ເພງ^ສັນລະເສີນ 92 - ພຣະຄຳພີສັກສິສັນລະເສີນພຣະຄຸນຂອງພຣະເຈົ້າ 1 ເປັນການດີແທ້ທີ່ໂມທະນາຂອບພຣະຄຸນພຣະເຈົ້າຢາເວ ເປັນການດີແທ້ທີ່ໄດ້ຍົກຍໍສັນລະເສີນພຣະນາມອົງສູງສຸດ. 2 ໃນທຸກໆເຊົ້າຈະໄດ້ປະກາດຄວາມຮັກອັນໝັ້ນຄົງ ແລະທຸກໆຄືນຈະໄດ້ປະກາດຄວາມສັດຊື່ຂອງພຣະເຈົ້າ 3 ດ້ວຍດົນຕຼີຈາກເຄື່ອງເສບເປັນສາຍ ໂດຍສຽງກິດຕາ ບັນເລງເພງພ້ອມ. 4 ຂ້າແດ່ພຣະເຈົ້າຢາເວ ການກະທຳອັນມີຣິດອຳນາດຂອງພຣະອົງ ເຮັດໃຫ້ຂ້ານ້ອຍດີໃຈຫລາຍ ເພາະສິ່ງທີ່ພຣະອົງໄດ້ກະທຳແກ່ຂ້ານ້ອຍ ຂ້ານ້ອຍຈຶ່ງຮ້ອງເພງຢ່າງເບີກບານມ່ວນຊື່ນ. 5 ຂ້າແດ່ພຣະເຈົ້າຢາເວ ກິດຈະການຂອງພຣະອົງຍິ່ງໃຫຍ່ ຄວາມນຶກຄິດຂອງພຣະອົງກໍເລິກສຸດຍອດ. 6 ອັນນີ້ເປັນສິ່ງທີ່ຄົນໂງ່ບໍ່ສາມາດຮູ້ຈັກ ຄົນເບົາປັນຍາບໍ່ສາມາດເຂົ້າໃຈໄດ້ 7 ຄົນຊົ່ວຮ້າຍອາດປົ່ງຂຶ້ນດັ່ງຕົ້ນຫຍ້າທັງຫລາຍ ຄົນທີ່ເຮັດຜິດອາດຈະເລີນຮຸ່ງເຮືອງຂຶ້ນກໍໄດ້ 8 ຂ້າແດ່ພຣະເຈົ້າຢາເວ ແຕ່ພວກເຂົາຈະຖືກທຳລາຍໃຫ້ດັບສູນໄປໝົດ ເພາະພຣະອົງຊົງຣິດອຳນາດຍິ່ງໃຫຍ່ຕະຫລອດການ. 9 ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຮູ້ວ່າສັດຕູຂອງພຣະອົງຈະຕາຍ ແລະຄົນຊົ່ວຮ້າຍທັງໝົດກໍຈະຕ້ອງພ່າຍແພ້. 10 ພຣະອົງໄດ້ໃຫ້ຂ້ານ້ອຍແຂງແຮງດັ່ງງົວປ່າ ແລະອວຍພອນໃຫ້ໄດ້ຮັບຄວາມສຸກ. 11 ຂ້ານ້ອຍໄດ້ເຫັນເຫຼົ່າສັດຕູພ່າຍແພ້ໄປ ແລະໄດ້ຍິນພວກຄົນຊົ່ວຮ້າຍຮ້ອງໄຫ້. 12 ຄົນຊອບທຳນັ້ນຈະຈະເລີນຂຶ້ນດັ່ງຕົ້ນຕານ ຈະໃຫຍ່ຂຶ້ນດັ່ງຕົ້ນແປກທີ່ເລບານອນນັ້ນ. 13 ພວກເຂົາເປັນດັ່ງຕົ້ນໄມ້ທີ່ປູກໄວ້ໃນວິຫານຂອງພຣະເຈົ້າຢາເວ ເກີດດອກອອກຜົນໃນເດີ່ນຂອງພຣະເຈົ້າຂອງພວກຂ້ານ້ອຍ. 14 ເມື່ອອາຍຸແກ່ກໍຍັງເກີດໝາກຢ່າງຫລວງຫລາຍ ໃບກໍຍັງຂຽວງາມດີທັງແຂງແຮງຢູ່ເລື້ອຍ. 15 ເພື່ອສະແດງວ່າພຣະເຈົ້າຢາເວຊົງທ່ຽງທຳ ພຣະອົງຊົງເປັນຫີນສີລາຂອງຂ້ານ້ອຍ ແລະໃນພຣະອົງນັ້ນບໍ່ມີຄວາມອະທຳ. |
@ 2012 United Bible Societies. All Rights Reserved.