Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 80 - ພຣະຄຳພີສັກສິ


ພຣະຜູ້ລ້ຽງ​ອິດສະຣາເອນ ຈົ່ງ​ຟັງ​ເຖີດ

1 ໂອ ພຣະຜູ້ລ້ຽງ​ຂອງ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ຮັບ​ຟັງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ ຜູ້ລ້ຽງ​ຝູງແກະ​ຂອງ​ພຣະອົງ​ເອີຍ ໂຜດ​ຟັງ ຄື​ຜູ້​ນັ່ງ​ເທິງ​ບັນລັງ​ເໜືອ​ບັນດາ​ເຄຣຸບ

2 ຜູ້​ປາກົດ​ພຣະອົງ​ເອງ​ແກ່​ເຜົ່າ​ເອຟຣາອິມ ແກ່​ເຜົ່າ​ເບັນຢາມິນ​ແລະ​ເຜົ່າ​ມານາເຊ​ນັ້ນ. ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ເຫັນ​ພຣະ​ກຳລັງ​ແດ່ ແລະ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ທ້ອນ.

3 ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ ຂໍ​ຊົງ​ໂຜດ​ເມດຕາ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນ.

4 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ດົນ​ປານໃດ​ທີ່​ຍັງ​ຊົງ​ໂກດຮ້າຍ ຕໍ່​ຄຳພາວັນນາ​ອະທິຖານ​ຂອງ​ປະຊາຊົນ​ພຣະອົງ​ນັ້ນ?

5 ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ກິນ​ເຂົ້າ​ກັບ​ນໍ້າຕາ ແລະ​ເອົາ​ນໍ້າຕາ​ເຕັມ​ຈອກ​ໃຫຍ່​ມາ​ໃຫ້​ດື່ມ.

6 ພຣະອົງ​ປ່ອຍ​ໃຫ້​ຊົນຊາດ​ໃກ້ຄຽງ​ມາ​ຮຸກຮານ​ດິນແດນ ແລະ​ໃຫ້​ພວກ​ຂ້ານ້ອຍ​ຖືກ​ພວກເຂົາ​ດູໝິ່ນ.

7 ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ​ແດ່ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ພົ້ນໄພ.

8 ພຣະອົງ​ໄດ້​ເອົາ​ເຄືອ​ອະງຸ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລ້ວ​ພຣະອົງ​ໄດ້​ຂັບໄລ່​ຊົນຊາດ​ຕ່າງໆ​ໜີ ຈາກ​ດິນແດນ​ຂອງ​ພວກເຂົາ​ແລະ​ເອົາ​ເຄືອ​ອະງຸ່ນ ມາ​ປູກ​ໄວ້​ແທນ​ໃນ​ດິນແດນ​ນັ້ນ.

9 ພຣະອົງ​ໄດ້​ຖາງ​ປ່າ​ແລະ​ພວນດິນ​ຄືນ​ໃໝ່​ໃຫ້​ດີ ສຳລັບ​ໃຫ້​ເຄືອ​ອະງຸ່ນ​ປົ່ງ​ງາມດີ ມັນ​ມີ​ຮາກ​ຢັ່ງ​ລົງ​ເລິກ​ຫລາຍ​ແລະ​ແຜ່ຜາຍ​ອອກ​ໄປ ທົ່ວ​ທັງ​ຜືນ​ແຜ່ນດິນ​ນັ້ນ.

10 ຫົ່ມ​ຂອງ​ມັນ​ປົກຫຸ້ມ​ພູ​ໄວ້​ໄດ້ ແລະ​ເຄືອ​ຂອງ​ມັນ​ກໍ​ປົກຄຸມ​ຕົ້ນ​ສົນ​ໃຫຍ່​ທີ່ສຸດ​ໄດ້.

11 ສ່ວນ​ງ່າ​ໄດ້​ແຜ່​ໄປ​ຮອດ​ທະເລ​ເມດີແຕຣາເນ ແລະ​ໄປ​ໄກ​ສຸດ​ຈົນຮອດ​ແມ່ນໍ້າ​ເອີຟຣັດ.

12 ເປັນຫຍັງ​ພຣະອົງ​ຈຶ່ງ​ທຳລາຍ​ຮົ້ວ​ອ້ອມ​ນັ້ນ​ລົງ? ບັດນີ້ ໃຜໆ​ຜ່ານ​ໄປ​ກໍ​ລັກ​ເອົາ​ໝາກ​ຂອງ​ມັນ​ໄດ້.

13 ແລ້ວ​ຝູງ​ໝູປ່າ​ກໍໄດ້​ມາ​ຢຽບຢໍ່າ​ທຳລາຍ​ມັນ​ລົງ ແລະ​ສັດປ່າ​ທັງຫລາຍ​ກໍ​ມາ​ກັດກິນ​ມັນ​ດ້ວຍ.

14 ຂ້າແດ່​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ຫລຽວລົງ​ຈາກ​ສະຫວັນ​ແລະ​ມາ​ຊ່ວຍຊູ​ດ້ວຍ

15 ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ເຄືອ​ອະງຸ່ນ​ທີ່​ພຣະອົງ​ຊົງ​ໄດ້​ປູກ​ໄວ້​ໃຫ້​ພົ້ນໄພ ຄື​ເບ້ຍ​ອະງຸ່ນ​ທີ່​ພຣະອົງ​ໄດ້​ໃຫ້​ຈະເລີນ​ໃຫຍ່​ຈົນ​ເຂັ້ມແຂງ​ນັ້ນ.

16 ສັດຕູ​ຂອງ​ພວກ​ຂ້ານ້ອຍ​ໄດ້​ຕັດ​ມັນ​ລົງ​ແລະ​ຈູດ​ມັນ​ຖິ້ມ ຂໍ​ພຣະອົງ​ຫລຽວເບິ່ງ​ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ທຳລາຍ​ພວກເຂົາ​ດ້ວຍ

17 ຂໍ​ຊົງ​ໂຜດ​ປົກປ້ອງ​ຄຸ້ມຄອງ​ປະຊາຊົນ​ຂອງ​ພຣະອົງ​ທີ່​ຊົງ​ເລືອກເອົາ ຄື​ຊົນຊາດ​ທີ່​ພຣະອົງ​ໄດ້​ເຮັດ​ໃຫ້​ເຂັ້ມແຂງ​ນັ້ນ.

18 ພວກ​ຂ້ານ້ອຍ​ຈະ​ບໍ່​ຫັນ​ໜີໄປ​ອີກ​ຈັກເທື່ອ ຂໍ​ຊົງ​ໂຜດ​ໃຫ້​ມີ​ຊີວິດ​ຢູ່​ແລະ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ.

19 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ເອີຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ໃຫ້​ກັບຄືນ​ມາ​ແດ່ທ້ອນ ຂໍ​ຊົງ​ໂຜດ​ໃຫ້​ຄວາມ​ເມດຕາ​ແກ່​ພວກ​ຂ້ານ້ອຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ໄດ້​ພົ້ນໄພ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan