ພຣະນິມິດ 17 - ພຣະຄຳພີສັກສິການພິພາກສາລົງໂທດຍິງໂສເພນີຄົນສຳຄັນ 1 ແລ້ວເທວະດາຕົນໜຶ່ງໃນເຈັດຕົນ ທີ່ຖືຂັນທັງເຈັດໜ່ວຍນັ້ນ ໄດ້ມາຫາຂ້າພະເຈົ້າ ແລະກ່າວວ່າ, “ເຊີນມາທີ່ນີ້ເທີ້ນ ເຮົາຈະໃຫ້ທ່ານເຫັນການຊົງພິພາກສາລົງໂທດ ຍິງໂສເພນີຄົນສຳຄັນ ທີ່ນັ່ງຢູ່ເທິງແມ່ນໍ້າອັນຫລວງຫລາຍ. 2 ຄືຍິງນັ້ນທີ່ບັນດາກະສັດທົ່ວໂລກ ໄດ້ຫລີ້ນຜິດສິນທຳທາງເພດກັບມັນ ແລະຊາວໂລກທັງຫລາຍໄດ້ມົວເມົາດ້ວຍເຫລົ້າແວງ ແຫ່ງການຜິດສິນທຳທາງເພດຂອງມັນນັ້ນ.” 3 ເທວະດາຕົນນັ້ນໄດ້ຍົກຂ້າພະເຈົ້າເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ໂດຍພຣະວິນຍານ. ໃນທີ່ນັ້ນ ຂ້າພະເຈົ້າໄດ້ເຫັນແມ່ຍິງຄົນໜຶ່ງ ນັ່ງຢູ່ເທິງຫລັງສັດຮ້າຍສີແດງເຂັ້ມໂຕໜຶ່ງ ຊຶ່ງມີຫລາຍຊື່ທີ່ເປັນຄຳໝິ່ນປະໝາດເຕັມໄປທັງຕົວ, ມັນມີເຈັດຫົວ ແລະສິບເຂົາ. 4 ຍິງຜູ້ນັ້ນ ນຸ່ງເຄື່ອງສີມ່ວງອ່ອນແລະສີແດງເຂັ້ມ ແລະປະດັບຕົວດ້ວຍເຄື່ອງຄຳ, ເພັດພອຍ ແລະໄຂ່ມຸກ. ໃນມືຂອງນາງມີຈອກຄຳ ທີ່ເຕັມແຕ່ມົນທິນອັນໜ້າຂີ້ດຽດ ເປັນຜົນແຫ່ງການຜິດສິນທຳທາງເພດຂອງນາງ. 5 ທີ່ໜ້າຜາກມີຊື່ຂຽນໄວ້ເປັນຄວາມເລິກລັບວ່າ, “ບາບີໂລນມະຫານະຄອນ ແມ່ຂອງໂສເພນີທັງຫລາຍ ແລະແມ່ຂອງສິ່ງທັງປວງທີ່ໜ້າກຽດໜ້າຊັງໃນແຜ່ນດິນໂລກ.” 6 ແລະຂ້າພະເຈົ້າໄດ້ເຫັນຍິງຄົນນັ້ນ ເມົາດ້ວຍເລືອດໄພ່ພົນຂອງພຣະເຈົ້າ ແລະດ້ວຍເລືອດຂອງບັນດາຜູ້ທີ່ຍອມສະຫລະຊີວິດ ເພາະເປັນພະຍານຝ່າຍພຣະເຢຊູເຈົ້າ. ເມື່ອຂ້າພະເຈົ້າເຫັນຍິງຄົນນັ້ນແລ້ວ ກໍອັດສະຈັນໃຈຫລາຍ. 7 ເທວະດາຕົນນັ້ນຖາມຂ້າພະເຈົ້າວ່າ, “ເປັນຫຍັງທ່ານຈຶ່ງປະຫລາດໃຈ? ເຮົາຈະບອກໃຫ້ທ່ານຮູ້ຄວາມໝາຍອັນເລິກລັບຂອງຍິງຄົນນີ້ ແລະສັດຮ້າຍທີ່ມີເຈັດຫົວແລະສິບເຂົາ ຊຶ່ງເປັນພາຫານະຂອງຍິງນັ້ນ. 8 ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ມັນກຳລັງຈະຂຶ້ນມາຈາກເຫວເລິກ ເພື່ອໄປສູ່ຄວາມຈິບຫາຍ ບັນດາຊາວໂລກທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ເລີ່ມຕົ້ນຊົງສ້າງໂລກນັ້ນ ກໍຈະປະຫລາດໃຈ ເມື່ອພວກເຂົາເຫັນສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ ແລະກຳລັງຈະມາປາກົດອີກ.” 9 “ກ່ຽວກັບເລື່ອງນີ້ແມ່ນໃຫ້ໃຊ້ສະຕິປັນຍາແລະຄວາມເຂົ້າໃຈ. ຫົວທັງເຈັດນັ້ນໄດ້ແກ່ພູນ້ອຍເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່. ມັນຍັງໝາຍເຖິງກະສັດເຈັດອົງ 10 ຊຶ່ງຫ້າອົງໄດ້ລ່ວງໄປແລ້ວ ອົງໜຶ່ງຊົງກຳລັງເປັນຢູ່ ແລະອີກອົງໜຶ່ງຍັງບໍ່ໄດ້ສະເດັດມາ. ເມື່ອສະເດັດມາແລ້ວຈະຕ້ອງດຳລົງຢູ່ຊົ່ວຂະນະໜຶ່ງ. 11 ສັດຮ້າຍທີ່ໄດ້ເປັນຢູ່ໃນຄາວກ່ອນ ແຕ່ບັດນີ້ບໍ່ໄດ້ເປັນຢູ່ນັ້ນ ກໍເປັນອົງທີແປດ ແຕ່ຍັງເປັນອົງໜຶ່ງໃນເຈັດອົງນັ້ນ ແລະຈະໄປສູ່ຄວາມຈິບຫາຍ. 12 ເຂົາທັງສິບທີ່ທ່ານໄດ້ເຫັນນັ້ນ ໄດ້ແກ່ກະສັດສິບອົງ ທີ່ຍັງບໍ່ໄດ້ສະເຫວີຍຣາຊສົມບັດ ແຕ່ຈະໄດ້ຮັບອຳນາດເໝືອນກະສັດດ້ວຍກັນກັບສັດຮ້າຍນັ້ນໜຶ່ງຊົ່ວໂມງ. 13 ກະສັດທັງສິບອົງນີ້ມີຈິດໃຈຢ່າງດຽວກັນ ແລະພວກເຂົາມອບຣິດເດດ ແລະຣິດອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ. 14 ກະສັດທັງຫລາຍນັ້ນຈະສູ້ຮົບກັບພຣະເມສານ້ອຍ ແລະພຣະເມສານ້ອຍຈະມີໄຊຊະນະ ເພາະວ່າພຣະອົງເປັນອົງພຣະຜູ້ເປັນເຈົ້າເໜືອເຈົ້ານາຍທັງຫລາຍ ແລະເປັນມະຫາກະສັດເໜືອກະສັດທັງຫລາຍ ຝ່າຍບັນດາຄົນທີ່ຢູ່ກັບພຣະອົງ ເປັນຜູ້ທີ່ພຣະອົງໄດ້ຊົງເອີ້ນເອົາແລະຊົງເລືອກໄວ້ ກັບທັງເປັນຜູ້ສັດຊື່ ກໍຈະມີໄຊດ້ວຍກັນກັບພຣະອົງ.” 15 ເທວະດາຕົນນັ້ນ ຍັງເວົ້າຕໍ່ຂ້າພະເຈົ້າອີກວ່າ, “ແມ່ນໍ້າທັງຫລາຍທີ່ທ່ານໄດ້ເຫັນ ຊຶ່ງເປັນບ່ອນທີ່ຍິງໂສເພນີນັ່ງຢູ່ນັ້ນ ໄດ້ແກ່ບັນດາຊົນຊາດ ປະຊາຊົນທັງຫລາຍ ບັນດາປະຊາຊາດ ແລະພາສາຕ່າງໆ. 16 ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ. 17 ດ້ວຍວ່າ ພຣະເຈົ້າໄດ້ດົນໃຈໃຫ້ພວກເຂົາປະຕິບັດຕາມພຣະປະສົງຂອງພຣະອົງ ໂດຍໃຫ້ພວກເຂົາມີຄວາມຄິດຢ່າງດຽວກັນ ແລະໄດ້ມອບອານາຈັກຂອງພວກເຂົາໃຫ້ແກ່ສັດຮ້າຍນັ້ນ ເພື່ອປົກຄອງຈົນກວ່າຈະສຳເລັດ ຕາມພຣະທຳຂອງພຣະເຈົ້າ. 18 ຍິງທີ່ທ່ານເຫັນນັ້ນ ໄດ້ແກ່ມະຫານະຄອນທີ່ມີອຳນາດເໜືອບັນດາກະສັດທັງຫລາຍ ທົ່ວແຜ່ນດິນໂລກ.” |
@ 2012 United Bible Societies. All Rights Reserved.