Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 93 - ພຣະຄຳພີສັກສິ


ອົງພຣະ​ຜູ້​ເປັນເຈົ້າ​ຄື​ກະສັດ

1 ພຣະເຈົ້າຢາເວ​ຊົງ​ເປັນ​ກະສັດ ພຣະເຈົ້າຢາເວ​ຊົງ​ຫົ່ມ​ດ້ວຍ​ພຣະ​ສະຫງ່າຣາສີ​ແລະ​ພະລັງ. ແຜ່ນດິນ​ໂລກ​ຕັ້ງ​ຢູ່​ບ່ອນ​ເກົ່າ​ຢ່າງ​ໝັ້ນຄົງ​ດີ ແລະ​ບໍ່​ສາມາດ​ເໜັງຕີງ​ຍ້າຍ​ໄປມາ​ໄດ້.

2 ພຣະ​ບັນລັງ​ຂອງ​ພຣະອົງ​ກໍ​ຕັ້ງໝັ້ນຄົງ ກ່ອນ​ມີ​ເວລາ​ເກີດຂຶ້ນ​ພຣະອົງ​ກໍ​ເປັນ​ຢູ່​ແລ້ວ.

3 ຂ້າແດ່​ພຣະເຈົ້າຢາເວ ມະຫາສະໝຸດ​ເລິກ​ກໍ​ສົ່ງ​ສຽງ ກ້ອງສະໜັ່ນ​ຫວັ່ນໄຫວ.

4 ພຣະເຈົ້າຢາເວ ເປັນ​ຜູ້ປົກຄອງ​ອົງ​ສູງສຸດ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ ມີ​ອຳນາດ​ຍິ່ງໃຫຍ່​ກວ່າ​ສຽງ​ກຶກກ້ອງ​ຂອງ​ມະຫາສະໝຸດ ຊົງ​ຣິດທານຸພາບ​ກວ່າ​ຄື້ນ​ຂອງ​ທະເລ​ດ້ວຍ.

5 ຂ້າແດ່​ພຣະເຈົ້າຢາເວ ກົດບັນຍັດ​ຂອງ​ພຣະອົງ​ກໍ​ແນ່ນອນ​ແທ້ຈິງ ວິຫານ​ຂອງ​ພຣະອົງ​ກໍ​ບໍຣິສຸດ​ຕະຫລອດໄປ​ເປັນນິດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan