊຶ່ງເປັນເໝືອນເຄື່ອງແທກທີ່ມະນຸດເຄີຍໃຊ້. 18 ກຳແພງນັ້ນ ສ້າງດ້ວຍແກ້ວມະນີໂຊດ ແລະນະຄອນນັ້ນ ສ້າງດ້ວຍຄຳບໍຣິສຸດທີ່ເສາະໃສເໝືອນແກ້ວ. 19 ບັນດາຖານຂອງນະຄອນນັ້ນ ປະດັບດ້ວຍເພັດພອຍທຸກຊະນິດ. ຖານທີໜຶ່ງເປັນແກ້ວມະນີໂຊດ, ທີສອງໄພທູນ, ທີສາມໂມຣາ, ທີສີ່ມໍຣະກົດ, 20 ທີຫ້າບຸດ, ທີຫົກພິລາ, ທີເຈັດບຸດສະບາຄຳນໍ້າແກ່, ທີແປດເພທາຍ, ທີເກົ້າບຸດສະບາຄຳນໍ້າອ່ອນ, ທີສິບຢົກ, ທີສິບເອັດນິນ ແລະທີສິບສອງເປັນແກ້ວເພທາຍສີມ່ວງ. 21 ປະຕູທັງສິບສອງນັ້ນ ເຮັດດ້ວຍໄຂ່ມຸກສິບສອງໜ່ວຍ ປະຕູລະໜ່ວຍ ແລະຖະໜົນໃນນະຄອນນັ້ນ ເປັນຄຳບໍຣິສຸດສ່ອງໃສເໝືອນແກ້ວ. 22 ຂ້າພະເຈົ້າບໍ່ໄດ້ເຫັນມີພຣະວິຫານຢູ່ໃນນະຄອນນັ້ນ ເພາະແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ແລະ ພຣະເມສານ້ອຍ ເປັນພຣະວິຫານຂອງນະຄອນນັ້ນ. 23 ນະຄອນນັ້ນ ບໍ່ຕ້ອງການແສງສະຫວ່າງຂອງດວງອາທິດ ຫລືດວງຈັນ, ເພາະວ່າພຣະຣັດສະໝີຂອງພຣະເຈົ້າ ຊົງເປັນແສງສະຫວ່າງຂອງນະຄອນນັ້ນ ແລະພຣະເມສານ້ອຍ ຊົງເປັນໂຄມໄຟຂອງນະຄອນນັ້ນ. 24 ປະຊາຊາດທັງໝົດໃນໂລກ ຈະທ່ຽວໄປມາຢູ່ທ່າມກາງແສງສະຫວ່າງຂອງນະຄອນນັ້ນ ແລະບັນດາກະສັດໃນແຜ່ນດິນໂລກ ຈະນຳເອົາສະຫງ່າຣາສີຂອງຕົນ ເຂົ້າໄປໃນນະຄອນນັ້ນ. 25 ປະຕູທັງຫລາຍໃນນະຄອນນັ້ນ ຈະເປີດຢູ່ຕະຫລອດວັນ ຈະບໍ່ຖືກປິດຈັກເທື່ອ ເພາະວ່າໃນທີ່ນັ້ນບໍ່ມີກາງຄືນ. 26 ສະຫງ່າຣາສີແລະຄວາມຮັ່ງມີ ແຫ່ງຊັບສົມບັດຂອງຊົນຊາດທັງຫລາຍ ຈະຖືກນຳເຂົ້າມາສູ່ນະຄອນນັ້ນ. 27 ແຕ່ສິ່ງໃດທີ່ເປັນມົນທິນຊົ່ວຮ້າຍ ຫລືຜູ້ທີ່ເຮັດໃນສິ່ງທີ່ອັບອາຍ ໜ້າກຽດໜ້າຊັງ ຫລືຄົນຂີ້ຕົວະ ຈະເຂົ້າໄປໃນນະຄອນນັ້ນບໍ່ໄດ້ເປັນເດັດຂາດ ມີແຕ່ພວກຄົນທັງຫລາຍ ທີ່ມີຊື່ຈົດໄວ້ໃນໜັງສືທະບຽນແຫ່ງຊີວິດຂອງພຣະເມສານ້ອຍເທົ່ານັ້ນ ຈຶ່ງຈະເຂົ້າໄປໄດ້. |
@ 2012 United Bible Societies. All Rights Reserved.