Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 98 - ພຣະຄຳພີສັກສິ


ພຣະເຈົ້າ​ເປັນ​ຜູ້ປົກຄອງ​ໂລກນີ້

1 ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່ ພຣະເຈົ້າຢາເວ ເພາະ​ສິ່ງ​ອັນ​ໜ້າ​ງຶດງໍ້​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຍ້ອນ​ຣິດເດດ​ອຳນາດ​ແລະ​ພຣະ​ກຳລັງ​ອັນ​ບໍຣິສຸດ ພຣະອົງ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພຣະອົງເອງ.

2 ພຣະເຈົ້າຢາເວ​ໄດ້​ປະກາດ​ໄຊຊະນະ​ຂອງ​ພຣະອົງ ໃຫ້​ບັນດາ​ຊົນຊາດ​ຮູ້ວ່າ​ພຣະອົງ​ຊ່ວຍ​ໃຫ້​ພົ້ນ​ໄດ້.

3 ພຣະອົງ​ໄດ້​ຮັກສາ​ຄຳສັນຍາ​ຂອງ​ພຣະອົງ​ໄວ້​ກັບ​ຄອບຄົວ​ອິດສະຣາເອນ ດ້ວຍ​ຄວາມສັດຊື່​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ນັ້ນ. ສ່ວນ​ປະຊາຊົນ​ທົ່ວ​ທຸກບ່ອນ​ຕ່າງ​ກໍໄດ້​ຮູ້​ໄດ້​ເຫັນ ໄຊຊະນະ​ທີ່​ພຣະເຈົ້າ​ຂອງ​ພວກເຮົາ​ນຳ​ມາ​ນັ້ນ.

4 ທົ່ວ​ທັງ​ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ໂຮຮ້ອງ​ຍິນດີ​ເປັນ​ການ​ສັນລະເສີນ​ເຖີດ.

5 ຈົ່ງ​ດີດ​ກິດຕາ ແລະ​ຈົ່ງ​ບັນເລງ​ເພງ​ສັນລະເສີນ ຖວາຍ​ຄຳສັນລະເສີນ​ແກ່​ພຣະເຈົ້າຢາເວ

6 ຈົ່ງ​ໂຮຮ້ອງ​ຍິນດີ​ທັງ​ເປົ່າແກ​ແລະ​ເຂົາ​ສັດ ສັນລະເສີນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ຄື​ຈອມກະສັດ​ຂອງ​ພວກເຮົາ.

7 ທະເລ​ກັບ​ທຸກສິ່ງ​ຢູ່​ໃນ​ນັ້ນ​ກໍ​ສະໜັ່ນ​ຫວັ່ນໄຫວ ແຜ່ນດິນ​ໂລກ​ແລະ​ທຸກຄົນ​ກໍ​ຮ້ອງລຳ​ທຳເພງ​ຂຶ້ນ.

8 ຈົ່ງ​ຕົບ​ມື​ກັນ​ເຖີດ ແມ່ນໍ້າ​ທັງຫລາຍ​ເອີຍ ເນີນພູ​ຈົ່ງ​ພາກັນ​ຮ້ອງ​ດ້ວຍ​ຄວາມ​ຍິນດີ

9 ຕໍ່ໜ້າ​ພຣະເຈົ້າຢາເວ ເພາະ​ພຣະອົງ​ກຳລັງ​ຈະມາ​ຕັດສິນ​ແຜ່ນດິນ​ໂລກ ເພື່ອ​ພິພາກສາ​ຕັດສິນ​ໂລກ​ດ້ວຍ​ຄວາມ​ຊອບທຳ​ແລະ​ຊົນຊາດ​ທັງຫຼາຍ​ດ້ວຍ​ຄວາມ​ສັດຊື່.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan