ພຣະນິມິດ 13 - ພຣະຄຳພີສັກສິສັດຮ້າຍສອງໂຕ 1 ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍໂຕໜຶ່ງ ຂຶ້ນມາຈາກທະເລ ມັນມີສິບເຂົາກັບເຈັດຫົວ ແລະຢູ່ເທິງແຕ່ລະເຂົາມີມົງກຸດອັນໜຶ່ງ ແລະຢູ່ເທິງແຕ່ລະຫົວມີຊື່ເປັນຄຳໝິ່ນປະໝາດພຣະເຈົ້າ. 2 ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເໝືອນເສືອດາວ ຕີນເໝືອນຕີນໝີ ແລະປາກເໝືອນປາກສິງ ພະຍານາກໄດ້ໃຫ້ຣິດເດດ ແລະບັນລັງກັບອຳນາດອັນໃຫຍ່ຫລວງຂອງຕົນແກ່ສັດຮ້າຍນັ້ນ. 3 ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍ ເບິ່ງເໝືອນກັບວ່າ ຖືກຟັນເຖິງແກ່ຄວາມຕາຍແລ້ວ, ແຕ່ບາດແຜອັນໜ້າຈະຕາຍນັ້ນ ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວ. ຄົນທັງໂລກຕ່າງກໍປະຫລາດໃຈແລະໄດ້ຕິດຕາມສັດຮ້າຍໂຕນີ້. 4 ພວກເຂົາບູຊາພະຍານາກ ເພາະມັນໄດ້ໃຫ້ອຳນາດແກ່ສັດຮ້າຍນັ້ນ ແລະພວກເຂົາໄດ້ບູຊາສັດຮ້າຍນັ້ນ ໂດຍກ່າວວ່າ, “ໃຜຈະປຽບປານກັບສັດນີ້ໄດ້ ແລະຜູ້ໃດຈະສາມາດສູ້ຮົບກັບສັດນີ້ໄດ້.” 5 ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກ ເວົ້າຄຳຈອງຫອງແລະໝິ່ນປະໝາດ ແລະຊົງໃຫ້ມັນມີອຳນາດເຮັດຢ່າງນັ້ນຕະຫລອດສີ່ສິບສອງເດືອນ. 6 ມັນອ້າປາກເລີ່ມກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ ຕໍ່ພຣະນາມຂອງພຣະອົງ ຕໍ່ທີ່ສະຖິດຂອງພຣະອົງ ແລະຕໍ່ບັນດາຜູ້ທີ່ຢູ່ເທິງສະຫວັນທັງໝົດ. 7 ແລະໄດ້ຊົງໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າ ແລະຊະນະພວກເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອທຸກຕະກຸນ, ທຸກຊົນຊາດ, ທຸກພາສາ ແລະທຸກປະເທດ. 8 ບັນດາຄົນທັງໝົດທີ່ຢູ່ໃນໂລກຈະບູຊາສັດຮ້າຍນັ້ນ ຄືທຸກຄົນທີ່ບໍ່ມີຊື່ຈົດໄວ້ໃນທະບຽນແຫ່ງຊີວິດ ຕັ້ງແຕ່ຊົງສ້າງໂລກ ຄືທະບຽນພຣະເມສານ້ອຍທີ່ຊົງຖືກຂ້າເສຍນັ້ນ. 9 ຜູ້ໃດມີຫູຟັງ ຈົ່ງຟັງເອົາເທີ້ນ 10 “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ. ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ. ນີ້ແຫຼະ ຄືຄວາມອົດທົນ ແລະຄວາມເຊື່ອທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ.” 11 ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍອີກໂຕໜຶ່ງ ຂຶ້ນມາຈາກພື້ນດິນ ມັນມີສອງເຂົາເໝືອນເຂົາແກະນ້ອຍ ມັນເວົ້າເໝືອນພະຍານາກ. 12 ມັນໄດ້ໃຊ້ສິດອຳນາດອັນຍິ່ງໃຫຍ່ຂອງສັດຮ້າຍໂຕທຳອິດ ຢູ່ຕໍ່ໜ້າສັດຮ້າຍໂຕທຳອິດນັ້ນ ມັນບັງຄັບໃຫ້ໂລກແລະຄົນທັງໝົດທີ່ຢູ່ໃນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ ທີ່ມີບາດແຜເຖິງແກ່ຄວາມຕາຍ ແຕ່ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວນັ້ນ. 13 ສັດຮ້າຍນັ້ນ ໄດ້ສະແດງໝາຍສຳຄັນອັນໃຫຍ່ ຈົນເຮັດໃຫ້ໄຟຕົກຈາກຟ້າ ລົງສູ່ແຜ່ນດິນໂລກຕໍ່ໜ້າຕໍ່ຕາມະນຸດ. 14 ມັນຫລອກລວງຄົນທັງຫລາຍ ທີ່ຢູ່ໃນໂລກດ້ວຍໝາຍສຳຄັນ ທີ່ຊົງໃຫ້ມັນເຮັດຕໍ່ໜ້າສັດຮ້າຍໂຕເດີມນັ້ນ ແລະມັນສັ່ງໃຫ້ເຂົາສ້າງຮູບສັດຮ້າຍ ທີ່ຖືກຟັນດ້ວຍດາບແຕ່ຍັງບໍ່ຕາຍນັ້ນ. 15 ຊົງໃຫ້ມັນມີອຳນາດ ທີ່ຈະໃຫ້ລົມຫາຍໃຈແກ່ຮູບສັດຮ້າຍນັ້ນ ເພື່ອຮູບສັດຮ້າຍນັ້ນຈະປາກໄດ້ ແລະໃຫ້ມີອຳນາດເຮັດໃຫ້ບັນດາຄົນທີ່ບໍ່ຍອມບູຊາຮູບສັດຮ້າຍນັ້ນ ເຖິງແກ່ຄວາມຕາຍ. 16 ມັນຍັງເຮັດໃຫ້ຄົນທັງໝົດ ທັງນ້ອຍແລະໃຫຍ່ ທັງຮັ່ງມີແລະຍາກຈົນ ທັງເສລີແລະຂ້ອຍຂ້າ ໄດ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫລືທີ່ໜ້າຜາກຂອງພວກເຂົາ. 17 ເພື່ອບໍ່ໃຫ້ຜູ້ໃດຊື້ ຫລືຂາຍໄດ້ ເວັ້ນໄວ້ແຕ່ຜູ້ທີ່ມີເຄື່ອງໝາຍນັ້ນ ຊຶ່ງເປັນຊື່ຂອງສັດຮ້າຍ ຫລືເລກທີ່ໝາຍເຖິງຊື່ມັນນັ້ນ. 18 ໃນເລື່ອງນີ້ ຕ້ອງໃຊ້ສະຕິປັນຍາຄວາມຮູ້ ຖ້າຜູ້ໃດມີຄວາມເຂົ້າໃຈ ກໍໃຫ້ຄິດເລກຂອງສັດຮ້າຍນັ້ນ ເພາະເປັນເລກຂອງບຸກຄົນຜູ້ໜຶ່ງ ເລກຂອງມັນຄື ຫົກຮ້ອຍຫົກສິບຫົກ. |
@ 2012 United Bible Societies. All Rights Reserved.