Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 8 - ພຣະຄຳພີສັກສິ


ສະຫງ່າຣາສີ​ຂອງ​ພຣະເຈົ້າ​ແລະ​ກຽດ​ສັກສີ​ຂອງ​ມະນຸດ

1 ໂອ ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ປະເສີດ​ເລີດລໍ້າ​ທົ່ວ​ທັງ​ແຜ່ນດິນ​ໂລກ! ພຣະອົງ​ໄດ້​ຊົງຕັ້ງ​ສະຫງ່າຣາສີ​ຂອງ​ພຣະອົງ​ເໜືອ​ຟ້າ​ສະຫວັນ.

2 ພຣະອົງ​ໃຫ້​ປາກ​ຂອງ​ເດັກນ້ອຍ​ແລະ​ເດັກອ່ອນ​ທັງຫລາຍ​ສົ່ງ​ສຽງ​ສັນລະເສີນ. ເພື່ອ​ເຮັດ​ໃຫ້​ພວກ​ສັດຕູ​ຂອງ​ພຣະອົງ ແລະ​ພວກ​ທີ່​ກະທຳ​ການ​ແກ້ແຄ້ນ ມິດງຽບ​ໄປ.

3 ເມື່ອ​ຂ້ານ້ອຍ​ຫລຽວ​ເບິ່ງ​ຟ້າ​ສະຫວັນ​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ ເດືອນ​ດາວ​ທີ່​ພຣະອົງ​ຕັ້ງ​ໄວ້​ໃນ​ບ່ອນ​ຂອງ​ມັນ​ນັ້ນ

4 ມະນຸດ​ສຳຄັນ​ຫຍັງ​ແດ່​ທີ່​ພຣະອົງ​ຕ້ອງ​ຄິດເຖິງ​ພວກເຂົາ ມະນຸດ​ທີ່​ຕາຍ​ເປັນ ສຳຄັນ​ຫຍັງ​ທີ່​ພຣະອົງ​ຕ້ອງ​ຫ່ວງໃຍ​ພວກເຂົາ?

5 ແຕ່​ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ຕໍ່າກວ່າ​ພຣະເຈົ້າ​ໜ້ອຍດຽວ ມີ​ຖານະ​ຮອງ​ຈາກ​ພຣະອົງ ພຣະອົງ​ໄດ້​ສວມ​ມົງກຸດ​ອັນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ​ໃຫ້​ພວກເຂົາ​ດ້ວຍ.

6 ພຣະອົງ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ປົກຄອງ ທຸກໆ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ມາ​ນັ້ນ​ຄື:

7-8 ຝູງແກະ​ຝູງງົວ​ຝູງ​ສັດປ່າ​ນາໆ​ຊະນິດ ຝູງນົກ ຝູງ​ປາ ສິ່ງ​ທີ່​ມີ​ຊີວິດ​ໃນ​ທ້ອງ​ທະເລ​ນັ້ນ.

9 ໂອ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະນາມ​ຂອງ​ພຣະອົງ​ຍິ່ງໃຫຍ່​ລືຊາ​ປາກົດ​ໃນ​ທົ່ວ​ແຜ່ນດິນ​ໂລກ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan