ພຣະນິມິດ 14 - ພຣະຄຳພີສັກສິເພງຂອງຄົນແສນສີ່ໝື່ນສີ່ພັນ 1 ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນພຣະເມສານ້ອຍຢືນຢູ່ເທິງພູເຂົາຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງແສນສີ່ໝື່ນສີ່ພັນຄົນ ຊຶ່ງເປັນພວກທີ່ມີພຣະນາມຂອງພຣະອົງ ແລະພຣະນາມພຣະບິດາຂອງພຣະອົງ ຂຽນໄວ້ທີ່ໜ້າຜາກຂອງພວກເຂົາ. 2 ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງຈາກສະຫວັນ ດັງເໝືອນສຽງນໍ້າໄຫລແຮງ ແລະເໝືອນສຽງຟ້າຮ້ອງກ້ອງສະໜັ່ນ ສຽງນັ້ນເໝືອນສຽງພິນທີ່ພວກນັກດົນຕຼີກຳລັງບັນເລງຢູ່. 3 ຄົນເຫຼົ່ານັ້ນຮ້ອງເພງບົດໃໝ່ຕໍ່ໜ້າພຣະຣາຊບັນລັງ ຕໍ່ໜ້າສິ່ງທີ່ມີຊີວິດທັງສີ່ ຕໍ່ໜ້າພວກຜູ້ອາວຸໂສ ບໍ່ມີຜູ້ໃດສາມາດຮຽນຮູ້ເພງບົດນັ້ນໄດ້ ເວັ້ນແຕ່ຄົນແສນສີ່ໝື່ນສີ່ພັນນັ້ນ ທີ່ໄດ້ຊົງໄຖ່ໄວ້ແລ້ວຈາກແຜ່ນດິນໂລກ. 4 ຄົນເຫຼົ່ານີ້ ເປັນຜູ້ທີ່ບໍ່ມີຄວາມຊົ່ວມົວໝອງກັບແມ່ຍິງ ເພາະພວກເຂົາເປັນພວກພົມມະຈາຣີ. ພຣະເມສານ້ອຍສະເດັດໄປທາງໃດ ແມ່ນຄົນເຫຼົ່ານີ້ ທີ່ຕາມສະເດັດໄປ. ພວກເພິ່ນໄດ້ຖືກຊົງໄຖ່ໄວ້ຈາກມວນມະນຸດ ເພື່ອເປັນຜົນທໍາອິດຖວາຍແດ່ພຣະເຈົ້າ ແລະພຣະເມສານ້ອຍ. 5 ຈະຫາຄວາມຕົວະໃນປາກຂອງພວກເຂົາກໍບໍ່ພົບ ພວກເຂົາບໍ່ມີຈຸດດ່າງພອຍແລ້ວ. ເທວະດາທັງສາມ 6 ແລ້ວຂ້າພະເຈົ້າກໍໄດ້ເຫັນເທວະດາຕົນໜຶ່ງອີກ ບິນໄປໃນທ້ອງຟ້າ ມີຂ່າວປະເສີດອັນນິຣັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກຊົນຊາດ. 7 ເທວະດາຕົນນັ້ນເປັ່ງສຽງຮ້ອງວ່າ, “ຈົ່ງຢຳເກງພຣະເຈົ້າ ແລະຍົກຍ້ອງໃຫ້ກຽດແກ່ພຣະອົງ ເພາະເຖິງເວລາແລ້ວ ທີ່ພຣະອົງຈະຕັດສິນມະນຸດສະໂລກ ຈົ່ງນະມັດສະການພຣະອົງ ຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ກັບບໍ່ນໍ້າພຸທັງຫລາຍ.” 8 ແລະເທວະດາອີກຕົນໜຶ່ງ ເປັນຕົນທີສອງໄດ້ນຳໄປ ຮ້ອງຂຶ້ນວ່າ, “ບາບີໂລນມະຫານະຄອນນັ້ນ ຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ ຄືນະຄອນທີ່ເຮັດໃຫ້ປະຊາຊາດທັງປວງ ດື່ມເຫລົ້າແວງປຸກຢ່າງເຫຼືອເກີນຂອງຕົນ ຕາມຄວາມປາຖະໜາທາງກາມ.” 9 ມີເທວະດາອີກຕົນໜຶ່ງ ເປັນຕົນທີສາມນຳໄປ ຮ້ອງສຽງດັງຂຶ້ນວ່າ, “ຖ້າຜູ້ໃດບູຊາສັດຮ້າຍ ແລະຮູບຂອງມັນ ແລະຮັບເຄື່ອງໝາຍນັ້ນ ໄວ້ທີ່ໜ້າຜາກຫລືທີ່ມື, 10 ຜູ້ນັ້ນ ຈະຕ້ອງດື່ມເຫລົ້າແວງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງຄວາມໂກດຮ້າຍນັ້ນ ໂດຍບໍ່ປົນກັບສິ່ງໃດ ຜູ້ນັ້ນຈະຖືກທໍລະມານໃນໄຟກັບມາດ ຕໍ່ໜ້າຝູງເທວະດາບໍຣິສຸດ ແລະຕໍ່ພຣະພັກພຣະເມສານ້ອຍ. 11 ຄວັນແຫ່ງການທໍລະມານຂອງພວກເຂົາ ກໍພຸ່ງຂຶ້ນຕະຫລອດໄປເປັນນິດ. ຄົນທັງຫລາຍທີ່ບູຊາສັດຮ້າຍ ແລະຮູບຂອງມັນ ກັບຜູ້ທີ່ຮັບເຄື່ອງໝາຍຊື່ຂອງມັນນັ້ນ ຈະບໍ່ມີເວລາພັກຜ່ອນ ທັງກາງເວັນແລະກາງຄືນ.” 12 ໃນເລື່ອງນີ້ພວກໄພ່ພົນຂອງພຣະເຈົ້າ ຄືຜູ້ທີ່ຮັກສາກົດບັນຍັດຂອງພຣະເຈົ້າ ແລະຄວາມເຊື່ອຝ່າຍພຣະເຢຊູເຈົ້າ ກໍຕ້ອງໃຊ້ຄວາມພຽນອົດທົນ. 13 ແລະຂ້າພະເຈົ້າໄດ້ຍິນພຣະສຸລະສຽງຈາກສະຫວັນ ຊົງສັ່ງວ່າ, “ຈົ່ງຂຽນໄວ້ວ່າ ‘ຄົນທັງຫລາຍທີ່ຕາຍໃນອົງພຣະຜູ້ເປັນເຈົ້າ ຕັ້ງແຕ່ນີ້ໄປກໍເປັນສຸກ.”’ ແລະພຣະວິນຍານຊົງຢືນຢັນວ່າ, “ຈິງຢູ່ແລ້ວ ເພື່ອພວກເຂົາຈະໄດ້ພັກຜ່ອນຈາກການເມື່ອຍຍາກຂອງຕົນ ເພາະການງານທີ່ພວກເຂົາໄດ້ເຮັດນັ້ນ ກໍຕິດຕາມພວກເຂົາໄປ.” ການເກັບກ່ຽວຜົນແຫ່ງແຜ່ນດິນໂລກ 14 ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນເມກສີຂາວ ເທິງເມກນັ້ນມີຜູ້ໜຶ່ງນັ່ງເໝືອນບຸດມະນຸດ ຫົວສວມມົງກຸດຄຳ ແລະມືຖືກ່ຽວດວງຄົມ. 15 ໃນຂະນະນັ້ນ ມີເທວະດາຕົນໜຶ່ງອີກ ອອກມາຈາກພຣະວິຫານ ຮ້ອງສຽງດັງໃສ່ຜູ້ທີ່ນັ່ງຢູ່ເທິງເມກນັ້ນວ່າ, “ຈົ່ງໃຊ້ກ່ຽວຂອງພຣະອົງກ່ຽວສາ ເພາະເຖິງເວລາກ່ຽວແລ້ວ. ດ້ວຍວ່າ, ຜົນທີ່ແຜ່ນດິນໂລກ ກໍສຸກພໍເກັບກ່ຽວແລ້ວ.” 16 ດັ່ງນັ້ນ ທ່ານທີ່ນັ່ງຢູ່ເທິງເມກ ຈຶ່ງແກວ່ງກ່ຽວລົງເທິງແຜ່ນດິນໂລກ ແລະແຜ່ນດິນໂລກກໍມີການເກັບກ່ຽວ. 17 ແລ້ວຂ້າພະເຈົ້າກໍເຫັນເທວະດາຕົນໜຶ່ງອີກ ອອກມາຈາກພຣະວິຫານໃນສະຫວັນ ຖືກ່ຽວດວງຄົມເໝືອນກັນ. 18 ໃນຂະນະນັ້ນ ມີເທວະດາຕົນອື່ນອີກ ລົງມາຈາກແທ່ນບູຊາ ເປັນຜູ້ມີໜ້າທີ່ກຳກັບໄຟ, ເທວະດາຕົນນີ້ໄດ້ຮ້ອງສຽງດັງ ບອກເທວະດາຕົນທີ່ຖືກ່ຽວດວງຄົມນັ້ນວ່າ, “ຈົ່ງໃຊ້ກ່ຽວດວງຄົມຂອງທ່ານ ກ່ຽວພວງໝາກອະງຸ່ນ ຈາກສວນອະງຸ່ນທີ່ແຜ່ນດິນໂລກ ເພາະໝາກອະງຸ່ນສຸກແລ້ວ.” 19 ດັ່ງນັ້ນ ເທວະດາຕົນນັ້ນ ຈຶ່ງແກວ່ງກ່ຽວລົງມາເທິງແຜ່ນດິນໂລກ ເກັບກ່ຽວຜົນໝາກອະງຸ່ນຈາກເຄືອອະງຸ່ນ ແລະຖິ້ມໃສ່ອ່າງຢຽບໝາກອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ. 20 ອ່າງຢຽບໝາກອະງຸ່ນນັ້ນຕັ້ງຢູ່ນອກເມືອງ ແລະເລືອດກໍໄຫລອອກມາຈາກອ່າງຢຽບໝາກອະງຸ່ນນັ້ນ ເລິກເກືອບເຖິງສອງແມັດ ແລະເປັນສາຍນໍ້າຍາວປະມານສາມຮ້ອຍກິໂລແມັດ. |
@ 2012 United Bible Societies. All Rights Reserved.