Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 85 - ພຣະຄຳພີສັກສິ


ຄຳພາວັນນາ​ອະທິຖານ​ຂໍ​ໃຫ້​ປະເທດ​ຊາດ​ສະຫງົບສຸກ

1 ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ດິນແດນ​ຂອງ​ພຣະອົງ ພຣະອົງ​ໄດ້​ໂຜດ​ໃຫ້​ອິດສະຣາເອນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.

2 ພຣະອົງ​ໄດ້​ອະໄພ​ການບາບ​ໃຫ້​ປະຊາຊົນ ແລະ​ຍົກໂທດ​ຍົກ​ຜິດ​ທຸກຢ່າງ​ໃຫ້​ເຂົາເຈົ້າ.

3 ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ບໍ່ມີ​ຕໍ່​ພວກເຂົາ​ຕໍ່ໄປ ຄວາມ​ກິ້ວໂກດ​ຂອງ​ພຣະອົງ​ກໍ​ຖືກ​ຖອນ​ຖິ້ມ​ແລ້ວ.

4 ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ຄືນ​ບ້ານ ໂຜດ​ລະຖິ້ມ​ຄວາມ​ບໍ່​ພໍໃຈ ທີ່​ພຣະອົງ​ມີ ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ເຖີດ.

5 ພຣະອົງ​ຈະ​ໂກດຮ້າຍ​ຕະຫລອດໄປ​ຊັ້ນບໍ? ຄວາມ​ໂກດຮ້າຍ​ຈະ​ບໍ່​ສຸດ​ເປັນ​ຈັກເທື່ອ​ຫລືນີ້?

6 ຂໍ​ຊົງ​ໂຜດ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ເຂັ້ມແຂງ​ຂຶ້ນ​ໃໝ່​ແດ່ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.

7 ໂຜດ​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ໄດ້​ດຳລົງ ຢູ່​ນຳ​ແລະ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນໄພ​ດ້ວຍ.

8 ຂ້ານ້ອຍ​ຟັງ​ສິ່ງ​ທີ່​ພຣະເຈົ້າ​ພຣະເຈົ້າຢາເວ​ຈະ​ກ່າວ ພຣະອົງ​ຊົງ​ສັນຍາ​ໃຫ້​ຄວາມ​ສັນຕິສຸກ​ແກ່​ພວກ​ຂ້ານ້ອຍ​ນັ້ນ ຄື​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ມີ​ຄວາມ​ສະຫງົບສຸກ ຖ້າ​ພວກ​ຂ້ານ້ອຍ​ບໍ່​ເຮັດ​ສິ່ງ​ທີ່​ໂງ່ຈ້າ​ອີກ.

9 ແທ້ຈິງ​ແລ້ວ ພຣະອົງ​ຕຽມພ້ອມ​ທີ່​ຈະ​ຊ່ວຍຊູ ຜູ້​ຖວາຍ​ກຽດ​ແກ່​ພຣະອົງ​ໃຫ້​ພົ້ນໄພ​ໄດ້ ແລະ​ສະຫງ່າຣາສີ​ຂອງ​ພຣະອົງ​ຈະ​ດຳລົງ​ຢູ່​ຕໍ່ໄປ ໃນ​ດິນແດນ​ຂອງ​ພວກ​ຂ້ານ້ອຍ​ນັ້ນ.

10 ຄວາມຮັກ​ກັບ​ຄວາມສັດຊື່​ຈະ​ພົບພໍ້​ກັນ ຄວາມ​ຊອບທຳ​ແລະ​ສັນຕິສຸກ​ຈະ​ກອດ​ກັນ​ໄວ້.

11 ຄວາມສັດຊື່​ຂອງ​ຄົນ​ຈະ​ຟົ້ງ​ຈາກ​ແຜ່ນດິນ​ຂຶ້ນ​ໄປ ແລະ​ສະຫວັນ​ຈະ​ສ່ອງ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ລົງ​ມາ.

12 ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຮົາ​ຈະເລີນ​ຮຸ່ງເຮືອງ ດິນແດນ​ຂອງ​ພວກເຮົາ​ຈະ​ໄດ້​ເກັບກ່ຽວ​ຢ່າງດີ.

13 ຄວາມ​ຊອບທຳ​ຈະ​ໄປ​ກ່ອນ​ໜ້າ​ພຣະອົງ ແລະ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ພຣະອົງ​ດ້ວຍ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan