Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 82 - ພຣະຄຳພີສັກສິ


ຜູ້ປົກຄອງ​ສູງສຸດ​ຂອງ​ມະນຸດ​ຄື​ພຣະເຈົ້າ

1 ພຣະເຈົ້າ​ຊົງ​ປົກຄອງ ໃນ​ສະພາ​ແຫ່ງ​ສະຫວັນ​ນັ້ນ ພຣະອົງ​ພິພາກສາ​ໃນ​ທ່າມກາງ​ບັນດາ​ພະ​ທັງຫຼາຍ​ວ່າ,

2 “ພວກທ່ານ​ຕ້ອງ​ຢຸດຕິ​ການຕັດສິນ​ອັນ​ບໍ່​ຍຸດຕິທຳ ແລະ​ຕ້ອງ​ເຊົາ​ເປັນ​ພັກພວກ​ຂອງ​ຄົນຊົ່ວຮ້າຍ

3 ຈົ່ງ​ປ້ອງກັນ​ສິດທິ​ຄົນ​ທຸກຈົນ​ແລະ​ລູກກຳພ້າ​ທັງຫລາຍ ຈົ່ງ​ສຸພາບ​ແກ່​ຄົນ​ຂັດສົນ​ແລະ​ຂາດ​ທີ່ເພິ່ງ.

4 ຈົ່ງ​ຊ່ວຍກູ້​ເອົາ​ຄົນ​ອ່ອນແຮງ​ແລະ​ຄົນ​ຍາກຈົນ​ໃຫ້​ພົ້ນ ຈາກ​ອຳນາດ​ຂອງ​ບັນດາ​ຄົນຊົ່ວຮ້າຍ.

5 ພວກເຈົ້າ​ໂງ່ຈ້າ ແລະ​ບໍ່​ຮູ້ຈັກ​ຫຍັງ ທັງ​ຍ່າງ​ໄປມາ​ໃນ​ຄວາມມືດ ແລະ​ຄວາມ​ຍຸດຕິທຳ​ໄດ້​ສູນເສຍ​ໄປ​ຈາກ​ໂລກນີ້.

6 ເຮົາ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ບັນດາ​ພະ​ທັງຫຼາຍ ເປັນ​ພວກ​ລູກຊາຍ​ອົງ​ສູງສຸດ​ທັງໝົດ.’

7 ແຕ່​ພວກເຈົ້າ​ພັດ​ເປັນ​ດັ່ງ​ມະນຸດ​ທຳມະດາ ແລະ​ຈະ​ສິ້ນ​ຊີວາ​ລົງ​ດັ່ງ​ເຈົ້າຊາຍ​ຄົນໜຶ່ງ.”

8 ຂ້າແດ່​ພຣະເຈົ້າ ຂໍ​ຈົ່ງ​ສະເດັດ​ມາ​ປົກຄອງ​ໂລກນີ້ ເພາະ​ຊົນຊາດ​ທັງໝົດ​ເປັນ​ຂອງ​ພຣະອົງ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan