ພຣະນິມິດ 15 - ພຣະຄຳພີສັກສິເທວະດາແລະໄພພິບັດປະການສຸດທ້າຍ 1 ແລ້ວຂ້າພະເຈົ້າໄດ້ເຫັນໝາຍສຳຄັນອັນໃຫຍ່ຫລວງ ແລະໜ້າອັດສະຈັນໃນສະຫວັນອີກຢ່າງໜຶ່ງ ຄືມີເທວະດາເຈັດຕົນຖືໄພອັນຕະລາຍເຈັດຢ່າງ ເປັນໄພອັນຕະລາຍຄັ້ງສຸດທ້າຍ ເພາະວ່າຄວາມໂກດຮ້າຍຂອງພຣະເຈົ້າກໍເປັນການສິ້ນສຸດລົງ. 2 ແລ້ວຂ້າພະເຈົ້າກໍໄດ້ເຫັນສິ່ງໜຶ່ງ ຄືທະເລແກ້ວປົນໄຟ, ຂ້າພະເຈົ້າຍັງໄດ້ເຫັນບັນດາຜູ້ທີ່ມີໄຊຊະນະເໜືອສັດຮ້າຍແລະຮູບຂອງມັນ ແລະເໜືອຜູ້ທີ່ມີຕົວເລກໝາຍຊື່ຂອງມັນ ຄົນເຫຼົ່ານີ້ໄດ້ຢືນຢູ່ແຄມທະເລແກ້ວນັ້ນ ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ. 3 ພວກເຂົາຮ້ອງເພງຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ ແລະເພງຂອງພຣະເມສານ້ອຍນັ້ນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ພຣະຣາຊກິດຂອງພຣະອົງກໍໃຫຍ່ຫລວງ ແລະ ໜ້າອັດສະຈັນ ຂ້າແດ່ພຣະມະຫາກະສັດ ແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸດຕິທຳ ແລະທ່ຽງແທ້. 4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜໜໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍກຽດແດ່ພຣະນາມຂອງພຣະອົງ ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ. ປະຊາຊາດທັງປວງຈະມານະມັດສະການ ຕໍ່ພຣະພັກພຣະອົງ ເພາະກິດຈະການອັນຍຸດຕິທຳຂອງພຣະອົງ ກໍປາກົດແຈ້ງແລ້ວ.” 5 ຫລັງຈາກນັ້ນແລ້ວ ຂ້າພະເຈົ້າໄດ້ເຫັນພຣະວິຫານໃນສະຫວັນ ຄືຫໍເຕັນສັກສິດແຫ່ງຄຳພະຍານໄດ້ເປີດອອກ. 6 ແລ້ວເທວະດາເຈັດຕົນ ທີ່ຖືໄພພິບັດເຈັດຢ່າງນັ້ນ ໄດ້ອອກມາຈາກພຣະວິຫານ ທຸກຕົນນຸ່ງຜ້າປ່ານເນື້ອລະອຽດເສາະໃສ ແລະໃສ່ສາຍຮັດໜ້າເອິກທີ່ເຮັດດ້ວຍຄຳ. 7 ແລ້ວກໍມີສິ່ງທີ່ມີຊີວິດຕົນໜຶ່ງໃນສີ່ຕົນນັ້ນ ເອົາຂັນຄຳເຈັດໜ່ວຍໃຫ້ແກ່ເທວະດາເຈັດຕົນນັ້ນ ເປັນຂັນທີ່ເຕັມໄປດ້ວຍຄວາມໂກດຮ້າຍຂອງພຣະເຈົ້າ ອົງຊົງພຣະຊົນຢູ່ຊົ່ວນິຣັນດອນ. 8 ພຣະວິຫານເຕັມໄປດ້ວຍຄວັນແຫ່ງສະຫງ່າຣາສີແລະຣິດອຳນາດຂອງພຣະເຈົ້າ. ບໍ່ມີຜູ້ໃດເຂົ້າໄປໃນພຣະວິຫານນັ້ນໄດ້ ຈົນກວ່າໄພພິບັດທັງເຈັດ ຂອງເທວະດາທັງເຈັດຕົນນັ້ນ ຈະໄດ້ສິ້ນສຸດລົງ. |
@ 2012 United Bible Societies. All Rights Reserved.