ເພງ^ສັນລະເສີນ 83 - ພຣະຄຳພີສັກສິຄຳພາວັນນາອະທິຖານຂໍໃຫ້ເອົາຊະນະສັດຕູ 1 ຂ້າແດ່ພຣະເຈົ້າ ຂໍຢ່າສືບຕໍ່ມິດງຽບ ຂໍຢ່າເມີນເສີຍແລະຢ່າມິດຢູ່ 2 ເບິ່ງດູ ສັດຕູຂອງພຣະອົງກຳລັງກໍ່ການຈາລະຈົນ ຄົນທີ່ກຽດຊັງພຣະອົງກຳລັງກໍ່ການກະບົດຂຶ້ນ. 3 ພວກເຂົາວາງແຜນປອງຮ້າຍປະຊາຊົນຂອງພຣະອົງ ແລະວາງອຸບາຍຕໍ່ສູ້ຄົນທີ່ພຣະອົງຄຸ້ມຄອງໄວ້. 4 ພວກເຂົາເວົ້າກັນວ່າ, “ມາເຖີດ ມາທຳລາຍຊາດນີ້, ຢ່າໃຫ້ມີຊື່ຊາດອິດສະຣາເອນຕໍ່ໄປອີກ.” 5 ແລ້ວພວກເຂົາກໍເຫັນພ້ອມຕາມແຜນການ ໂດຍເຕົ້າໂຮມກັນເປັນພັນທະມິດຕໍ່ສູ້ພຣະອົງ. 6 ມີຊາວເອໂດມແລະຊາວອິດຊະມາເອນ ຊາວໂມອາບກໍມີໜ້າແລະຊາວຮັກກິດກໍຮ່ວມຢູ່ດ້ວຍ. 7 ຊາວເກບານ ຊາວອຳໂມນ ຊາວອາມາເຫຼັກ ແລະຊາວຟີລິດສະຕິນພ້ອມກັບຊາວຕີເຣ. 8 ຊາວອັດຊີເຣຍຜູ້ເຂັ້ມແຂງກໍເປັນພັນທະມິດ ຝ່າຍຊາວອຳໂມນ ຊາວໂມອາບເຊື້ອສາຍຂອງໂລດ. 9 ຈົ່ງເຮັດຕໍ່ພວກເຂົາດັ່ງທີ່ພຣະອົງໄດ້ກະທຳຕໍ່ຊາວມີດີອານ ຕໍ່ສີເສຣາແລະຢາບິນທີ່ແມ່ນໍ້າກີໂຊນນັ້ນ. 10 ພຣະອົງໄດ້ເອົາຊະນະພວກເຂົາເຈົ້າທີ່ເອນໂດເຣ ແລະຊາກສົບຂອງພວກເຂົາກໍເນົ່າເໝັນເຕັມພື້ນ. 11 ຈົ່ງເຮັດຕໍ່ພວກຜູ້ນຳພວກເຂົາ ເໝືອນດັ່ງເຮັດຕໍ່ໂອເຣັບແລະເຊເອັບ ຕໍ່ບັນດາຜູ້ປົກຄອງດັ່ງເຊບາແລະຊັນມຸນນາດ້ວຍ. 12 ພວກເຂົາເວົ້າອວດກັນວ່າ, “ພວກເຮົາຈະຢຶດເອົາດິນແດນຂອງພຣະເຈົ້າ ມາເປັນຂອງພວກເຮົາເອງໃຫ້ໄດ້.” 13 ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຈົ່ງໃຫ້ພວກເຂົາແຕກຜຸພ່າຍດັ່ງຂີ້ຝຸ່ນດິນ ໃຫ້ເປັນດັ່ງເຟືອງທີ່ຖືກລົມພັດປິວໄປນັ້ນ. 14 ເໝືອນດັ່ງໄຟທີ່ໄໝ້ເຜົາປ່າດົງພົງໄພ ເໝືອນດັ່ງແປວໄຟທີ່ໄໝ້ເນີນພູຢູ່ນັ້ນ. 15 ຈົ່ງສົ່ງລົມພະຍຸມາຂັບໄລ່ພວກເຂົາໃຫ້ປົບໜີໄປ ແລະໃຫ້ຢ້ານກົວລົມອັນແຮງກ້າຂອງພຣະອົງ. 16 ຂ້າແດ່ພຣະເຈົ້າຢາເວ ຈົ່ງໃຫ້ພວກເຂົາອັບອາຍທີ່ສຸດ ແລະໃຫ້ພວກເຂົາສະແຫວງຫາພຣະນາມຂອງພຣະອົງ. 17 ຈົ່ງໃຫ້ພວກເຂົາພ່າຍແພ້ແລະຢ້ານຢຳສືບໆໄປ ຈົ່ງໃຫ້ພວກເຂົາຕາຍຢ່າງເສຍສັກສີຈົນໝົດສິ້ນ. 18 ຈົ່ງໃຫ້ພວກເຂົາຮູ້ວ່າ ພຣະອົງຜູ້ມີນາມຊື່ເປັນພຣະເຈົ້າຢາເວພຽງແຕ່ອົງດຽວ ເປັນຜູ້ປົກຄອງສູງສຸດທົ່ວທັງແຜ່ນດິນໂລກນີ້. |
@ 2012 United Bible Societies. All Rights Reserved.