ພຣະນິມິດ 12 - ພຣະຄຳພີສັກສິແມ່ຍິງ ແລະ ພະຍານາກ 1 ມີໝາຍສຳຄັນອັນໃຫຍ່ປາກົດຂຶ້ນໃນສະຫວັນ ຄືຍິງຜູ້ໜຶ່ງ ມີດວງອາທິດປົກຄຸມຕົວເໝືອນນຸ່ງເສື້ອຜ້າ ມີດວງເດືອນຢູ່ໃຕ້ຕີນ ແລະມີດາວສິບສອງດວງເປັນມົງກຸດສວມຢູ່ເທິງຫົວ. 2 ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ. 3 ມີໝາຍສຳຄັນອີກຢ່າງໜຶ່ງປາກົດໃນສະຫວັນດັ່ງນີ້: ມີພະຍານາກໃຫຍ່ສີແດງໂຕໜຶ່ງ ມີເຈັດຫົວ ສິບເຂົາ ຢູ່ເທິງຫົວນັ້ນມີມົງກຸດເຈັດອັນ. 4 ຫາງພະຍານາກ ໄດ້ຟາດດວງດາວໃນທ້ອງຟ້າ ໜຶ່ງສ່ວນສາມລົງໃສ່ແຜ່ນດິນໂລກ ແລະພະຍານາກໂຕນັ້ນ ຢືນຢູ່ຕໍ່ໜ້າຜູ້ທີ່ກຳລັງຈະເກີດລູກ ເພື່ອຈະກິນລູກນັ້ນເມື່ອເກີດແລ້ວ. 5 ແມ່ຍິງນັ້ນ ໄດ້ເກີດລູກຊາຍ ຜູ້ຊຶ່ງຈະປົກຄອງປະຊາຊາດທັງປວງດ້ວຍຄ້ອນເຫລັກ ແລະລູກນັ້ນໄດ້ຖືກຊົງຍົກຂຶ້ນເມືອເຖິງພຣະເຈົ້າ ແລະເຖິງພຣະຣາຊບັນລັງຂອງພຣະອົງ. 6 ຝ່າຍແມ່ຍິງນັ້ນ ໄດ້ປົບໜີເຂົ້າໄປອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ມາສູ່ບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ນາງ ເພື່ອວ່ານາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນ ໃນລະຫວ່າງພັນສອງຮ້ອຍຫົກສິບວັນ. 7 ຂະນະນັ້ນ ໄດ້ເກີດສົງຄາມຂຶ້ນໃນສະຫວັນ ມີຄາເອນແລະຝູງເທວະດາຝ່າຍຕົນ ໄດ້ຕໍ່ສູ້ກັບພະຍານາກ ຝ່າຍພະຍານາກແລະຝູງບໍລິວານຂອງມັນກໍໄດ້ຕໍ່ສູ້ຄືນ, 8 ແຕ່ພະຍານາກໄດ້ປະລາໄຊ. ສະນັ້ນ ມັນກັບຝູງບໍລິວານຂອງມັນຈຶ່ງບໍ່ມີບ່ອນຢູ່ໃນສະຫວັນອີກຕໍ່ໄປ. 9 ພະຍານາກໃຫຍ່ ຊຶ່ງເປັນງູແຕ່ດຶກດຳບັນທີ່ເຂົາເອີ້ນວ່າ ມານຮ້າຍ ແລະມານຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສຍ ມັນກັບບໍລິວານຂອງມັນ ກໍຖືກຊັດຖິ້ມລົງເທິງແຜ່ນດິນໂລກ. 10 ແລ້ວຂ້າພະເຈົ້າໄດ້ຍິນສຽງດັງມາຈາກສະຫວັນວ່າ, “ບັດນີ້ຄວາມລອດພົ້ນ ຣິດເດດ ແລະຣາຊອານາຈັກແຫ່ງພຣະເຈົ້າຂອງເຮົາທັງຫລາຍ ກັບທັງຣິດອຳນາດພຣະຄຣິດຂອງພຣະອົງໄດ້ມາເຖິງແລ້ວ ເພາະວ່າຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ ຕໍ່ພຣະພັກພຣະເຈົ້າຂອງເຮົາ ທັງກາງເວັນແລະກາງຄືນນັ້ນ ກໍໄດ້ຖືກຖິ້ມລົງເສຍແລ້ວ. 11 ເຂົາເຫຼົ່ານັ້ນໄດ້ຊະນະພະຍານາກແລ້ວ ດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄຳພະຍານຂອງພວກເຂົາເອງ ເຖິງແມ່ນວ່າພວກເຂົາຈະຕາຍກໍບໍ່ເສຍດາຍຊີວິດຂອງຕົນ. 12 ເພາະສະນັ້ນ ສະຫວັນກັບບັນດາຜູ້ທີ່ຢູ່ໃນສະຫວັນ ຈົ່ງຊື່ນຊົມຍິນດີ ແຕ່ວິບັດຈະມີແກ່ແຜ່ນດິນໂລກແລະນໍ້າທະເລ ເພາະວ່າມານຮ້າຍໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ.” 13 ເມື່ອພະຍານາກເຫັນວ່າ ຕົນໄດ້ຖືກຖິ້ມລົງມາທີ່ແຜ່ນດິນໂລກແລ້ວ ມັນກໍເລີ່ມຕາມຫາຍິງທີ່ໄດ້ເກີດລູກຊາຍນັ້ນ. 14 ແຕ່ຍິງຜູ້ນີ້ໄດ້ຮັບປີກສອງອັນຂອງນົກອິນຊີໃຫຍ່ ເພື່ອຈະໄດ້ບິນໜີໄປຫາບ່ອນຂອງນາງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ນາງຈະໄດ້ຮັບການລ້ຽງດູຢູ່ສາມປີເຄິ່ງ ປອດໄພຈາກການໂຈມຕີຂອງພະຍານາກ. 15 ພະຍານາກນັ້ນ ໄດ້ພົ່ນນໍ້າອອກຈາກປາກເໝືອນແມ່ນໍ້າ ໄຫລຕາມຍິງນັ້ນ ເພື່ອຈະໃຫ້ພັດຍິງນັ້ນໄປ, 16 ແຕ່ແຜ່ນດິນໂລກໄດ້ຊ່ວຍນາງໄວ້ ດ້ວຍການຍະອອກກືນກິນນໍ້າ ທີ່ພະຍານາກໄດ້ໃຊ້ປາກພົ່ນອອກມານັ້ນ. 17 ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຢູ່ ຄືທຸກຄົນທີ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ແລະຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ. 18 ຝ່າຍພະຍານາກກໍໄດ້ຢືນ ຢູ່ທີ່ຫາດຊາຍແຄມທະເລ. |
@ 2012 United Bible Societies. All Rights Reserved.