ເພງ^ສັນລະເສີນ 87 - ພຣະຄຳພີສັກສິຄຳຍ້ອງຍໍສັນລະເສີນແກ່ນະຄອນເຢຣູຊາເລັມ 1 ພຣະອົງໄດ້ສ້າງຮາກຖານຂອງນະຄອນ ໄວ້ເທິງພູເຂົາອັນສັກສິດນັ້ນ 2 ພຣະເຈົ້າຢາເວຮັກປະຕູນະຄອນເຢຣູຊາເລັມຫລາຍກວ່າທີ່ອື່ນໃດ ໃນດິນແດນອິດສະຣາເອນນັ້ນ. 3 ນະຄອນຂອງພຣະເຈົ້າເອີຍ ຈົ່ງຟັງສິ່ງອັດສະຈັນ ທີ່ພຣະອົງກ່າວເຖິງເຈົ້າ: 4 ເມື່ອເຮົາຈົດລາຍຊື່ຊົນຊາດທີ່ເຊື່ອຟັງເຮົາ ເຮົາຈະຮວມເອົາຊາວເອຢິບແລະຊາວບາບີໂລນດ້ວຍ ຊາວຟີລິດສະຕິນ, ຊາວຕີເຣແລະເອທີໂອເປຍ ຈະນັບເຂົ້າເປັນຊາວນະຄອນເຢຣູຊາເລັມດ້ວຍ. 5 ກ່ຽວກັບພູເຂົາຊີໂອນນັ້ນຈະມີຄຳກ່າວດັ່ງນີ້ວ່າ: ບັນດາຊົນຊາດທັງຫຼາຍເປັນຂອງພູນີ້ ແລະພຣະຜູ້ຊົງຣິດທານຸພາບຍິ່ງໃຫຍ່ ຈະເຮັດໃຫ້ພູນີ້ເຂັ້ມແຂງຂຶ້ນ. 6 ພຣະເຈົ້າຢາເວຈະຈົດລາຍຊື່ຄົນທັງຫລາຍ ແລະຮວມເອົາພວກເຂົາເຂົ້າເປັນປະຊາຊົນຂອງນະຄອນເຢຣູຊາເລັມດ້ວຍ. 7 ພວກເຂົາຕ່າງກໍຈະຟ້ອນ ແລະຮ້ອງລຳທຳເພງວ່າ, “ບໍ່ເກີດແຫ່ງພຣະພອນທັງສິ້ນກໍຢູ່ໃນພູເຂົາຊີໂອນ.” |
@ 2012 United Bible Societies. All Rights Reserved.