ພຣະນິມິດ 10 - ພຣະຄຳພີສັກສິເທວະດາແລະໜັງສືມ້ວນນ້ອຍ 1 ແລ້ວຂ້າພະເຈົ້າໄດ້ເຫັນເທວະດາ ຜູ້ມີອຳນາດອີກຕົນໜຶ່ງ ລົງມາຈາກສະຫວັນ ມີເມກປົກຄຸມຕົວໄວ້ ແລະມີຮຸ້ງກິນນໍ້າຢູ່ເທິງອ້ອມຫົວ, ໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະຂາເໝືອນດັ່ງເຕົາໄຟ. 2 ເພິ່ນຖືໜັງສືມ້ວນນ້ອຍທີ່ພືຢູ່ໃນມື, ເພິ່ນເອົາຕີນຂວາຢຽບນໍ້າທະເລ ແລະເອົາຕີນຊ້າຍຢຽບເທິງບົກ, 3 ເພິ່ນຮ້ອງສຽງດັງເໝືອນໂຕສິງຮ້ອງຄຳຣາມ ຫລັງຈາກເພິ່ນຮ້ອງແລ້ວ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ. 4 ພໍສຽງເຫຼົ່ານັ້ນດັງອອກມາ ຂ້າພະເຈົ້າເກືອບຈະລົງມືຂຽນ, ແຕ່ຂ້າພະເຈົ້າໄດ້ຍິນສຽງກ່າວມາຈາກສະຫວັນວ່າ, “ຈົ່ງປົກປິດຖ້ອຍຄຳທີ່ຟ້າຮ້ອງທັງເຈັດໄດ້ກ່າວນັ້ນ ເປັນຄວາມລັບ ຢ່າຂຽນລົງໄປ.” 5 ແລ້ວເທວະດາທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລແລະເທິງບົກນັ້ນ ກໍຍົກມືຂວາຂຶ້ນສູ່ສະຫວັນ 6 ແລະສາບານໃນພຣະນາມຂອງພຣະເຈົ້າ ອົງຊົງຊີວິດຢູ່ນິຣັນດອນ ຜູ້ທີ່ໄດ້ສ້າງສະຫວັນ ແຜ່ນດິນໂລກ ແລະທະເລ ກັບສັບພະທຸກສິ່ງທີ່ມີຢູ່ໃນບ່ອນເຫຼົ່ານັ້ນ ວ່າ, “ຈະບໍ່ມີການຊັກຊ້າອີກຕໍ່ໄປ.” 7 ແຕ່ເມື່ອເທວະດາຕົນທີເຈັດອອກສຽງ ຄືເປົ່າແກຂອງເພິ່ນນັ້ນ, ແຜນການອັນເລິກລັບຂອງພຣະເຈົ້າກໍສຳເລັດຜົນ ເໝືອນດັ່ງທີ່ພຣະອົງໄດ້ປະກາດເປັນຂ່າວປະເສີດແກ່ພວກຜູ້ຮັບໃຊ້ຂອງພຣະອົງ ຄືພວກຜູ້ທຳນວາຍ. 8 ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນ ກໍໄດ້ກ່າວແກ່ຂ້າພະເຈົ້າອີກວ່າ, “ຈົ່ງໄປຮັບເອົາໜັງສືມ້ວນ ທີ່ພືຢູ່ໃນມືຂອງເທວະດາຕົນທີ່ຢືນຢູ່ເທິງທະເລແລະເທິງບົກນັ້ນ.” 9 ຂ້າພະເຈົ້າຈຶ່ງໄປຫາເທວະດາຕົນນັ້ນ ແລະຂໍເອົາໜັງສືມ້ວນນ້ອຍນັ້ນ. ເພິ່ນໄດ້ຕອບຂ້າພະເຈົ້າວ່າ, “ເອົາໄປກິນສາ ມັນຈະເຮັດໃຫ້ທ້ອງຂອງເຈົ້າຂົມ, ແຕ່ໃນປາກຂອງເຈົ້າຈະຫວານດັ່ງນໍ້າເຜີ້ງ.” 10 ຂ້າພະເຈົ້າໄດ້ຈັບເອົາໜັງສືມ້ວນນ້ອຍ ຈາກມືຂອງເທວະດາ ແລ້ວເອົາມາກິນ ໃນປາກຂອງຂ້າພະເຈົ້າ ມັນກໍຫວານດັ່ງນໍ້າເຜີ້ງ, ເມື່ອຂ້າພະເຈົ້າກິນລົງໄປແລ້ວ ທ້ອງຂອງຂ້າພະເຈົ້າກໍຂົມ. 11 ແລ້ວຂ້າພະເຈົ້າກໍໄດ້ຮັບຄຳສັ່ງວ່າ, “ເຈົ້າຕ້ອງປະກາດຖ້ອຍຄຳຂອງພຣະເຈົ້າອີກເທື່ອໜຶ່ງ ກ່ຽວກັບບັນດາຊົນຊາດທັງຫລາຍ, ບັນດາປະຊາຊາດ, ພາສາ ແລະກະສັດທັງຫລາຍ.” |
@ 2012 United Bible Societies. All Rights Reserved.