ພຣະນິມິດ 2 - ພຣະຄຳພີສັກສິຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງເອເຟໂຊ 1 “ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າໃນຄຣິສຕະຈັກເມືອງເອເຟໂຊວ່າ, ຕໍ່ໄປນີ້ແມ່ນຖ້ອຍຄຳຈາກຜູ້ທີ່ຖືດາວເຈັດດວງໃນມືຂວາ ແລະຜູ້ທີ່ຍ່າງໄປມາທ່າມກາງຄັນຕະກຽງຄຳເຈັດອັນ: 2 ເຮົາຮູ້ຈັກການກະທຳຂອງເຈົ້າ ເຮົາຮູ້ຈັກພາລະກິດອັນຍາກລຳບາກ ແລະຄວາມອົດທົນຂອງເຈົ້າ ເຮົາຮູ້ວ່າເຈົ້າທົນຕໍ່ຄົນຊົ່ວຮ້າຍບໍ່ໄດ້. ເຈົ້າໄດ້ລອງໃຈຄົນເຫຼົ່ານັ້ນທີ່ອວດວ່າ ເປັນອັກຄະສາວົກ, ແຕ່ພວກເຂົາບໍ່ໄດ້ເປັນ ແລະເຈົ້າກໍຮູ້ຈັກແລ້ວວ່າພວກເຂົາເປັນຄົນຂີ້ຕົວະ. 3 ເຮົາຮູ້ວ່າເຈົ້າໄດ້ອົດທົນແລະທົນທຸກ ເພາະເຫັນແກ່ນາມຂອງເຮົາ ແລະເຈົ້າກໍບໍ່ໄດ້ທໍ້ຖອຍ. 4 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າ ຄືເຈົ້າໄດ້ປະຖິ້ມຄວາມຮັກເດີມຂອງເຈົ້າ. 5 ເຫດສະນັ້ນ ຈົ່ງລະນຶກວ່າເຈົ້າໄດ້ຕົກຈາກສະພາບໃດແລ້ວ ຈົ່ງກັບໃຈເສຍໃໝ່ແລະເຮັດຕາມຢ່າງເດີມ. ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າ ແລະຈະຍົກຄັນຕະກຽງຂອງເຈົ້າອອກຈາກບ່ອນມັນ ເວັ້ນໄວ້ແຕ່ເຈົ້າຈະກັບໃຈເສຍໃໝ່. 6 ແຕ່ເຈົ້າກໍຍັງມີສິ່ງທີ່ດີຢູ່ ຄືເຈົ້າກຽດຊັງກິດຈະການຂອງພວກນີໂກລາຍເຕ ຊຶ່ງເຮົາເອງກໍກຽດຊັງເໝືອນກັນ. 7 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີໄຊຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງຢູ່ໃນສວນຂອງພຣະເຈົ້າ.” ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງຊະມີນາ 8 “ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າໃນຄຣິສຕະຈັກເມືອງຊະມີນາວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງ ທີ່ເປັນຜູ້ຕົ້ນແລະເປັນຜູ້ປາຍ ຜູ້ທີ່ໄດ້ຕາຍໄປແລ້ວແລະຜູ້ທີ່ໄດ້ເປັນຄືນມາອີກ ຊົງກ່າວດັ່ງນີ້: 9 ເຮົາຮູ້ຄວາມເດືອດຮ້ອນຂອງເຈົ້າ ເຮົາຮູ້ວ່າເຈົ້າຍາກຈົນ (ແຕ່ທີ່ຈິງແລ້ວເຈົ້າກໍຮັ່ງມີ) ເຮົາຮູ້ວ່າເຈົ້າຖືກໃສ່ຮ້າຍປ້າຍສີ ໂດຍພວກທີ່ອ້າງຕົນວ່າເປັນຄົນຢິວ, ແຕ່ພວກເຂົາບໍ່ໄດ້ເປັນດັ່ງທີ່ພວກເຂົາອ້າງນັ້ນ. ແຕ່ພວກເຂົາເປັນພັກພວກຂອງມານຊາຕານ. 10 ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ. 11 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ມີໄຊຊະນະ ຈະບໍ່ຖືກອັນຕະລາຍຈາກຄວາມຕາຍຄັ້ງທີສອງ.” ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງເປຄາໂມ 12 “ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງເປຄາໂມວ່າ, ນີ້ເປັນຖ້ອຍຄຳຈາກພຣະອົງຜູ້ທີ່ຖືດາບສອງຄົມ: 13 ເຮົາຮູ້ຈັກທີ່ຢູ່ຂອງເຈົ້າ ຮູ້ວ່າທີ່ນັ້ນເປັນບັນລັງຂອງມານຊາຕານ. ເຈົ້າຍັງຢຶດຖືນາມຂອງເຮົາໄວ້ໝັ້ນ ແລະບໍ່ໄດ້ປະຕິເສດຄວາມເຊື່ອໃນເຮົາ ແມ່ນວ່າໃນເວລາທີ່ອັນຕິປາ ຜູ້ເປັນພະຍານທີ່ສັດຊື່ຂອງເຮົາ ໄດ້ຖືກຂ້າເສຍໃນທ່າມກາງພວກເຈົ້າ ໃນບ່ອນທີ່ມານຊາຕານຢູ່ກໍຕາມ, 14 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ. 15 ຢ່າງດຽວກັນນີ້ ມີຄົນໃນພວກເຈົ້າປະຕິບັດຕາມຄຳສອນຂອງພວກນີໂກລາຍເຕ. 16 ເຫດສະນັ້ນ ຈົ່ງກັບໃຈເສຍໃໝ່, ຖ້າບໍ່ດັ່ງນັ້ນ ເຮົາຈະມາຫາເຈົ້າໃນບໍ່ຊ້ານີ້ ແລະຈະຕໍ່ສູ້ຄົນເຫຼົ່ານັ້ນ ດ້ວຍດາບທີ່ອອກຈາກປາກຂອງເຮົາ. 17 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແກ່ຜູ້ທີ່ມີໄຊຊະນະ ແລະຈະໃຫ້ຫີນຂາວແກ່ຜູ້ນັ້ນ, ໃນຫີນນັ້ນມີຊື່ໃໝ່ຈາລືກໄວ້ ຊຶ່ງບໍ່ມີຜູ້ໃດຮູ້ ນອກຈາກຜູ້ທີ່ໄດ້ຮັບເທົ່ານັ້ນ.” ຖ້ອຍຄຳທີ່ຂຽນໄປເຖິງ ຄຣິສຕະຈັກເມືອງທົວເຕຣາ 18 “ຈົ່ງຂຽນໄປຍັງເທວະດາຂອງພຣະເຈົ້າ ໃນຄຣິສຕະຈັກທີ່ເມືອງທົວເຕຣາວ່າ, ນີ້ເປັນຖ້ອຍຄຳຈາກພຣະບຸດຂອງພຣະເຈົ້າ ຜູ້ທີ່ມີຕາເໝືອນດັ່ງແປວໄຟ ຜູ້ທີ່ມີຕີນເໝືອນດັ່ງທອງເຫລືອງກ້ຽງຊົງກ່າວດັ່ງນີ້ວ່າ, 19 ເຮົາຮູ້ຈັກການກະທຳຂອງເຈົ້າ ເຮົາຮູ້ເຖິງຄວາມຮັກ ຄວາມເຊື່ອ ການບົວລະບັດຮັບໃຊ້ ແລະຄວາມອົດທົນຂອງເຈົ້າ. ເຮົາຮູ້ວ່າການກະທຳເບື້ອງປາຍຂອງເຈົ້າ ຕອນນີ້ມີຫລາຍກວ່າເບື້ອງຕົ້ນ. 20 ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າດັ່ງນີ້ ຄືເຈົ້າຍອມທົນຟັງຍິງທີ່ຊື່ວ່າເຢເຊເບນ ຜູ້ທີ່ອ້າງຕົນວ່າເປັນຜູ້ປະກາດພຣະທຳຂອງພຣະເຈົ້າ, ນາງສອນແລະນຳພາຜູ້ຮັບໃຊ້ຂອງເຮົາ ໃຫ້ປະພຶດຜິດສິນທຳທາງເພດ ແລະໃຫ້ກິນອາຫານທີ່ຖືກຖວາຍແກ່ຮູບເຄົາຣົບນັ້ນ. 21 ເຮົາໄດ້ໃຫ້ໂອກາດນາງກັບໃຈໃໝ່ ແຕ່ນາງບໍ່ຢາກກັບໃຈຈາກການຜິດສິນທຳທາງເພດຂອງຕົນ. 22 ສະນັ້ນ ເຮົາຈຶ່ງຈະຖິ້ມນາງໃສ່ເທິງຕຽງນອນ ບ່ອນທີ່ນາງກັບພວກຫລິ້ນຊູ້ກັບນາງນັ້ນ ຈະໄດ້ຮັບຄວາມທົນທຸກຢ່າງແສນສາຫັດ. ບັດນີ້ ເຮົາຈະລົງໂທດພວກເຂົາ ຈົນກວ່າພວກເຂົາຈະກັບໃຈໃໝ່ຈາກຄວາມຊົ່ວ ທີ່ພວກເຂົາໄດ້ເຮັດນຳກັນກັບນາງນັ້ນ. 23 ເຮົາຍັງຈະຂ້າລູກຂອງນາງດ້ວຍ ແລ້ວຄຣິສຕະຈັກທັງຫລາຍກໍຈະຮູ້ວ່າ ເຮົາເປັນຜູ້ທີ່ຮູ້ຄວາມຄິດ ແລະຄວາມປາຖະໜາໃນໃຈຂອງມະນຸດທຸກຄົນ. ເຮົາຈະຕອບແທນພວກເຈົ້າແຕ່ລະຄົນ ຕາມການກະທຳຂອງຕົນ. 24 ສ່ວນພວກເຈົ້າທີ່ຍັງເຫລືອຢູ່ໃນເມືອງທົວເຕຣາ ທີ່ບໍ່ໄດ້ປະຕິບັດຕາມຄຳສອນອັນຊົ່ວຊ້ານີ້ ຄືບໍ່ໄດ້ຮຽນຮູ້ສິ່ງທີ່ເຂົາເອີ້ນວ່າ ຄວາມລັບເລິກຂອງມານຊາຕານ. ເຮົາບອກພວກເຈົ້າວ່າ, ‘ເຮົາຈະບໍ່ເພີ່ມພາລະອື່ນໃດໃສ່ພວກເຈົ້າ, 25 ແຕ່ໃຫ້ພວກເຈົ້າຢຶດຖືສິ່ງທີ່ພວກເຈົ້າມີຢູ່ແລ້ວນັ້ນ ໄວ້ຈົນກວ່າເຮົາຈະມາ.’ 26 ຜູ້ທີ່ມີໄຊຊະນະ ແລະຖືຮັກສາກິດຈະການຂອງເຮົາໄວ້ຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ 27 ແລະຜູ້ນັ້ນຈະບັງຄັບບັນຊາພວກເຂົາດ້ວຍຄ້ອນເຫລັກ ເໝືອນຢ່າງຊ່າງໝໍ້ທີ່ທຳລາຍໝໍ້ດິນໃຫ້ແຕກໝຸ່ນເສຍ ຕາມທີ່ເຮົານີ້ໄດ້ຮັບອຳນາດຈາກພຣະບິດາເຈົ້າຂອງເຮົາເໝືອນກັນ. 28 ແລະເຮົາຈະປະທານດາວເພັກ (ຮຸ່ງອາຣຸນ) ໃຫ້ແກ່ຜູ້ນັ້ນ. 29 ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.” |
@ 2012 United Bible Societies. All Rights Reserved.