Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 90 - ພຣະຄຳພີສັກສິ


ໝວດ​ທີ 4 (ເພງ​ສັນລະເສີນ 90–106) ສະພາບ​ນິລັນດອນ​ຂອງ​ພຣະເຈົ້າ​ແລະ​ຄວາມ​ອະນິຈັງ​ຂອງ​ມະນຸດ

1 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ເປັນ​ທີ່ເພິ່ງ ຂອງ​ພວກ​ຂ້ານ້ອຍ​ຕະຫລອດໄປ.

2 ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.

3 ພຣະອົງ​ບອກ​ໃຫ້​ມະນຸດ​ຄືນ​ໄປ​ສູ່​ບ່ອນ​ທີ່​ເຂົາ​ມາ ແລະ​ປ່ຽນ​ມະນຸດ​ໃຫ້​ກັບຄືນ​ເປັນ​ຂີ້ຝຸ່ນ​ດິນ​ອີກ.

4 ສຳລັບ​ພຣະອົງ​ແລ້ວ​ພັນ​ປີ​ກໍ​ເທົ່າ​ກັບ​ວັນ​ໜຶ່ງ ເໝືອນ​ດັ່ງ​ມື້ວານ​ນີ້​ທີ່​ຜ່ານ​ໄປ​ສັ້ນໆ​ໃນ​ຕອນ​ກາງຄືນ.

5 ພຣະອົງ​ກວາດ​ພວກ​ຂ້ານ້ອຍ​ໜີໄປ​ເໝືອນດັ່ງ​ນໍ້າ​ຖ້ວມ ຊີວິດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ​ເທົ່ານັ້ນ. ພວກ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນຫຍ້າ​ທີ່​ເກີດຂຶ້ນ​ມາ ຄື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ມາ​ໃນ​ເວລາ​ຕອນເຊົ້າ

6 ຊຶ່ງ​ໃຫຍ່​ຂຶ້ນ​ແລ້ວ​ກໍ​ແຕກ​ດອກ​ອອກບານ ແລະ​ຫ່ຽວແຫ້ງ​ຕາຍໄປ​ໃນ​ເວລາ​ຕອນຄໍ່າ​ມາຮອດ.

7 ພວກ​ຂ້ານ້ອຍ​ຖືກ​ທຳລາຍ​ໂດຍ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫວາດຫວັ່ນ​ຕົກໃຈກົວ​ຍ້ອນ​ພຣະອົງ​ກິ້ວໂກດ.

8 ພຣະອົງ​ເປີດເຜີຍ​ການບາບ​ຂອງ​ພວກ​ຂ້ານ້ອຍ​ຕໍ່ໜ້າ​ພຣະອົງ ຄື​ການບາບ​ອັນ​ລັບລີ້​ຊຶ່ງ​ພຣະອົງ​ເຫັນ​ໄດ້.

9 ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ນັ້ນ ເຮັດ​ໃຫ້​ຊີວິດ​ຂ້ານ້ອຍ​ສັ້ນລົງ ມັນ​ເຊື່ອມ​ສະຫຼາຍ​ໄປ​ດັ່ງ​ສາຍລົມ.

10 ພວກ​ຂ້ານ້ອຍ​ມີ​ຊີວິດ​ຢູ່​ພຽງແຕ່​ເຈັດສິບ​ປີ ອາດຮອດ​ແປດສິບ​ປີ​ຖ້າ​ມີ​ເຫື່ອແຮງ​ຢູ່ ແຕ່​ຊ່ວງ​ໄລຍະ​ອາຍຸ​ນັ້ນ​ກໍ​ພົບ​ຄວາມ​ລຳບາກ ແລະ​ເຮັດ​ໃຫ້​ລະທົມ​ທຸກໃຈ ໃນບໍ່ຊ້າ​ຊີວິດ​ຈະ​ຈົບ​ລົງ​ແລະ​ຕາຍໄປ​ເທົ່ານັ້ນ.

11 ໃຜ​ຮູ້​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະນາດ​ຂອງ​ພຣະອົງ​ໄດ້? ຜູ້ໃດ​ຮູ້​ວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໄດ້​ນຳພາ​ຄວາມ​ໜ້າຢ້ານ​ສໍ່າໃດ​ແທ້?

12 ຂໍ​ຊົງ​ໂຜດ​ສັ່ງສອນ​ຂ້ານ້ອຍ​ດ້ວຍວ່າ​ຊີວິດ​ນີ້​ສັ້ນຫລາຍ ເພື່ອ​ວ່າ​ພວກ​ຂ້ານ້ອຍ​ຈະ​ກາຍເປັນ​ຄົນສະຫລາດ.

13 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ຢູ່​ອີກ​ດົນ​ປານໃດ? ໂຜດ​ເມດຕາ​ອີດູ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ

14 ໃນ​ທຸກໆເຊົ້າ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຕັມ​ໄປ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ຮ້ອງເພງ​ແລະ​ຊົມຊື່ນ​ຍິນດີ ຕະຫລອດ​ຊົ່ວຊີວິດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.

15 ບັດນີ້ ໂຜດ​ປະທານ​ຄວາມສຸກ​ແກ່​ພວກ​ຂ້ານ້ອຍ ໃຫ້​ສົມກັບ​ຄວາມ​ໂສກເສົ້າ​ທີ່​ພວກ​ຂ້ານ້ອຍ​ໄດ້​ຮັບ​ດ້ວຍ ຕາມ​ໄລຍະ​ເວລາ​ແຫ່ງ​ປີ​ທັງຫຼາຍ ທີ່​ພວກ​ຂ້ານ້ອຍ​ຈົມ​ຢູ່​ໃນ​ຄວາມ​ທຸກ​ລຳບາກ.

16 ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຄື​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂໍ​ຊົງ​ໂຜດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ເໝືອນກັນ ໃນ​ຣິດທານຸພາບ​ຂອງ​ພຣະອົງ​ນັ້ນ.

17 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ປະທານ​ພຣະພອນ​ໃຫ້​ດຳລົງ​ຢູ່​ນຳ​ພວກ​ຂ້ານ້ອຍ​ແດ່ທ້ອນ ຂໍ​ຊົງ​ໂຜດ​ປະທານ​ຄວາມ​ສຳເລັດຜົນ​ໃຫ້​ພວກ​ຂ້ານ້ອຍ ໃນ​ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ​ນັ້ນ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan