ເພງ^ສັນລະເສີນ 9 - ພຣະຄຳພີສັກສິໂມທະນາຂອບພຣະຄຸນເພາະພຣະເຈົ້າຊົງຍຸດຕິທຳ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະໂມທະນາຂອບພຣະຄຸນ ດ້ວຍໝົດຫົວໃຈຂອງຂ້ານ້ອຍ ຂ້ານ້ອຍຈະບອກເຖິງສິ່ງຍິ່ງໃຫຍ່ ທັງໝົດຊຶ່ງພຣະອົງໄດ້ກະທຳນັ້ນ. 2 ຂ້ານ້ອຍຈະຮ້ອງດ້ວຍຄວາມຊົມຊື່ນຍິນດີ ແລະຈະຍົກຍໍພຣະນາມຂອງພຣະອົງຊົງຍິ່ງໃຫຍ່ສູງສຸດ. 3 ເມື່ອພຣະອົງມາປາກົດ ເຫຼົ່າສັດຕູຂອງຂ້ານ້ອຍກໍຖອຍໜີໄປ, ພວກເຂົາລົ້ມລົງແລະສູນຫາຍຕາຍໄປສິ້ນ. 4 ພຣະອົງຕັດສິນຢ່າງສັດຊື່ແລະຍຸດຕິທຳ ພຣະອົງໄດ້ຕັດສິນເຂົ້າຂ້າງຂ້ານ້ອຍແລ້ວ. 5 ພຣະອົງໄດ້ຕັດສິນລົງໂທດຄົນບໍ່ນັບຖືພຣະອົງ ທຳລາຍຄົນຊົ່ວຈົນບໍ່ມີຜູ້ໃດຈົດຈຳພວກເຂົາຕໍ່ໄປອີກ. 6 ສັດຕູພວກຂ້ານ້ອຍໄດ້ດັບສິ້ນຕະຫລອດໄປ ເມືອງຂອງເຂົາຖືກທຳລາຍແລະລືມໄລໄປສິ້ນ. 7 ແຕ່ອົງພຣະຜູ້ເປັນເຈົ້າເປັນກະສັດສືບໆໄປ ຊົງຕັ້ງພຣະບັນລັງສຳລັບການຕັດສິນລົງໂທດ. 8 ພຣະອົງປົກຄອງໂລກດ້ວຍຄວາມສັດຊື່ ຊົງຕັດສິນບັນດາຊົນຊາດຢ່າງຍຸດຕິທຳ. 9 ພຣະເຈົ້າຢາເວເປັນທີ່ເພິ່ງຂອງຜູ້ທີ່ຖືກຂົ່ມເຫັງ ເປັນບ່ອນປອດໄພໃນຄາວເດືອດຮ້ອນ. 10 ຜູ້ທີ່ຮູ້ຈັກພຣະນາມຂອງພຣະອົງກໍວາງໃຈໃນພຣະອົງ ຜູ້ທີ່ມາຫາພຣະເຈົ້າຢາເວຈະບໍ່ຖືກປະຖິ້ມຈັກເທື່ອ. 11 ຈົ່ງຮ້ອງເພງຍ້ອງຍໍສັນລະເສີນພຣະເຈົ້າຢາເວເຖີດ ຜູ້ປົກຄອງໃນພູເຂົາຊີໂອນເອີຍ ຈົ່ງບອກທຸກຊົນຊາດໃຫ້ໄດ້ຍິນທຸກສິ່ງ ທີ່ພຣະອົງໄດ້ກະທຳນັ້ນ 12 ພຣະເຈົ້າຊົງແກ້ແຄ້ນແທນເລືອດທີ່ຕົກ ພຣະອົງບໍ່ລືມໄລ ແຕ່ຕອບຄຳຮ້ອງໄຫ້ຂອງຜູ້ທີ່ຖືກກົດຂີ່. 13 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເມດຕາແດ່ທ້ອນ ໂຜດເບິ່ງຄວາມທົນທຸກທີ່ສັດຕູກໍ່ຂຶ້ນນັ້ນ ຂໍຊົງໂຜດຊ່ວຍກູ້ເອົາ ຂ້ານ້ອຍໃຫ້ພົ້ນຈາກຕາຍແດ່ທ້ອນ 14 ເພື່ອວ່າຂ້ານ້ອຍຈະໄດ້ກ່າວຄຳຍ້ອງຍໍສັນລະເສີນພຣະອົງ ໃນປະຕູທັງຫຼາຍຂອງລູກສາວຊີໂອນ. ຂ້ານ້ອຍກໍຈະຊົມຊື່ນຍິນດີຫລາຍ ເພາະພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນໄພແລ້ວ. 15 ຄົນບໍ່ນັບຖືພຣະເຈົ້າກໍຕົກຫລຸມທີ່ພວກເຂົາຂຸດເອງ ພວກເຂົາຖືກດັກຈັບໃນບ່ອນທີ່ພວກເຂົາໄດ້ຫ້າງໄວ້ເອງ. 16 ພຣະເຈົ້າຢາເວເປີດເຜີຍພຣະອົງເອງດ້ວຍການຕັດສິນອັນຍຸດຕິທຳ ຄົນຊົ່ວຮ້າຍກໍຖືກຈັບໂດຍສິ່ງທີ່ຕົນເອງໄດ້ກະທຳໄວ້. 17 ຄວາມຕາຍຄືຈຸດຈົບຂອງຄົນຊົ່ວຮ້າຍທຸກຄົນ ເປັນຂອງຄົນທີ່ບໍ່ຍອມຮັບເອົາພຣະເຈົ້າ. 18 ຄົນຂັດສົນຈະບໍ່ຖືກປະຖິ້ມຢູ່ເລື້ອຍໄປ ຄົນຈົນຈະບໍ່ຖືກທຳລາຍໄປຕະຫລອດ. 19 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດດຳເນີນການເຖີດ ຢ່າປ່ອຍໃຫ້ມະນຸດທ້າທາຍພຣະອົງໄດ້ ໂຜດນຳຄົນບໍ່ນັບຖືພຣະເຈົ້າມາຢູ່ຊ້ອງໜ້າພຣະອົງ ແລະປະກາດການຕັດສິນລົງໂທດເຂົາເຈົ້າ. 20 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເຮັດໃຫ້ພວກເຂົາຢ້ານ ໂຜດເຮັດໃຫ້ພວກເຂົາຮູ້ວ່າ ພວກເຂົາເປັນພຽງແຕ່ມະນຸດເທົ່ານັ້ນ. |
@ 2012 United Bible Societies. All Rights Reserved.