Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 99 - ພຣະຄຳພີສັກສິ


ພຣະເຈົ້າ​ເປັນ​ເຈົ້າກະສັດ​ອົງ​ສູງສຸດ

1 ພຣະເຈົ້າຢາເວ​ເປັນ​ເຈົ້າກະສັດ ແລະ​ມະນຸດ​ກໍ​ສະທ້ານ​ຢ້ານກົວ. ພຣະອົງ​ນັ່ງ​ເທິງ​ບັນລັງ​ເໜືອ​ເຄຣຸບ ແລະ​ແຜ່ນດິນ​ກໍ​ສະທ້ານ​ຫວັ່ນໄຫວ.

2 ພຣະເຈົ້າຢາເວ​ຊົງ​ຍິ່ງໃຫຍ່​ໃນ​ຊີໂອນ ຄື​ພຣະອົງ​ເປັນ​ອົງ​ສູງສຸດ​ເໜືອ​ທົ່ວ​ທຸກ​ຊົນຊາດ.

3 ທຸກຄົນ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ອັນ​ຍິ່ງໃຫຍ່​ແລະ​ສູງສົ່ງ ຊຶ່ງ​ເປັນ​ທີ່​ຄວນ​ຢ້ານຢຳ​ແລະ​ບໍຣິສຸດ​ດ້ວຍ.

4 ກະສັດ​ຜູ້​ຊົງ​ອຳນາດ​ຍິ່ງໃຫຍ່ ເພາະ​ພຣະອົງ​ຮັກ​ການ​ກະທຳ​ທີ່​ເປັນ​ທຳ ແລະ​ໃຫ້​ມີ​ຄວາມ​ຍຸດຕິທຳ​ໃນ​ຊາດ​ອິດສະຣາເອນ ພຣະອົງ​ໄດ້​ນຳ​ຄວາມ​ຊອບທຳ​ແລະ​ຄວາມ​ເປັນທຳ​ມາ​ໃຫ້.

5 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.

6 ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.

7 ຈາກ​ເສົາເມກ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ ພວກເພິ່ນ​ໄດ້​ເຊື່ອຟັງ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

8 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ຊົງ​ຕອບ​ຄຳພາວັນນາ​ອະທິຖານ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ. ພຣະອົງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ໃຫ້​ອະໄພ ແມ່ນ​ວ່າ​ພຣະອົງ​ລົງໂທດ​ຍ້ອນ​ການບາບ​ກໍຕາມ.

9 ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ທີ່​ເນີນພູ​ສັກສິດ​ຂອງ​ພຣະອົງ. ດ້ວຍວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ເປັນ​ອົງ​ບໍຣິສຸດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan