Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 79 - ພຣະຄຳພີສັກສິ


ຄຳ​ຮ້ອງທຸກ​ເພາະ​ນະຄອນ​ເຢຣູຊາເລັມ​ຖືກ​ທຳລາຍ

1 ຂ້າແດ່​ພຣະເຈົ້າ​ເອີຍ ຄົນ​ບໍ່​ນັບຖື​ພຣະເຈົ້າ ໄດ້​ຮຸກຮານ​ດິນແດນ​ຂອງ​ພຣະອົງ ໄດ້​ເຮັດ​ໃຫ້​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ເສື່ອມເສຍ​ສັກສີ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຖືກ​ທຳລາຍ.

2 ພວກເຂົາ​ໄດ້​ປະ​ຊາກສົບ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ຝູງ​ແຮ້ງ​ກິນ ແລະ​ສັດປ່າ​ກໍ​ກິນ​ຊາກສົບ​ຜູ້ຮັບໃຊ້​ຂອງ​ພຣະອົງ.

3 ເລືອດ​ຄົນ​ທີ່​ສັດຊື່​ຕໍ່​ພຣະອົງ​ນັ້ນ​ຫລັ່ງໄຫລ​ອອກ​ມາ ດັ່ງ​ສາຍ​ທາລາ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລ້ວ.

4 ຊົນຊາດ​ທີ່​ຢູ່​ອ້ອມຮອບ​ໄດ້​ດູໝິ່ນ​ພວກ​ຂ້ານ້ອຍ ພວກເຂົາ​ຕ່າງ​ກໍ​ຫົວຂວັນ​ແລະ​ຫຍໍ້ຫຍັນ​ໃສ່​ພວກ​ຂ້ານ້ອຍ​ດ້ວຍ.

5 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?

6 ຈົ່ງ​ໂກດຮ້າຍ​ຊົນຊາດ​ທີ່​ບໍ່​ເຊື່ອ​ພຣະອົງ​ສາ ຄື​ປະຊາຊົນ​ທີ່​ບໍ່​ພາວັນນາ​ອະທິຖານ​ໃນ​ພຣະນາມ​ຂອງ​ພຣະອົງ.

7 ເພາະ​ພວກເຂົາ​ໄດ້​ຂ້າ​ປະຊາຊົນ​ຂອງ​ພຣະອົງ ທຳລາຍ​ດິນແດນ​ໃຫ້​ຮົກຮ້າງ​ເພພັງ​ໄປສິ້ນ.

8 ຂໍ​ຢ່າ​ລົງໂທດ​ພວກ​ຂ້ານ້ອຍ ຍ້ອນ​ການບາບ​ຂອງ​ພວກ​ປູ່ຍ່າຕາຍາຍ ເພາະ​ພວກ​ຂ້ານ້ອຍ​ສິ້ນຫວັງ ໂຜດ​ເມດຕາ​ແດ່ທ້ອນ.

9 ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ ເພື່ອ​ເຫັນແກ່​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະອົງ. ຂໍ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ແລະ​ອະໄພ​ບາບ​ໃຫ້​ແດ່ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ.

10 ເປັນຫຍັງ​ບັນດາ​ຊົນຊາດ​ຈຶ່ງ​ຖາມ​ຂ້ານ້ອຍ​ວ່າ, “ພຣະເຈົ້າ​ຂອງ​ພວກເຈົ້າ​ຢູ່​ໃສ?” ຂໍ​ຊົງ​ໂຜດ​ລົງໂທດ​ພວກເຂົາ​ໃຫ້​ໄດ້​ເຫັນ​ແດ່ທ້ອນ ເພາະ​ການນອງເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ.

11 ຂໍ​ຊົງ​ໂຜດ​ຟັງ​ສຽງ​ເຈັບປວດ​ຄວນຄາງ​ຂອງ​ພວກ​ນັກໂທດ ແລະ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ໂຜດ​ໄວ້​ຊີວິດ​ຜູ້​ຖືກ​ໂທດ​ປະຫານ.

12 ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ຊົງ​ໂຜດ​ແກ້ແຄ້ນ​ຊົນຊາດ​ອື່ນ​ເຈັດ​ຄັ້ງ ຍ້ອນ​ການ​ດູໝິ່ນ​ນິນທາ​ທີ່​ພວກເຂົາ​ເຮັດ​ຕໍ່​ພຣະອົງ​ນັ້ນ.

13 ແລ້ວ​ພວກ​ຂ້ານ້ອຍ​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ​ນັ້ນ ຄື​ເປັນ​ຝູງແກະ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ ຕະຫລອດໄປ​ເປັນນິດ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ທຸກຍຸກ​ທຸກສະໄໝ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan