ເພງ^ສັນລະເສີນ 89 - ພຣະຄຳພີສັກສິບົດເພງໃນຍາມປະເທດຊາດເດືອດຮ້ອນ 1 ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະຂັບຮ້ອງບົດເພງ ເຖິງພຣະຄຸນຄວາມດີຢູ່ເລື້ອຍໆ. ຂ້ານ້ອຍຈະປະກາດຄວາມສັດຊື່ຂອງພຣະອົງ ຕະຫລອດໄປເປັນນິດ. 2 ຂ້ານ້ອຍຮູ້ວ່າຄວາມຮັກຂອງພຣະອົງມີຢູ່ຕະຫຼອດເວລາ ແລະຄວາມສັດຊື່ຂອງພຣະອົງກໍຍືນຍົງຢູ່ຟ້າສະຫວັນ. 3 ພຣະອົງກ່າວວ່າ, “ເຮົາເຮັດພັນທະສັນຍາໄວ້ ກັບມະນຸດທີ່ເຮົາໄດ້ເລືອກເອົາພວກເຂົານັ້ນ ຄືໄດ້ເຮັດໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາ, ເຮົາໄດ້ໃຫ້ຄຳສັນຍາກັບລາວດັ່ງນີ້: 4 ‘ເຊື້ອສາຍເຈົ້າຄົນໜຶ່ງຈະເປັນກະສັດເລື້ອຍໄປ ເຊື້ອວົງເຈົ້າຈະຖືກສະຫງວນໄວ້ຕະຫລອດໄປ.”’ 5 ຂ້າແດ່ພຣະເຈົ້າຢາເວ ຟ້າສະຫວັນຮ້ອງຍົກຍ້ອງ ສັນລະເສີນສິ່ງງຶດງໍ້ອັດສະຈັນຂອງພຣະອົງ ຜູ້ບໍຣິສຸດກໍຍົກຍ້ອງສັນລະເສີນຄວາມສັດຊື່ຂອງພຣະອົງ. 6 ໃນສະຫວັນບໍ່ມີຜູ້ໃດເໝືອນພຣະເຈົ້າຢາເວ ບໍ່ມີຊາວສະຫວັນຄົນໃດຈະເທົ່າທຽມພຣະເຈົ້າຢາເວໄດ້. 7 ພຣະເຈົ້າຊົງເປັນທີ່ຢ້ານກົວໃນຊຸມຊົນຂອງພວກບໍຣິສຸດທັງຫຼາຍ ແລະທຸກຄົນກໍຢືນຢູ່ຢ່າງເກງກົວສຸດຂີດຕໍ່ພຣະອົງນັ້ນ. 8 ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ບໍ່ມີຜູ້ໃດທີ່ມີອຳນາດຍິ່ງໃຫຍ່ດັ່ງພຣະອົງໄດ້. ພຣະເຈົ້າຢາເວເອີຍ ພຣະອົງຊົງສັດຊື່ ໃນສັບພະທຸກສິ່ງ. 9 ພຣະອົງປົກຄອງທະເລກວ້າງທີ່ມີກຳລັງແຮງ ແລະເຮັດໃຫ້ຄື້ນແຫ່ງຄວາມໂມໂຫງຽບລົງໄດ້. 10 ພຣະອົງໄດ້ຢຽບມັງກອນຣາຮາບ ແລະຂ້າໃຫ້ຕາຍ ໄດ້ເອົາຊະນະພວກສັດຕູດ້ວຍຣິດທານຸພາບຂອງພຣະອົງ. 11 ຈັກກະວານແລະແຜ່ນດິນໂລກເປັນຂອງພຣະອົງ ພຣະອົງໄດ້ສ້າງໂລກແລະທຸກສິ່ງທີ່ຢູ່ໃນນັ້ນ. 12 ພຣະອົງໄດ້ສ້າງທິດໃຕ້ທິດເໜືອພູຕາໂບກັບເຮີໂມນ ຕ່າງກໍຮ້ອງຢ່າງຊົມຊື່ນຍິນດີຍົກຍໍພຣະອົງດ້ວຍ. 13 ພຣະອົງຊົງຣິດອຳນາດເຫລືອຫລາຍທີ່ສຸດ ກຳລັງຂອງພຣະອົງກໍຍິ່ງໃຫຍ່ຫລາຍແທ້ໆ. 14 ຄວາມຊອບທຳກັບຄວາມຍຸດຕິທຳນັ້ນແມ່ນ ຮາກຖານແຫ່ງອານາຈັກຂອງພຣະອົງ ຄວາມຮັກແລະຄວາມສັດຊື່ກໍກ້າວເດີນໄປ ຂ້າງໜ້າພຣະອົງ. 15 ຂ້າແດ່ພຣະເຈົ້າຢາເວ ຄວາມສຸກເປັນຂອງຜູ້ທີ່ນະມັດສະການພຣະອົງດ້ວຍສຽງເພງ ພວກເຂົາດຳເນີນຢູ່ໃນຄວາມສະຫວ່າງ ແຫ່ງພຣະເມດຕາຂອງພຣະອົງ. 16 ຍ້ອນພຣະອົງ ພວກເຂົາຈຶ່ງຊົມຊື່ນຍິນດີຕະຫລອດວັນ ແລະພວກເຂົາຍ້ອງຍໍສັນລະເສີນຄວາມຍຸດຕິທຳຂອງພຣະອົງ. 17 ພຣະອົງໃຫ້ພວກຂ້ານ້ອຍມີໄຊຢ່າງໃຫຍ່ຫລວງ ໃນຄວາມຮັກຂອງພຣະອົງ ເຮັດໃຫ້ພວກຂ້ານ້ອຍມີກຳລັງຂຶ້ນ. 18 ແທ້ຈິງແລ້ວ ໂລ້ກຳບັງຂອງເຮົາທັງຫຼາຍຄືພຣະເຈົ້າຢາເວ ພຣະມະຫາກະສັດອົງບໍຣິສຸດແຫ່ງຊາດອິດສະຣາເອນ ໄດ້ໃຫ້ກະສັດແກ່ພວກຂ້ານ້ອຍ. ໂດຍຄຳສັນຍາຂອງພຣະເຈົ້າຕໍ່ດາວິດ 19 ດົນນານມາແລ້ວທີ່ພຣະອົງກ່າວທາງນິມິດຄວາມຝັນ ຕໍ່ບັນດາຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງນັ້ນວ່າ, “ເຮົາໄດ້ຖອກເທພະກຳລັງໃຫ້ນັກຮົບຄົນໜຶ່ງທີ່ມີຊື່ສຽງດີ ແລະມອບບັນລັງໃຫ້ຜູ້ໜຶ່ງທີ່ເຮົາໄດ້ເລືອກໄວ້ຈາກໄພ່ພົນທັງປວງ. 20 ເຮົາໄດ້ເຮັດໃຫ້ດາວິດຜູ້ຮັບໃຊ້ຂອງເຮົາເປັນກະສັດ ໂດຍໃຊ້ນໍ້າມັນສັກສິດຫົດສົງແຕ່ງຕັ້ງ. 21 ກຳລັງອຳນາດຂອງເຮົາຈະຢູ່ກັບລາວເລື້ອຍໆໄປ ຣິດອຳນາດຂອງເຮົາຈະໃຫ້ລາວເຂັ້ມແຂງດ້ວຍ. 22 ສັດຕູຂອງລາວຈະໂຈມຕີລາວ ແຕ່ຈະບໍ່ສຳເລັດເລີຍ ຄົນຊົ່ວຮ້າຍຈະເອົາຊະນະລາວບໍ່ໄດ້ຈັກເທື່ອ. 23 ເຮົາຈະຢຽບຢໍ່າທຳລາຍພວກສັດຕູຂອງລາວ ແລະຂ້າທຸກໆຄົນທີ່ກຽດຊັງລາວຖິ້ມ. 24 ເຮົາຈະຮັກແລະສັດຊື່ຕໍ່ລາວ ຈະໃຫ້ລາວໄຊຊະນະເໜືອສັດຕູຢູ່ເລື້ອຍໆ. 25 ເຮົາຈະໃຫ້ອານາຈັກຂອງລາວແຜ່ຂະຫຍາຍອອກໄປ ຈາກທະເລເມດີແຕຣາເນເຖິງແມ່ນໍ້າເອີຟຣັດ. 26 ລາວຈະຮ້ອງຕໍ່ເຮົາວ່າ, ‘ພຣະອົງເປັນພຣະບິດາ ແລະເປັນພຣະເຈົ້າຂອງຂ້ານ້ອຍ ແລະເປັນພຣະສີລາແຫ່ງຄວາມພົ້ນຂອງຂ້ານ້ອຍ.’ 27 ເຮົາຈະເຮັດໃຫ້ລາວເປັນລູກຊາຍກົກຂອງເຮົາ ເປັນຜູ້ຍິ່ງໃຫຍ່ກວ່າບັນດາກະສັດທັງສິ້ນ. 28 ເຮົາຈະຮັກສາຄຳສັນຍາຂອງເຮົາທີ່ມີຕໍ່ລາວໄວ້ສະເໝີ ແລະພັນທະສັນຍາຂອງເຮົາຈະຢູ່ກັບລາວຕະຫລອດໄປ. 29 ຜູ້ໜຶ່ງໃນເຊື້ອສາຍຂອງລາວຈະເປັນກະສັດປົກຄອງເລື້ອຍໄປ ແລະເຊື້ອສາຍຂອງລາວກໍຈະຍືນຍົງຢູ່ທີ່ຟ້າສະຫວັນ. 30 ແຕ່ຖ້າເຊື້ອສາຍລາວບໍ່ເຊື່ອຟັງກົດບັນຍັດຂອງເຮົາ ແລະບໍ່ດຳເນີນຊີວິດຕາມຂໍ້ຄຳສັ່ງຂອງເຮົານັ້ນ. 31 ຖ້າພວກເຂົາບໍ່ເອົາໃຈໃສ່ຕໍ່ຄຳແນະນຳຂອງເຮົາ ແລະທັງບໍ່ຮັກສາຂໍ້ຄຳສັ່ງຂອງເຮົາດ້ວຍ. 32 ແລ້ວເຮົາກໍຈະລົງໂທດຍ້ອນການບາບຂອງພວກເຂົາ ເຮົາຈະເຮັດໃຫ້ໄດ້ທົນທຸກຍ້ອນຄວາມຜິດນັ້ນ. 33 ແຕ່ເຮົາຈະບໍ່ຢຸດຢັ້ງທີ່ຈະໃຫ້ຄວາມຮັກແກ່ດາວິດ ຫລືລົບລ້າງຄຳສັນຍາທີ່ມີກັບລາວນັ້ນຖິ້ມ. 34 ເຮົາຈະບໍ່ລະເມີດພັນທະສັນຍາທີ່ມີໄວ້ກັບລາວ ຫລືຖອນຄຳສັນຍາທີ່ເຮົາເຮັດໄວ້ກັບລາວນັ້ນ. 35 ເຮົາສາບານຢ່າງເດັດຂາດໂດຍຄວາມບໍຣິສຸດຂອງເຮົາວ່າ, ເຮົາຈະບໍ່ຕົວະດາວິດຈັກເທື່ອ. 36 ເຊື້ອສາຍຂອງລາວກໍຈະສືບຕໍ່ແພ່ຜາຍໄປຕະຫຼອດ ອານາຈັກກໍຈະຜ່ອງໃສດັ່ງຕາເວັນສ່ອງແຈ້ງ. 37 ອານາຈັກນັ້ນຈະຍືນຍົງຢູ່ເໝືອນດັ່ງດວງຈັນ ທີ່ເປັນພະຍານອັນສັດຊື່ຢູ່ເທິງທ້ອງຟ້າ.” ການຄໍ່າຄວນເຖິງການພ່າຍແພ້ຂອງກະສັດ 38 ແຕ່ພຣະອົງໂກດຮ້າຍຕໍ່ກະສັດທີ່ພຣະອົງເລືອກເອົາ ພຣະອົງໄດ້ປະຖິ້ມລາວແລະບໍ່ຮັບເອົາລາວດ້ວຍ. 39 ພຣະອົງຍົກເລີກພັນທະສັນຍາກັບຜູ້ຮັບໃຊ້ຂອງພຣະອົງ ແລະໂຍນມົງກຸດຂອງລາວໃສ່ຂີ້ຕົມດ້ວຍ. 40 ສ່ວນກຳແພງເມືອງຂອງລາວນັ້ນພຣະອົງກໍມ້າງລົງ ປ່ອຍໃຫ້ປ້ອມຍາມເມືອງຮົກຮ້າງເພພັງໝົດສິ້ນ. 41 ທຸກຄົນທີ່ຍ່າງຜ່ານກໍລັກເອົາເຄື່ອງຂອງ ແລະເພື່ອນບ້ານທັງໝົດກໍຫົວເຍາະເຍີ້ຍ. 42 ພຣະອົງໄດ້ເຮັດໃຫ້ເຫຼົ່າສັດຕູໄດ້ມີໄຊ ໂດຍເຮັດໃຫ້ພວກເຂົາດີໃຈທຸກຖ້ວນໜ້າ. 43 ພຣະອົງໃຫ້ອາວຸດຂອງລາວໃຊ້ການບໍ່ໄດ້ເລີຍ ພຣະອົງໄດ້ໃຫ້ລາວເສຍໄຊຢູ່ໃນສະໜາມຮົບ. 44 ສ່ວນຍົດສັກແຫ່ງກະສັດ ກໍຖືກເອົາໜີໄປ ແລະໂຄ່ນລົ້ມບັນລັງລົງເຖິງພື້ນ. 45 ພຣະອົງເຮັດໃຫ້ລາວເຖົ້າແກ່ໄວກວ່າອາຍຸສັງຂານ ແລະໃຫ້ພົບພານກັບຄວາມອັບອາຍຢ່າງຫລາຍເຫຼືອລົ້ນ. ຄຳພາວັນນາອະທິຖານຂໍໃຫ້ໄດ້ຮັບການປົດປ່ອຍ 46 ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະລີ້ໜ້າໄປດົນປານໃດ? ຄວາມໂກດຮ້າຍຂອງພຣະອົງຈະລຸກໄໝ້ໄປດົນປານໃດອີກ? 47 ຂໍຊົງໂຜດລະນຶກເຖິງຂ້ານ້ອຍວ່າຊີວິດນີ້ສັ້ນຫລາຍ ຈົ່ງຈົດຈຳໄວ້ວ່າ ມະນຸດຖືກສ້າງໃຫ້ຕາຍເປັນທຸກຄົນ. 48 ແມ່ນຜູ້ໃດຈະມີຊີວິດຢູ່ຄໍ້າຟ້າໄດ້? ມະນຸດຈະຮັກສາຕົນໃຫ້ພົ້ນຈາກ ຂຸມຝັງສົບໄດ້ຢ່າງໃດແດ່? 49 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກອັນໝັ້ນຄົງຂອງພຣະອົງແຕ່ກ່ອນນັ້ນໄປໃສໝົດ? ຄຳສັນຍາທີ່ພຣະອົງມີໄວ້ກັບດາວິດນັ້ນຢູ່ໃສແລ້ວ? 50 ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າລືມວ່າຂ້ານ້ອຍຜູ້ຮັບໃຊ້ຖືກດູໝິ່ນສໍ່າໃດ ແລະທົນຕໍ່ຄຳສາບແຊ່ງ ຂອງຄົນບໍ່ເຊື່ອພຣະເຈົ້າ. 51 ຂ້າແດ່ອົງພຣະຜູ້ເປັນເຈົ້າ ພວກສັດຕູຂອງພຣະອົງໄດ້ໝິ່ນປະໝາດກະສັດ ຜູ້ທີ່ພຣະອົງໄດ້ເລືອກເອົາໃນທຸກບ່ອນທີ່ເພິ່ນໄປນັ້ນ. 52 ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວຕະຫລອດໄປເປັນນິດ. ອາແມນ ອາແມນ. |
@ 2012 United Bible Societies. All Rights Reserved.