ເພງ^ສັນລະເສີນ 81 - ພຣະຄຳພີສັກສິບົດເພງສຳລັບງານສະຫລອງ 1 ຈົ່ງຮ້ອງເພງຢ່າງຊົມຊື່ນຍິນດີຖວາຍ ແດ່ພຣະເຈົ້າຂອງພວກເຮົາ. ຈົ່ງຮ້ອງເພງຍ້ອງຍໍສັນລະເສີນແກ່ພຣະເຈົ້າຂອງຢາໂຄບ. 2 ຈົ່ງເລີ່ມຕົ້ນບັນເລງດົນຕຼີແລະຕີກອງຢ່າງອອນຊອນ ຈົ່ງດີດກິດຕາແລະກະຈັບປີ່ 3 ຈົ່ງເປົ່າແກເປັນການສະຫລອງເທດສະການ ເມື່ອຮອດວັນເດືອນອອກໃໝ່ແລະດວງຈັນເຕັມດວງ. 4 ອັນນີ້ ເປັນກົດບັນຍັດຂອງຊາດອິດສະຣາເອນ ເປັນຂໍ້ຄຳສັ່ງແຫ່ງພຣະເຈົ້າຂອງຢາໂຄບ. 5 ພຣະອົງໄດ້ຕັ້ງໃຫ້ເປັນຂໍ້ຄຳສັ່ງຂອງໂຢເຊັບ ເມື່ອພຣະອົງໄດ້ໂຈມຕີດິນແດນຂອງເອຢິບນັ້ນ. ຂ້ອຍໄດ້ຍິນສຽງໜຶ່ງທີ່ບໍ່ມີຜູ້ໃດຮູ້ຈັກ ສຽງນັ້ນໄດ້ກ່າວຈາອອກມາດັ່ງນີ້: 6 “ເຮົາໄດ້ເອົາພາລະໜັກອອກຈາກບ່າພວກເຈົ້າ ເຮົາໄດ້ໃຫ້ພວກເຈົ້າວາງຫາບດິນຈີ່ລົງແລ້ວ. 7 ເມື່ອມີຄວາມເດືອດຮ້ອນພວກເຈົ້າໄດ້ເອີ້ນຫາເຮົາ ເຮົາກໍໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ໄດ້ພົ້ນ. ຈາກທີ່ລັບລີ້ມີລົມພະຍຸ ເຮົາໄດ້ຕອບພວກເຈົ້າ ທີ່ແມ່ນໍ້າເມຣີບາ ເຮົາໄດ້ທົດລອງພວກເຈົ້າ. 8 ປະຊາຊົນຂອງເຮົາເອີຍ ຈົ່ງຟັງຄຳເຕືອນຂອງເຮົາ ຊາວອິດສະຣາເອນເອີຍ ເຮົາຢາກໃຫ້ພວກເຈົ້າຟັງເຮົາເວົ້າ 9 ໃນເຮືອນຂອງພວກເຈົ້າ ຢ່າໃຫ້ມີພະອື່ນໃດ ຢ່າໄດ້ຂາບໄຫວ້ມັນເດັດຂາດ 10 ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບນັ້ນ ຈົ່ງອ້າປາກຂອງເຈົ້າໃຫ້ກວ້າງແລະເຮົາຈະປ້ອນເຈົ້າໃຫ້ອີ່ມ. 11 ແຕ່ປະຊາຊົນຂອງເຮົາບໍ່ຍອມຮັບຟັງເຮົາເລີຍ ຊາວອິດສະຣາເອນບໍ່ເຄີຍເຊື່ອຟັງເຮົາຈັກເທື່ອ. 12 ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາດື້ດຶງຕາມໃຈ ໃຫ້ເຮັດຕາມລຳພັງໃຈໃນສິ່ງທີ່ພວກເຂົາມັກ. 13 ເຮົາຢາກໃຫ້ປະຊາຊົນຂອງເຮົາຍອມເຊື່ອຟັງເຮົາ ຄືຢາກໃຫ້ເຊື່ອຟັງຖ້ອຍຄຳທີ່ເຮົາເວົ້າ 14 ແລ້ວເຮົາກໍຈະເອົາຊະນະສັດຕູຂອງພວກເຂົາໃຫ້ທັນທີ ແລະຈະປາບສັດຕູຂອງພວກເຂົາທັງໝົດໃຫ້ລາບຄາບ. 15 ຄົນທີ່ກຽດຊັງພຣະເຈົ້າຢາເວຈະຕ້ອງກົ້ມຂາບຕໍ່ໜ້າພຣະອົງຢ່າງໜ້າຊື່ໃຈຄົດ ແລະໂທດກຳຂອງພວກເຂົາຈະມີຢູ່ຕະຫລອດ. 16 ແຕ່ເຮົາຈະປ້ອນພວກເຈົ້າດ້ວຍເຂົ້າຊະນິດດີທີ່ສຸດ ແລະໃຫ້ກິນອີ່ມໜຳສຳລານດ້ວຍນໍ້າເຜິ້ງປ່າທີ່ມາຈາກຫີນ.” |
@ 2012 United Bible Societies. All Rights Reserved.