ພຣະນິມິດ 11 - ພຣະຄຳພີສັກສິພະຍານທັງສອງ 1 ແລ້ວຂ້າພະເຈົ້າໄດ້ຮັບໄມ້ແທກອັນໜຶ່ງ ເໝືອນດັ່ງໄມ້ຄ້ອນເທົ້າ ແລະມີສຽງໜຶ່ງສັ່ງຂ້າພະເຈົ້າວ່າ, “ຈົ່ງລຸກຂຶ້ນ ໄປແທກວິຫານຂອງພຣະເຈົ້າກັບແທ່ນບູຊາ ແລະໃຫ້ນັບຈຳນວນຄົນທັງຫລາຍ ທີ່ນະມັດສະການຢູ່ໃນພຣະວິຫານນັ້ນ. 2 ແຕ່ຢ່າແທກບໍລິເວນຂ້າງນອກຂອງພຣະວິຫານ ເພາະບ່ອນນັ້ນໄດ້ມອບໃຫ້ພວກບໍ່ນັບຖືພຣະເຈົ້າແລ້ວ ຄືພວກທີ່ຈະຢຽບຢໍ່ານະຄອນສັກສິດເປັນເວລາສີ່ສິບສອງເດືອນ. 3 ເຮົາຈະໃຊ້ພະຍານທັງສອງຂອງເຮົາມາ ພວກເຂົາຈະນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະຈະປະກາດຖ້ອຍຄຳຂອງພຣະເຈົ້າ ໃນລະຫວ່າງພັນສອງຮ້ອຍຫົກສິບວັນ.” 4 ພະຍານທັງສອງໄດ້ແກ່ຕົ້ນກອກເທດສອງຕົ້ນ ແລະຄັນຕະກຽງຄຳສອງອັນ ຊຶ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ. 5 ຖ້າຜູ້ໃດພະຍາຍາມເຮັດຮ້າຍໃຫ້ພະຍານທັງສອງນັ້ນ ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະເຜົາຜານສັດຕູຂອງພວກເພິ່ນເສຍ. ຖ້າຜູ້ໃດທີ່ຢາກທຳຮ້າຍພວກເພິ່ນ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ. 6 ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນໍ້າກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະລາຍທຸກຢ່າງ ທໍລະມານແຜ່ນດິນໂລກໄດ້ທຸກເວລາ ຕາມຄວາມປາຖະໜາ. 7 ເມື່ອພະຍານທັງສອງ ສິ້ນສຸດການປະກາດພຣະທຳຂອງພຣະເຈົ້າແລ້ວ ຈະມີສັດຮ້າຍອອກມາຈາກເຫວເລິກ ແລະຈະຕໍ່ສູ້ພວກເພິ່ນ. ສັດຮ້າຍນັ້ນຈະຊະນະພວກເພິ່ນ ແລະຂ້າພວກເພິ່ນເສຍ. 8 ຊາກສົບຂອງທ່ານທັງສອງຈະຢູ່ເທິງຖະໜົນຂອງມະຫານະຄອນ ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນ ໄດ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ຊື່ອັນເປັນສັນຍາລັກຂອງນະຄອນນີ້ ແມ່ນເມືອງໂຊໂດມ ແລະ ເມືອງເອຢິບ. 9 ຄົນຈາກຫລາຍຊົນຊາດ, ຫລາຍເຜົ່າ, ຫລາຍພາສາ ແລະ ຫລາຍປະເທດຈະມາເບິ່ງຊາກສົບຂອງພວກເພິ່ນ ຢູ່ຕະຫລອດສາມວັນເຄິ່ງ ແລະພວກເຂົາຈະບໍ່ຍອມໃຫ້ນຳຊາກສົບເຫຼົ່ານັ້ນ ໄປບັນຈຸໄວ້ໃນອຸບມຸງ. 10 ຄົນທົ່ວໂລກ ຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ ພວກເຂົາຈະສະເຫລີມສະຫລອງ ແລະສົ່ງຂອງຂວັນໃຫ້ກັນແລະກັນ ເພາະຜູ້ປະກາດພຣະທຳທັງສອງນີ້ ໄດ້ນຳຄວາມທົນທຸກຢ່າງໜັກມາສູ່ມະນຸດທັງຫລາຍ. 11 ຫລັງຈາກສາມວັນເຄີ່ງຜ່ານໄປແລ້ວ ລົມຫາຍໃຈທີ່ມີຊີວິດມາຈາກພຣະເຈົ້າ ກໍໄດ້ເຂົ້າໄປໃນຊາກສົບຂອງພວກເພິ່ນ ແລະທັງສອງໄດ້ລຸກຂຶ້ນ ແລະທຸກຄົນທີ່ໄດ້ເຫັນພວກເພິ່ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່ຫລວງ. 12 ແລ້ວຜູ້ປະກາດພຣະທຳທັງສອງ ກໍໄດ້ຍິນສຽງດັງມາຈາກສະຫວັນວ່າ, “ຈົ່ງຂຶ້ນມາເທິງພີ້.” ໃນຂະນະທີ່ພວກສັດຕູຂອງພວກເພິ່ນເຝົ້າເບິ່ງຢູ່ນັ້ນ ພວກເພິ່ນກໍຂຶ້ນເມືອໃນເມກເຂົ້າສູ່ສະຫວັນ. 13 ໃນຂະນະນັ້ນເອງ ກໍເກີດມີແຜ່ນດິນໄຫວຢ່າງຮ້າຍແຮງ ໜຶ່ງສ່ວນສິບຂອງເມືອງຖືກທຳລາຍ ແລະມີເຈັດພັນຄົນຖືກຂ້າຍ້ອນແຜ່ນດິນໄຫວນັ້ນ ສ່ວນຄົນທີ່ຍັງເຫລືອຢູ່ ກໍເກີດຢ້ານກົວໃຫຍ່ ຈຶ່ງພາກັນຖວາຍກຽດ ສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າແຫ່ງສະຫວັນ. 14 ໄພພິບັດຂັ້ນທີສອງໄດ້ຜ່ານພົ້ນໄປ ແຕ່ໄພພິບັດຂັ້ນທີສາມ ກໍຈະມາເຖິງໃນບໍ່ຊ້ານີ້ແຫລະ. ແກທີເຈັດ 15 ເມື່ອເທວະດາຕົນທີເຈັດໄດ້ເປົ່າແກຂອງຕົນແລ້ວ ກໍມີຫຼາຍສຽງດັງຈາກສະຫວັນ ກ່າວວ່າ, “ຣາຊອານາຈັກໂລກນີ້ ເປັນກຳມະສິດຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະຂອງພຣະຄຣິດຂອງພຣະອົງ ແລະພຣະອົງຈະປົກຄອງຕະຫລອດຊົ່ວນິຣັນດອນ.” 16 ແລ້ວພວກຜູ້ອາວຸໂສຊາວສີ່ທ່ານ ທີ່ນັ່ງຢູ່ເທິງບັນລັງຂອງພວກຕົນຊ້ອງໜ້າພຣະເຈົ້າ ກໍພາກັນກົ້ມຂາບລົງນະມັດສະການພຣະເຈົ້າ 17 ກາບທູນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ ອົງຊົງດຳລົງຢູ່ໃນປະຈຸບັນ ແລະອົງຊົງດຳລົງຢູ່ໃນຄາວກ່ອນ ພວກຂ້ານ້ອຍໂມທະນາຂອບພຣະຄຸນ ພຣະອົງ ຈຶ່ງໄດ້ຊົງຕັ້ງຕົ້ນສະເຫວີຍຣາດ ທີ່ແຜ່ນດິນໂລກ. 18 ຝ່າຍບັນດານາໆຊາດກໍມີຄວາມເຄືອງແຄ້ນ ເພາະເວລາທີ່ຊົງໂກດຮ້າຍໄດ້ມາເຖິງ ຄືຄົນທີ່ຕາຍແລ້ວຈະຖືກພິພາກສາລົງໂທດ. ແລະເຖິງເວລາທີ່ຈະຊົງປະທານລາງວັນ ແກ່ພວກຜູ້ຮັບໃຊ້ຂອງພຣະອົງ ພວກຜູ້ປະກາດພຣະທຳ ແລະໄພ່ພົນຂອງພຣະອົງທຸກຄົນ ຄືທຸກຄົນທີ່ມີຄວາມຢຳເກງພຣະນາມຂອງພຣະອົງ ທັງຜູ້ນ້ອຍແລະຜູ້ໃຫຍ່. ແລະເຖິງເວລາແລ້ວ ທີ່ພຣະອົງຈະຊົງທຳລາຍ ພວກທີ່ໄດ້ທຳລາຍແຜ່ນດິນໂລກ.” 19 ແລ້ວວິຫານຂອງພຣະເຈົ້າໃນສະຫວັນກໍໄຂອອກ ແລະຫີບພັນທະສັນຍາ ກໍປາກົດໃຫ້ເຫັນຢູ່ໃນທີ່ນັ້ນ ແລ້ວມີຟ້າແມບເຫຼື້ອມ, ສຽງແຕກສະໜັ່ນ, ຟ້າຮ້ອງຢູ່ບໍ່ຂາດໄລຍະ, ແຜ່ນດິນໄຫວ ແລະໝາກເຫັບຕົກຢ່າງຫລວງຫລາຍ. |
@ 2012 United Bible Societies. All Rights Reserved.