ເພງ^ສັນລະເສີນ 91 - ພຣະຄຳພີສັກສິອົງພຣະເຈົ້າເປັນຜູ້ຄຸ້ມຄອງພວກເຮົາ 1 ຜູ້ໃດທີ່ໄປເພິ່ງພຣະເຈົ້າສຳລັບຄວາມປອດໄພ ແລະຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ອົງຊົງຣິດອຳນາດຍິ່ງໃຫຍ່ 2 ຜູ້ນັ້ນກໍຕ້ອງເວົ້າຕໍ່ພຣະເຈົ້າຢາເວວ່າ, “ພຣະອົງປ້ອງກັນແລະຄຸ້ມຄອງຂ້ານ້ອຍ. ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍໄວ້ວາງໃຈໃນພຣະອົງ.” 3 ພຣະອົງຈະຮັກສາເຈົ້າໃຫ້ພົ້ນໂພຍໄພອັນລີ້ລັບ ແລະຈາກພະຍາດອັນຮ້າຍແຮງອັນເຖິງຕາຍ. 4 ພຣະອົງຈະປົກຕຸ້ມເຈົ້າໄວ້ດ້ວຍປີກຂອງພຣະອົງ ແລະເຈົ້າຈະປອດໄພເພາະພຣະອົງຮັກສາໄວ້. ຄວາມສັດຊື່ຂອງພຣະອົງນັ້ນຈະປົກປ້ອງຄຸ້ມຄອງ ແລະທັງຈະປ້ອງກັນຮັກສາເຈົ້າໄວ້ດ້ວຍ. 5 ເຈົ້າບໍ່ຕ້ອງຢ້ານອັນຕະລາຍໃນເວລາກາງຄືນ ຫລືການຫລອນໂຈມຕີໃນເວລາກາງເວັນດ້ວຍ. 6 ຫລືໂຣກລະບາດທີ່ເກີດຂຶ້ນໃນເວລາມືດມົນ ຫລືມານຮ້າຍທີ່ຂ້າຄົນໃນເວລາກາງເວັນນັ້ນ. 7 ອາດຈະມີພັນຄົນລົ້ມລົງ ແລະສິ້ນໃຈຕາຍຢູ່ຂ້າງເຈົ້າ ສິບພັນຄົນຢູ່ອ້ອມຮອບເຈົ້າ ແຕ່ເຈົ້າຈະບໍ່ຖືກທຳຮ້າຍ. 8 ເຈົ້າຈະສັງເກດເບິ່ງດ້ວຍຕາຂອງເຈົ້າເທົ່ານັ້ນ ແລະເຫັນຄົນຊົ່ວຮ້າຍຖືກໂທດຢ່າງໃດແດ່? 9 ເຈົ້າໄດ້ຮັບເອົາພຣະເຈົ້າຢາເວເປັນຜູ້ປ້ອງກັນຂອງເຈົ້າ ຄືຮັບເອົາພຣະເຈົ້າອົງສູງສຸດເປັນຜູ້ຄຸ້ມຄອງເຈົ້າ. 10 ສະນັ້ນ ເຈົ້າຈຶ່ງບໍ່ໄດ້ປະສົບໄພພິບັດໃດໆ ແລະຄວາມໂຫດຮ້າຍກໍຈະບໍ່ມາໃກ້ເຮືອນເຈົ້າ. 11 ພຣະອົງຈະສັ່ງໃຫ້ຝູງເທວະດາມາຄຸ້ມຄອງ ເພື່ອປົກປ້ອງຮັກສາທຸກບ່ອນທີ່ເຈົ້າໄປນັ້ນ. 12 ຝູງເທວະດາຈະໃຊ້ມືຫອບອູ້ມເຈົ້າໄວ້ບໍ່ໃຫ້ຕົກ ເພື່ອບໍ່ໃຫ້ຕີນຂອງເຈົ້າເຈັບປວດຍ້ອນຕຳກ້ອນຫີນ. 13 ເຈົ້າຈະເອົາຊະນະສິງໂຕຮ້າຍແລະງູພິດທັງຫລາຍ ໂດຍຢຽບຢໍ່າມັນລົງຢູ່ໃຕ້ຕີນເຈົ້າ. 14 ພຣະເຈົ້າກ່າວວ່າ, “ເຮົາຈະຊ່ວຍຜູ້ທີ່ຮັກເຮົາໃຫ້ພົ້ນໄພ ແລະປົກປ້ອງຮັກສາຜູ້ທີ່ຍອມຮັບຮູ້ນາມຊື່ຂອງເຮົາ.” 15 ເຮົາຈະຂານຕອບເມື່ອພວກເຂົາເອີ້ນຫາເຮົາ ເຮົາຈະຢູ່ນຳເມື່ອພວກເຂົາເດືອດຮ້ອນ. ເຮົາຈະຊ່ວຍກູ້ເອົາພວກເຂົາໃຫ້ພົ້ນໄພ ທັງຈະໃຫ້ຍົດສັກແກ່ເຂົາເຈົ້າດ້ວຍ. 16 ເຮົາຈະໃຫ້ອາຍຸຍືນໝັ້ນເປັນລາງວັນແກ່ພວກເຂົາ ແລະເຮົາຈະຊ່ວຍພວກເຂົາໃຫ້ໄດ້ພົ້ນ. |
@ 2012 United Bible Societies. All Rights Reserved.