ເພງ^ສັນລະເສີນ 97 - ພຣະຄຳພີສັກສິພຣະເຈົ້າເປັນຜູ້ປົກຄອງອົງສູງສຸດ 1 ພຣະເຈົ້າຢາເວເປັນກະສັດ ແຜ່ນດິນໂລກຈົ່ງເບີກບານໃຈ ເກາະທັງຫລາຍຕາມທະເລເອີຍ ຈົ່ງຊື່ນໃຈຍິນດີເຖີດ. 2 ເມກໝອກແລະມືດກໍອ້ອມຮອບພຣະອົງ ພຣະອົງປົກຄອງຢ່າງຊອບທຳແລະຍຸດຕິທຳ. 3 ໄຟຟົ້ງໄປລ່ວງໜ້າພຣະອົງແລະເຜົາຜານ ພວກສັດຕູທີ່ອ້ອມພຣະອົງໄວ້ທຸກດ້ານ. 4 ຟ້າແມບເຮັດໃຫ້ໂລກສະຫວ່າງສະໄຫວ ແຜ່ນດິນໂລກແລເຫັນຈຶ່ງສັ່ນສະທ້ານຢ້ານກົວ. 5 ພູເຈື່ອນດັ່ງຂີ້ເຜິ້ງເປື່ອຍຢູ່ຕໍ່ໜ້າພຣະເຈົ້າຢາເວ ຕໍ່ໜ້າອົງພຣະຜູ້ເປັນເຈົ້າທົ່ວທັງແຜ່ນດິນໂລກ. 6 ຟ້າສະຫວັນ ປະກາດວ່າພຣະອົງຊົງຊອບທຳ ແລະທຸກຊົນຊາດກໍເຫັນສະຫງ່າຣາສີຂອງພຣະອົງດ້ວຍ. 7 ທຸກຄົນທີ່ຂາບໄຫວ້ຮູບເຄົາຣົບຕ່າງກໍຖືກອັບອາຍ ບັນດາພະທັງຫລາຍຈຶ່ງກົ້ມຂາບລົງ ຕໍ່ໜ້າພຣະອົງ. 8 ຂ້າແດ່ພຣະເຈົ້າຢາເວ ປະຊາຊົນຊາວພູເຂົາຊີໂອນຍິນດີ ແລະເມືອງຕ່າງໆໃນຢູດາຍກໍຊົມຊື່ນຍິນດີດ້ວຍ. ຍ້ອນການຕັດສິນຂອງພຣະອົງຍຸດຕິທຳ. 9 ຂ້າແດ່ພຣະເຈົ້າຢາເວ ອົງຍິ່ງໃຫຍ່ສູງສຸດ ເພາະພຣະອົງຊົງປົກຄອງທົ່ວແຜ່ນດິນໂລກນີ້ ແລະຍິ່ງໃຫຍ່ກວ່າພະທັງໝົດ. 10 ພຣະເຈົ້າຢາເວຮັກພວກທີ່ກຽດຊັງຄວາມຊົ່ວ ພຣະອົງຄຸ້ມຄອງຊີວິດປະຊາຊົນຂອງພຣະອົງໄວ້ ພຣະອົງຊ່ວຍກູ້ເອົາພວກເຂົາອອກຈາກຄວາມຊົ່ວຮ້າຍ. 11 ແສງສະຫວ່າງສ່ອງແຈ້ງໃສ່ຄົນຊອບທຳ ຄວາມຊົມຊື່ນຍິນດີກໍມີແກ່ຄົນດີດ້ວຍ. 12 ຈົ່ງຍິນດີເຖີດ ຜູ້ຊອບທຳທັງຫລາຍ ເພາະທຸກສິ່ງທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ. ຈົ່ງຈົດຈຳແລະໂມທະນາຂອບພຣະຄຸນຄວາມບໍຣິສຸດແຫ່ງພຣະນາມຂອງພຣະອົງເຖີດ. |
@ 2012 United Bible Societies. All Rights Reserved.