Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 94 - ພຣະຄຳພີສັກສິ


ພຣະເຈົ້າ​ເປັນ​ຜູ້ຕັດສິນ​ທຸກຄົນ

1 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ແຫ່ງ​ການ​ຕອບແທນ ຂໍ​ໃຫ້​ຣັດສະໝີ​ຂອງ​ພຣະອົງ​ສ່ອງແຈ້ງ​ມາ.

2 ພຣະອົງ​ເປັນ​ຜູ້ຕັດສິນ​ມະນຸດ​ທຸກໆຄົນ ໂຜດ​ລຸກ​ຂຶ້ນ​ລົງໂທດ​ຄົນ​ຈອງຫອງ​ຕາມ​ທີ່​ເຂົາ​ສົມຄວນ​ໄດ້​ຮັບ.

3 ຂ້າແດ່​ພຣະເຈົ້າຢາເວ ສ່ວນ​ຄົນຊົ່ວຮ້າຍ​ນັ້ນ​ຈະ​ດີໃຈ​ໄປ​ດົນນານ​ເທົ່າໃດ? ພວກເຂົາ​ຈະ​ຢູ່​ອີກ​ດົນ​ປານໃດ​ນໍ?

4 ຜູ້ຂ້າຄົນ​ນັ້ນ​ຈະ​ຈອງຫອງ​ໄປ​ເຫິງ​ປານໃດ? ຄູຍໂມ້​ເຖິງ​ອາດຊະຍາກຳ​ຂອງ​ພວກເຂົາ​ໄປ​ອີກ​ນານ​ເທົ່າໃດ?

5 ຂ້າແດ່​ພຣະເຈົ້າຢາເວ ພວກເຂົາ​ຢຽບຢໍ່າ​ປະຊາຊົນ​ຂອງ​ພຣະອົງ ກົດຂີ່​ພວກ​ທີ່​ເປັນ​ຂອງ​ພຣະເຈົ້າ.

6 ພວກເຂົາ​ຂ້າ​ແມ່ໝ້າຍ​ແລະ​ລູກກຳພ້າ​ທັງຫລາຍ ແລະ​ຄົນຕ່າງດ້າວ​ທີ່​ຢູ່​ໃນ​ດິນແດນ​ດ້ວຍ.

7 ພວກເຂົາ​ເວົ້າ​ກັນ​ວ່າ, “ພຣະເຈົ້າຢາເວ​ບໍ່​ເຫັນ​ພວກເຮົາ​ດອກ ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ບໍ່​ສົນໃຈ​ດອກ.”

8 ປະຊາຊົນ​ຂອງຂ້ອຍ​ເອີຍ ເຫດໃດ​ຈຶ່ງ​ໂງ່​ຢ່າງນີ້? ເມື່ອໃດ​ພວກເຈົ້າ​ຈະ​ຮໍ່າຮຽນ​ເປັນ​ຄົນສະຫລາດ?

9 ພຣະອົງ​ຊົງ​ສ້າງ​ຫູ​ພວກເຮົາ​ໄວ້ ພຣະອົງ​ຈະ​ບໍ່ໄດ້ຍິນ​ຊັ້ນບໍ? ພຣະອົງ​ສ້າງ​ຕາ​ພວກເຮົາ ພຣະອົງ​ຈະ​ເຫັນ​ບໍ່ໄດ້​ຫລື?

10 ພຣະອົງ​ວາງ​ລະບຽບ​ໃຫ້​ແກ່​ຊົນຊາດ​ທັງຫລາຍ ພຣະອົງ​ຈະ​ບໍ່​ລົງໂທດ​ພວກເຂົາ​ຫລື? ພຣະອົງ​ເປັນ​ຄູ​ສັ່ງສອນ​ມະນຸດ​ທຸກຄົນ ພຣະອົງ​ບໍ່ມີ​ຄວາມຮູ້​ໃດໆ​ຫລື?

11 ພຣະເຈົ້າຢາເວ​ຮູ້ວ່າ​ພວກເຂົາ​ຄິດ​ຢ່າງໃດ ທັງ​ຮູ້​ເຫດຜົນ​ຂອງ​ພວກເຂົາ​ວ່າ​ບໍ່ມີ​ປະໂຫຍດ.

12 ຂ້າແດ່​ພຣະເຈົ້າຢາເວ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະອົງ​ຕີສອນ ຄື​ຜູ້​ທີ່​ພຣະອົງ​ສັ່ງສອນ​ກົດບັນຍັດ​ໃຫ້​ນັ້ນ.

13 ພຣະອົງ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ ຈາກ​ວັນ​ແຫ່ງ​ຄວາມ​ຍາກລຳບາກ ຈົນກວ່າ​ພຣະອົງ​ຈະ​ຂຸດ​ຂຸມ​ດັກຈັບ​ຄົນ​ຊົ່ວຮ້າຍ.

14 ພຣະເຈົ້າຢາເວ​ຈະ​ບໍ່​ປະປ່ອຍ​ປະຊາຊົນ​ຂອງ​ພຣະອົງ ຈະ​ບໍ່​ປະຖິ້ມ​ຄົນ​ໃດໆ​ຜູ້​ທີ່​ເປັນ​ຂອງ​ພຣະອົງ.

15 ຄວາມ​ຍຸດຕິທຳ​ນັ້ນ​ຈະ​ກັບ​ໄປ​ຫາ ຄົນ​ຊອບທຳ ແລະ​ຄົນ​ທ່ຽງທຳ​ກໍ​ຈະ​ສະໜັບ​ສະໜູນ​ການນີ້.

16 ແມ່ນ​ໃຜ​ໄດ້​ຢືນ​ຕໍ່ຕ້ານ​ຄົນຊົ່ວຮ້າຍ​ແທນ​ຂ້າພະເຈົ້າ? ແມ່ນ​ໃຜ​ໄດ້​ເຂົ້າຂ້າງ​ຂ້າພະເຈົ້າ​ຕໍ່ສູ້​ຄົນ​ເຮັດ​ຊົ່ວ?

17 ຖ້າ​ພຣະເຈົ້າຢາເວ​ບໍ່ໄດ້​ຊ່ວຍເຫລືອ​ຂ້ານ້ອຍ​ໄວ້​ທັນ ປານ​ນີ້​ກໍ​ຄົງ​ລົງ​ສູ່​ແດນ​ແຫ່ງ​ຄວາມງຽບ.

18 ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ກຳລັງ​ລົ້ມ ແຕ່​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ກໍ​ຊ່ວຍຊູ​ຂ້ານ້ອຍ​ໃຫ້​ລຸກ​ຂຶ້ນ.

19 ເມື່ອໃດ​ທີ່​ຂ້ານ້ອຍ​ອຸກອັ່ງ​ກັງວົນ​ໃນ​ຈິດໃຈ ພຣະອົງ​ກໍ​ເລົ້າໂລມ​ຂ້ານ້ອຍ​ໃຫ້​ມີ​ໃຈ​ຊົມຊື່ນ.

20 ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ຈະ​ຮ່ວມມື​ກັບ​ພຣະອົງ​ໄດ້​ຫລື? ຄື​ຜູ້​ທີ່​ແຕ່ງ​ກົດບັນຍັດ​ອັນ​ບໍ່​ຍຸດຕິທຳ​ນັ້ນ.

21 ພວກເຂົາ​ວາງແຜນ​ປອງຮ້າຍ​ຕໍ່ສູ້​ຄົນດີ ລົງໂທດ​ຄົນ​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຊີວິດ.

22 ແຕ່​ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ​ຂອງ​ຂ້ານ້ອຍ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ຫີນດານ​ຄຸ້ມຄອງ​ຮັກສາ ຊຶ່ງ​ຂ້ານ້ອຍ​ເຂົ້າ​ໄປ​ລີ້ໄພ.

23 ຍ້ອນ​ຄວາມ​ຊົ່ວຮ້າຍ ພຣະອົງ​ຈະ​ລົງໂທດ​ພວກເຂົາ ຍ້ອນ​ການບາບ​ຂອງ​ພວກເຂົາ ພຣະອົງ​ຈະ​ທຳລາຍ​ພວກເຂົາ​ຖິ້ມ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ຈະ​ທຳລາຍ​ພວກເຂົາ​ຖິ້ມ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan