ເພງ^ສັນລະເສີນ 96 - ພຣະຄຳພີສັກສິເພງບົດໃໝ່ແກ່ກະສັດທີ່ມາປາກົດ ( 1 ຂຄ 16:23-33 ) 1 ຈົ່ງຮ້ອງເພງບົດໃໝ່ຖວາຍແດ່ ພຣະເຈົ້າຢາເວ ທົ່ວທັງແຜ່ນດິນໂລກເອີຍ ຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າຢາເວ. 2 ຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າຢາເວ ແລະຍ້ອງຍໍສັນລະເສີນພຣະນາມຂອງພຣະອົງ ທຸກໆວັນຈົ່ງປະກາດຂ່າວດີເລື່ອງ ພຣະອົງຊ່ວຍພວກເຮົາໃຫ້ພົ້ນ. 3 ຈົ່ງປະກາດພຣະສະຫງ່າຣາສີແກ່ຊົນຊາດທັງຫລາຍ ແລະພຣະຣາຊກິດຍິ່ງໃຫຍ່ແກ່ມວນມະນຸດຊາດ. 4 ພຣະເຈົ້າຢາເວຍິ່ງໃຫຍ່ແລະເປັນທີ່ຍົກຍໍຢ່າງສູງ ເປັນຜູ້ສົມຄວນຮັບກຽດສັກສີເໜືອບັນດາພະອື່ນໆ. 5 ພະຂອງຊົນຊາດອື່ນນັ້ນເປັນພຽງແຕ່ຮູບເຄົາຣົບ ສ່ວນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ. 6 ກຽດສັກສີແລະຣິດອຳນາດກໍອ້ອມຮອບພຣະອົງ ອຳນາດທັງສະຫງ່າຣາສີກໍເຕັມພຣະວິຫານຂອງພຣະອົງດ້ວຍ. 7 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວຊາວໂລກເອີຍ ຈົ່ງຍ້ອງຍໍສະຫງ່າຣາສີຂອງພຣະເຈົ້າຢາເວ ແລະຣິດທານຸພາບ. 8 ຈົ່ງຍ້ອງຍໍສັນລະເສີນພຣະນາມອັນສູງສົ່ງຂອງພຣະເຈົ້າຢາເວ ຈົ່ງນຳເຄື່ອງບູຊາມາຖວາຍທີ່ເດີ່ນວິຫານເຖີດ. 9 ຈົ່ງກົ້ມຂາບຢູ່ຊ້ອງໜ້າພຣະເຈົ້າຢາເວ ເມື່ອອົງບໍຣິສຸດມາປາກົດ ທົ່ວແຜ່ນດິນໂລກເອີຍ ສັ່ນເຊັນຕໍ່ໜ້າພຣະອົງເຖີດ. 10 ຈົ່ງກ່າວແກ່ຊົນຊາດທັງປວງວ່າ, “ພຣະເຈົ້າຢາເວເປັນຈອມຣາຊາ ແຜ່ນດິນໂລກໄດ້ຖືກຕັ້ງໄວ້ຢູ່ບ່ອນເກົ່າ ຢ່າງໝັ້ນຄົງແລະບໍ່ຫວັ່ນໄຫວ. ພຣະອົງຈະຕັດສິນປະຊາຊົນທັງປວງ ດ້ວຍຄວາມຍຸດຕິທຳ.” 11 ຈັກກະວານ ແລະແຜ່ນດິນໂລກເອີຍ ຈົ່ງຊົມຊື່ນຍິນດີເຖີດ ທະເລແລະທຸກສິ່ງທີ່ຢູ່ໃນນັ້ນ ຈົ່ງສົ່ງສຽງສະໜັ່ນ 12 ທົ່ງນາແລະທຸກສິ່ງຢູ່ໃນນັ້ນ ຈົ່ງຊົມຊື່ນຍິນດີ ຕົ້ນໄມ້ໃນປ່າດົງພົງໄພຈະໂຮຮ້ອງຢ່າງຊື່ນຊົມຍິນດີ 13 ເມື່ອພຣະເຈົ້າຢາເວມາປົກຄອງຄົນໂລກນີ້ ພຣະອົງຈະປົງຄອງຢ່າງສັດຊື່ແລະເປັນທຳ ແລະຈະຕັດສິນປະຊາຊົນທັງຫລາຍດ້ວຍຄວາມຈິງຂອງພຣະອົງ. |
@ 2012 United Bible Societies. All Rights Reserved.