Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 86 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ຄວາມ​ຊ່ວຍເຫຼືອ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ແລະ​ຕອບ​ຂ້ານ້ອຍ​ດ້ວຍ ເພາະ​ຂາດ​ທີ່ເພິ່ງ​ແລະ​ອິດອ່ອນ​ກຳລັງ.

2 ເພາະ​ຂ້ານ້ອຍ​ສັດຊື່​ຕໍ່​ພຣະອົງ ຂໍ​ຊົງ​ໂຜດ​ໃຫ້​ຂ້ານ້ອຍ​ພົ້ນ​ຈາກ​ຄວາມຕາຍ​ແດ່ທ້ອນ ຂໍ​ຊົງ​ໂຜດ​ຊ່ວຍ​ຜູ້ຮັບໃຊ້​ຢ່າງ​ຂ້ານ້ອຍ​ໃຫ້​ພົ້ນໄພ ຄື​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ​ນັ້ນ. ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ.

3 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ເມດຕາ​ແດ່ ຂ້ານ້ອຍ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ຕະຫລອດ​ວັນ.

4 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ຜູ້ຮັບໃຊ້​ໄດ້​ຊົມຊື່ນ​ຍິນດີ ເພາະ​ຈິດໃຈ​ຂອງ​ຂ້ານ້ອຍ​ຈົດຈໍ່​ໃນ​ພຣະອົງ.

5 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ດີ​ຕໍ່​ພວກ​ຂ້ານ້ອຍ​ແທ້ໆ ທັງ​ຍົກໂທດ​ໃຫ້​ອະໄພ​ແກ່​ຂ້ານ້ອຍ​ດ້ວຍ. ຊົງ​ເຕັມ​ໄປ​ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ ຕໍ່​ທຸກຄົນ​ທີ່​ພາວັນນາ​ອະທິຖານ​ຫາ​ພຣະອົງ​ນັ້ນ.

6 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ແດ່ ຂໍ​ຊົງ​ໂຜດ​ຟັງ​ຂ້ານ້ອຍ​ຮ້ອງຂໍ​ໃຫ້​ຊ່ວຍຊູ​ແດ່ທ້ອນ.

7 ເມື່ອ​ຂ້ານ້ອຍ​ເດືອດຮ້ອນ​ກໍ​ຮ້ອງຫາ​ພຣະອົງ ເພາະ​ພຣະອົງ​ຕອບ​ຕາມ​ຄຳພາວັນນາ​ອະທິຖານ​ໄດ້.

8 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ບໍ່ມີ​ພະ​ໃດ​ທີ່​ເປັນ​ດັ່ງ​ພຣະອົງ ບໍ່ມີ​ຜູ້ໃດ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ເຮັດ​ນັ້ນ​ໄດ້.

9 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ທຸກ​ຊົນຊາດ​ທີ່​ພຣະອົງ​ໄດ້​ສ້າງ​ຈະ​ກົ້ມຂາບ​ພຣະອົງ ພວກເຂົາ​ຈະ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ ຖວາຍ​ສະຫງ່າຣາສີ​ແດ່​ພຣະນາມ​ຂອງ​ພຣະອົງ.

10 ພຣະອົງ​ຊົງ​ຣິດອຳນາດ​ແລະ​ເຮັດ​ສິ່ງ​ອັດສະຈັນ ພຣະອົງ​ເທົ່ານັ້ນ​ທີ່​ເປັນ​ພຣະເຈົ້າ.

11 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ​ສິ່ງ​ທີ່​ຢາກ​ໃຫ້​ຂ້ານ້ອຍ​ເຮັດ ແລະ​ຂ້ານ້ອຍ​ຈະ​ເຊື່ອຟັງ​ດ້ວຍ​ຈິງໃຈ ຂໍ​ຊົງ​ໂຜດ​ບອກສອນ​ຂ້ານ້ອຍ​ໃຫ້​ຮູ້​ຮັບໃຊ້​ພຣະອົງ​ແດ່ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້​ຮັບໃຊ້​ຢ່າງ​ສຸດໃຈ.

12 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ດ້ວຍ​ສຸດໃຈ ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.

13 ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ກໍ​ຍິ່ງໃຫຍ່​ສຳລັບ​ຂ້ານ້ອຍ ພຣະອົງ​ຊ່ວຍກູ້​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ຂຸມຝັງສົບ​ແລ້ວ.

14 ຂ້າແດ່​ພຣະເຈົ້າ ຄົນ​ຈອງຫອງ​ກຳລັງ​ເຂົ້າ​ມາ​ຕໍ່ສູ້​ຂ້ານ້ອຍ ຂ້ານ້ອຍ​ມີ​ເລື່ອງ​ກັບ​ໝູ່ຄົນ​ທີ່​ໂຫດຮ້າຍ ຄື​ຜູ້​ທີ່​ປອງ​ທຳຮ້າຍ​ເພື່ອ​ຈະ​ສັງຫານ​ຂ້ານ້ອຍ​ເສຍ ເປັນ​ຜູ້​ທີ່​ບໍ່​ເອົາໃຈໃສ່​ຕໍ່​ພຣະອົງ​ເລີຍ.

15 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແຕ່​ພຣະອົງ​ເປັນ​ພຣະເຈົ້າ​ຊົງ​ພຣະເມດຕາ ແລະ​ຊົງພຣະຄຸນ ບໍ່​ຮ້າຍ​ງ່າຍ ແລະ​ມີ​ຄວາມຮັກ​ອັນໝັ້ນຄົງ ແລະ​ສັດຊື່​ຢູ່​ສະເໝີ.

16 ຂໍ​ຊົງ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ​ແລະ​ໂຜດ​ພຣະຄຸນ​ໃຫ້​ຂ້ານ້ອຍ​ແດ່ ຂໍ​ຊົງ​ໂຜດ​ຊູ​ກຳລັງ​ຂຶ້ນ​ໃຫ້​ພົ້ນ​ຈາກ​ໂພຍໄພ​ແດ່ທ້ອນ ເພາະວ່າ​ຂ້ານ້ອຍ​ນີ້​ກໍໄດ້​ຮັບໃຊ້​ພຣະອົງ ເໝືອນດັ່ງ​ທີ່​ແມ່​ຂອງ​ຂ້ານ້ອຍ​ເຄີຍ​ໄດ້​ປະຕິບັດ​ມາ​ນັ້ນ.

17 ຂໍ​ຊົງ​ໂຜດ​ໃຫ້​ໝາຍສຳຄັນ​ແກ່​ຂ້ານ້ອຍ​ໄດ້​ເຫັນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແດ່ ເພື່ອ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ຈະ​ໄດ້​ອັບອາຍ​ຂາຍໜ້າ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຊົງ​ໃຫ້​ຄວາມ​ເລົ້າໂລມ​ໃຈ​ແກ່​ຂ້ານ້ອຍ ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແກ່​ຂ້ານ້ອຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan