Biblia Todo Logo
Bìoball air-loidhne

- Sanasan -

ເພງ^ສັນລະເສີນ 78 - ພຣະຄຳພີສັກສິ


ພຣະເຈົ້າ​ແລະ​ປະຊາຊົນ​ຂອງ​ພຣະອົງ

1 ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳສັ່ງສອນ​ຂອງເຮົາ​ເດີ ຈົ່ງ​ງ່ຽງ​ຫູ​ຟັງ​ໃຫ້​ດີ​ສິ່ງ​ທີ່​ເຮົາ​ຈະ​ກ່າວ

2 ແລະ​ເຮົາ​ຈະ​ກ່າວ​ຖ້ອຍຄຳ​ທີ່​ມີ​ປັນຍາ ອະທິບາຍ​ຄຳ​ເລິກລັບ​ໃນ​ອະດີດ

3 ເປັນ​ສິ່ງ​ທີ່​ພວກເຮົາ​ໄດ້ຍິນ​ແລະ​ໄດ້​ຮູ້​ເຫັນ ຄື​ເລື່ອງລາວ​ທີ່​ພໍ່​ພວກເຮົາ​ໄດ້​ບອກ​ນັ້ນ.

4 ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.

5 ພຣະອົງ​ໄດ້​ມອບ​ກົດບັນຍັດ​ໃຫ້​ຄົນ​ອິດສະຣາເອນ ແລະ​ມອບ​ຂໍ້ຄຳສັ່ງ​ໃຫ້​ເຊື້ອສາຍ​ຂອງ​ຢາໂຄບ

6 ເພື່ອ​ວ່າ​ເຊື້ອສາຍ​ຕໍ່ໆ​ມາ​ນັ້ນ​ຈະ​ໄດ້​ຮຽນຮູ້​ເອົາ ແລະ​ບອກ​ລູກຫລານ​ຕໍ່ໄປ​ຕາມ​ຜຽນ​ຂອງ​ເຂົາເຈົ້າ.

7 ເພື່ອ​ພວກເຂົາ​ຈະ​ໄດ້​ວາງ​ຄວາມຫວັງໃຈ​ຂອງ​ພວກເຂົາ​ໃນ​ພຣະເຈົ້າ​ເໝືອນກັນ ແລະ​ບໍ່​ລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ແຕ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.

8 ພວກເຂົາ​ຈະ​ບໍ່​ເປັນ​ດັ່ງ​ພວກ​ປູ່ຍ່າຕາຍາຍ ຄື​ພວກ​ຄົນ​ກະບົດ​ແລະ​ຄົນ​ບໍ່​ເຊື່ອຟັງ​ນັ້ນ ເປັນ​ພວກ​ທີ່​ບໍ່​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຢ່າງ​ໝັ້ນຄົງ ແລະ​ເປັນ​ພວກ​ທີ່​ບໍ່​ຊື່​ຕົງ​ຕໍ່​ພຣະອົງ​ທັງນັ້ນ.

9 ພວກ​ເອຟຣາອິມ​ທີ່​ຖື​ອາວຸດ ໜ້າ​ແລະ​ທະນູ ຕ່າງ​ກໍໄດ້​ແລ່ນ​ປົບໜີໄປ​ຈາກ​ສະໜາມຮົບ.

10 ພວກເຂົາ​ບໍ່ໄດ້​ຖື​ຮັກສາ​ພັນທະສັນຍາ​ຂອງ​ພຣະເຈົ້າ ພວກເຂົາ​ບໍ່ເຄີຍ​ໄດ້​ເຮັດ​ຕາມ​ກົດບັນຍັດ​ຂອງ​ພຣະອົງ.

11 ພວກເຂົາ​ຫຼົງລືມ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຄື​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ.

12 ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.

13 ພຣະອົງ​ໄດ້​ແຍກ​ນໍ້າ​ທະເລ​ແລະ​ໄດ້​ນຳ​ພວກເຂົາ​ຜ່ານ​ໄປ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ແຍກ​ຕັ້ງ​ຂຶ້ນ​ເປັນ​ກຳແພງ.

14 ພຣະອົງ​ໄດ້​ນຳ​ພວກເຂົາ​ໄປ ດ້ວຍ​ເສົາເມກ​ໃນ​ເວລາ​ກາງເວັນ ແລະ​ດ້ວຍ​ເສົາໄຟ​ໃນ​ເວລາ​ກາງຄືນ.

15 ພຣະອົງ​ໄດ້​ຜ່າ​ໂງ່ນຫີນ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ກ້ອນຫີນ ກາຍເປັນ​ລຳທານ​ເລິກ​ມາ​ໃຫ້​ພວກເຂົາ​ໄດ້​ດື່ມ.

16 ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ຈາກ​ຫີນ​ຜາຊັນ ແລະ​ນໍ້າ​ກໍ​ໄຫລ​ອອກ​ມາ​ເປັນ​ກະແສ​ນໍ້າ.

17 ແຕ່​ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ​ຕໍ່ສູ້​ພຣະອົງ​ເລື້ອຍມາ ແລະ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ພວກເຂົາ​ກໍໄດ້​ກະບົດ​ຕໍ່ສູ້​ອົງ​ສູງສຸດ.

18 ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.

19 ພວກເຂົາ​ຕໍ່ສູ້​ພຣະເຈົ້າ​ໂດຍ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ອາຫານ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄດ້​ຫລືນີ້?

20 ເປັນ​ຄວາມຈິງ​ແທ້​ທີ່​ພຣະອົງ​ໄດ້​ຕີ​ໂງ່ນຫີນ ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ເປັນ​ດັ່ງ​ກະແສ​ນໍ້າ ແຕ່​ພຣະອົງ​ຍັງ​ຈະ​ສາມາດ​ເອົາ​ເຂົ້າຈີ່​ໃຫ້​ພວກເຮົາ​ໄດ້​ບໍ? ແລະ​ເອົາ​ຊີ້ນ​ໃຫ້​ປະຊາຊົນ​ກິນ​ໄດ້​ຫລື​ບໍ່?”

21 ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ອອກ ເມື່ອ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມ​ຂອງ​ພວກເຂົາ. ພຣະອົງ​ໄດ້​ໂຈມຕີ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ໄຟ ແລະ​ພຣະອົງ​ໄດ້​ຕໍ່ສູ້​ພວກເຂົາ​ໂດຍ​ຄວາມ​ໂກດຮ້າຍ

22 ເພາະວ່າ​ພວກເຂົາ​ບໍ່ໄດ້​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າ​ເລີຍ ແລະ​ບໍ່ເຄີຍ​ເຊື່ອ​ວ່າ​ພຣະອົງ​ຈະ​ຊ່ວຍ​ໃຫ້​ພົ້ນ​ໄດ້.

23 ແຕ່​ພຣະອົງ​ໄດ້​ກ່າວ​ແກ່​ທ້ອງຟ້າ​ເບື້ອງ​ເທິງ ແລະ​ໄດ້​ສັ່ງ​ທ້ອງຟ້າ​ໃຫ້​ໄຂ​ປະຕູ​ອອກ

24 ພຣະອົງ​ໄດ້​ສົ່ງ​ເມັດ​ເຂົ້າ​ຄື​ມານາ​ລົງ​ຈາກ​ສະຫວັນ ຕົກລົງ​ມາ​ໃຫ້​ພວກເຂົາ​ໄດ້​ກິນ​ອີ່ມ​ທ້ອງ.

25 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄດ້​ກິນ​ອາຫານ​ຂອງ​ເທວະດາ ພຣະເຈົ້າ​ໄດ້​ໃຫ້​ພວກເຂົາ​ກິນ​ຕາມ​ຄວາມ​ຕ້ອງການ​ຂອງ​ພວກເຂົາ.

26 ພຣະອົງ​ໄດ້​ໃຫ້​ລົມ​ທິດ​ຕາເວັນອອກ​ພັດ​ມາ​ຈາກ​ຟ້າ​ສະຫວັນ ລົມ​ທາງທິດໃຕ້​ກໍ​ພັດ​ມາ​ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ

27 ພຣະອົງ​ໄດ້​ສົ່ງ​ນົກ​ຂຸ້ມ​ລົງ​ມາ​ໃຫ້​ປະຊາຊົນ​ຂອງ​ພຣະອົງ ຢ່າງ​ຫລວງຫລາຍ​ດັ່ງ​ເມັດຊາຍ​ຢູ່​ຕາມ​ຝັ່ງ.

28 ພຣະເຈົ້າ​ໄດ້​ເຮັດ​ໃຫ້​ຝູງ​ນົກ​ຂຸ້ມ​ຕົກ​ຕາມ​ຄ້າຍ​ຂອງ​ພວກເຂົາ ຢູ່​ອ້ອມແອ້ມ​ຜ້າເຕັນ​ທັງຫຼາຍ​ດ້ວຍ.

29 ສະນັ້ນ ປະຊາຊົນ​ຈຶ່ງ​ກິນ​ນົກ​ນັ້ນ​ຢ່າງ​ອີ່ມໜຳ​ສຳລານ ພຣະເຈົ້າ​ໄດ້​ໃຫ້​ກິນ​ຕາມ​ທີ່​ພວກເຂົາ​ຕ້ອງການ.

30 ແຕ່​ພວກເຂົາ​ຍັງ​ຫິວ​ກະຫາຍ​ບໍ່​ອີ່ມ​ພໍ ໃນ​ຂະນະທີ່​ອາຫານ​ຍັງ​ເຕັມ​ຢູ່​ໃນ​ປາກ​ນັ້ນ

31 ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ລະເບີດ​ໃສ່​ພວກເຂົາ ແລະ​ຂ້າ​ຊາຍ​ສະກັນ​ຊາວ​ອິດສະຣາເອນ​ທີ່​ເກັ່ງກ້າ​ທີ່ສຸດ​ຖິ້ມ.

32 ເຖິງປານນັ້ນ ປະຊາຊົນ​ກໍ​ຍັງ​ໄດ້​ເຮັດ​ບາບ​ຕາມເຄີຍ ແລະ​ບໍ່​ໄວ້ວາງໃຈ​ໃນ​ສິ່ງ​ອັດສະຈັນ​ທີ່​ຊົງ​ໄດ້​ກະທຳ.

33 ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ໃຫ້​ການ​ເປັນ​ຢູ່​ຂອງ​ພວກເຂົາ​ສິ້ນສຸດ​ລົງ​ດັ່ງ​ລົມຫາຍໃຈ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ພວກເຂົາ​ຈົບລົງ ຍ້ອນ​ຄວາມ​ຫຼົ້ມຈົມ​ຢ່າງ​ກະທັນຫັນ.

34 ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ. ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.

35 ພວກເຂົາ​ລະນຶກ​ໄດ້​ວ່າ​ພຣະເຈົ້າ​ຄື​ພຣະຜູ້​ຄຸ້ມຄອງ​ຂອງ​ພວກເຂົາ ພຣະ​ຜູ້​ຊົງຣິດ​ທານຸພາບ​ສູງສຸດ ຄື​ພຣະ​ຜູ້ໄຖ່​ຂອງ​ພວກເຂົາ.

36 ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.

37 ພວກເຂົາ​ບໍ່ໄດ້​ສັດຊື່​ແລະ​ຈົງຮັກ​ພັກດີ​ຕໍ່​ພຣະອົງ ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ.

38 ແຕ່​ພຣະເມດຕາ​ນັ້ນ​ຍັງ​ມີ​ຢູ່​ຕໍ່ໄປ​ສຳລັບ​ພວກເຂົາ ພຣະອົງ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ບໍ່ໄດ້​ທຳລາຍ​ພວກເຂົາ​ອີກ. ພຣະອົງ​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຫລາຍເທື່ອ​ຫລາຍທີ ແລະ​ອົດກັ້ນ​ຄວາມ​ໂມໂຫ​ຂອງ​ພຣະອົງ​ໄວ້​ດ້ວຍ.

39 ພຣະອົງ​ນຶກ​ໄດ້​ວ່າ​ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ທີ່​ຕາຍເປັນ ດັ່ງ​ລົມ​ທີ່​ພັດ​ຜ່ານ​ມາ​ແລະ​ພັດ​ລ່ວງຫາຍ​ໄປ​ເທົ່ານັ້ນ.

40 ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ພວກເຂົາ​ກະບົດ​ເລື້ອຍ​ມາ ເຮັດ​ໃຫ້​ພຣະອົງ​ເສຍໃຈ​ຫລາຍເທື່ອ​ຫລາຍທີ.

41 ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍເທື່ອ​ໂດຍ​ເຮັດ​ໃຫ້​ອົງ​ບໍຣິສຸດ ແຫ່ງ​ຊາດ​ອິດສະຣາເອນ​ຊອກຊໍ້າ.

42 ພວກເຂົາ​ໄດ້​ຫຼົງລືມ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ວັນ​ທີ່​ພຣະອົງ​ໄດ້​ຊົງ​ຊ່ວຍກູ້​ເອົາ​ພວກເຂົາ​ຈາກ​ສັດຕູ

43 ກິດຈະການ​ຍິ່ງໃຫຍ່​ກັບ​ສິ່ງ​ອັດສະຈັນ​ຂອງ​ພຣະອົງ ທີ່​ທົ່ງພຽງ​ເມືອງ​ໂຊອານ​ໃນ​ເອຢິບ​ນັ້ນ.

44 ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄຫລ​ນອງ ຕາມ​ຫ້ວຍຮ່ອງ​ກໍ​ບໍ່ມີ​ນໍ້າ​ໃຫ້​ຊາວ​ເອຢິບ​ດື່ມ.

45 ພຣະອົງ​ໄດ້​ສົ່ງ​ຝູງ​ຮີ້ນ​ມາ​ທໍລະມານ​ພວກເຂົາ ແລະ​ໄດ້​ສົ່ງ​ຝູງ​ກົບ​ມາ​ທຳລາຍ​ດິນແດນ​ດ້ວຍ.

46 ພຣະອົງ​ໄດ້​ສົ່ງ​ຝູງຕັກແຕນ​ມາ​ທຳລາຍ​ເຄື່ອງປູກ​ຂອງຝັງ ທັງ​ທຳລາຍ​ທົ່ງໄຮ່​ທົ່ງນາ​ຂອງ​ເຂົາເຈົ້າ​ດ້ວຍ.

47 ພຣະອົງ​ໄດ້​ທຳລາຍ​ຕົ້ນ​ອະງຸ່ນ​ດ້ວຍ​ໝາກເຫັບ ແລະ​ພຣະອົງ​ໄດ້​ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນໍ້າກ້າມ.

48 ພຣະອົງ​ໄດ້​ຂ້າ​ຝູງງົວ​ຂອງ​ພວກເຂົາ​ໂດຍ​ໃຫ້​ໝາກເຫັບ​ຕົກ​ມາ ແລະ​ໄດ້​ຂ້າ​ຝູງແກະ​ຂອງ​ພວກເຂົາ​ໂດຍ​ໃຫ້​ມີ​ຟ້າ​ຜ່າ

49 ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ທຸກໃຈ​ຢ່າງ​ໃຫຍ່ຫລວງ ໂດຍ​ໄດ້​ເທ​ຄວາມ​ໂກດຮ້າຍ​ລົງ​ໃສ່​ເຂົາເຈົ້າ ແລະ​ທັງ​ຄວາມ​ໂກດແຄ້ນ​ຢ່າງ​ຮຸນແຮງ​ທີ່ສຸດ ດັ່ງ​ທູດ​ແຫ່ງ​ຄວາມຕາຍ​ສຸມກັນ​ມາ​ໃສ່.

50 ພຣະອົງ​ບໍ່ໄດ້​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້​ເລີຍ ໂດຍ​ບໍ່​ໄວ້​ຊີວິດ​ແຕ່​ຂ້າ​ຖິ້ມ​ດ້ວຍ​ໂຣກລະບາດ.

51 ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທຸກຄົນ​ຂອງ​ພວກເຂົາ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ນັ້ນ.

52 ແລ້ວ​ພຣະອົງ​ກໍ​ນຳພາ​ປະຊາຊົນ​ຂອງ​ພຣະອົງ ດັ່ງ​ຄົນລ້ຽງແກະ​ນຳ​ຝູງແກະ​ອອກ​ໄປ​ນັ້ນ ໂດຍ​ໄດ້​ນຳໜ້າ​ພວກເຂົາ​ອອກ​ໄປ ຜ່ານ​ທະເລ​ຊາຍ​ທີ່​ແຫ້ງແລ້ງ.

53 ພຣະອົງ​ໄດ້​ນຳພາ​ພວກເຂົາ​ໄປ​ຢ່າງ​ປອດໄພ ພວກເຂົາ​ຈຶ່ງ​ບໍ່​ຢ້ານກົວ, ແຕ່​ນໍ້າ​ທະເລ​ໄດ້​ໄຫລ​ຖ້ວມ​ສັດຕູ​ຂອງ​ພວກເຂົາ.

54 ພຣະອົງ​ໄດ້​ພາ​ໄປ​ສູ່​ດິນແດນ​ບໍຣິສຸດ​ຂອງ​ພຣະອົງ ສູ່​ພູ​ທັງຫລາຍ​ທີ່​ພຣະຫັດຂວາ​ຂອງ​ພຣະອົງ​ໄດ້​ນິຣະມິດ​ໄວ້.

55 ພຣະອົງ​ໄລ່​ຄົນ​ພື້ນເມືອງ​ໜີ​ຂະນະທີ່​ປະຊາຊົນ ບຸກໜ້າ​ເຂົ້າ​ໄປ​ໂດຍ​ໄດ້​ແບ່ງປັນ​ດິນແດນ​ໃຫ້ ເປັນ​ກຳມະສິດ​ແກ່​ທຸກ​ເຜົ່າ​ຂອງ​ອິດສະຣາເອນ ແລະ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ໄດ້​ມີ​ທີ່​ຢູ່​ອາໄສ.

56 ແຕ່​ພວກເຂົາ​ໄດ້​ພາກັນ​ທົດລອງ​ພຣະເຈົ້າ​ອົງ​ຊົງ​ຣິດທານຸພາບ​ສູງສຸດ. ແລະ​ກະບົດ​ຕໍ່ສູ້​ພຣະອົງ.

57 ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.

58 ພວກເຂົາ​ກຸກກວນ​ພຣະອົງ​ໃຫ້​ໂກດຮ້າຍ​ສະເໝີມາ ໂດຍ​ມີ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກເຂົາ​ໄດ້​ເຮັດ​ໃຫ້​ພຣະອົງ​ເຄືອງໃຈ​ຫລາຍ ຍ້ອນ​ຮູບເຄົາຣົບ​ທີ່​ພວກເຂົາ​ໄດ້​ເຮັດ​ຂຶ້ນ​ນັ້ນ.

59 ເມື່ອ​ເຫັນ​ເຊັ່ນນີ້ ພຣະເຈົ້າ​ກໍ​ກິ້ວໂກດ​ຫລາຍ ສະນັ້ນ ພຣະອົງ​ຈຶ່ງ​ປະລະ​ປະຊາຊົນ​ຂອງ​ພຣະອົງ​ໝົດ​ສິ້ນ.

60 ພຣະອົງ​ຍັງ​ໄດ້​ປະຖິ້ມ​ຫໍເຕັນ​ທີ່​ເມືອງ​ຊີໂລ ຊຶ່ງ​ເປັນ​ທີ່​ປະທັບ​ຂອງ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ.

61 ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.

62 ພຣະອົງ​ໄດ້​ໂກດຮ້າຍ​ປະຊາຊົນ​ທີ່​ຊົງ​ໄດ້​ເລືອກເອົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ສັງຫານ​ເຂົາເຈົ້າ.

63 ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.

64 ປະໂຣຫິດ​ກໍ​ຕາຍ​ດ້ວຍ​ຄົມ​ດາບ ແລະ​ຍິງໝ້າຍ​ຂອງ​ພວກເຂົາ​ກໍ​ບໍ່ມີ​ການ​ໄວ້ທຸກ​ໃຫ້​ເຂົາເຈົ້າ.

65 ໃນທີ່ສຸດ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຕື່ນຂຶ້ນ ເໝືອນດັ່ງ​ຄົນ​ທີ່​ຕື່ນ​ຈາກ​ຫລັບນອນ ດັ່ງ​ຊາຍ​ຜູ້ໜຶ່ງ​ທີ່​ແຂງແຮງ​ຍ້ອນ​ລິດ​ເຫຼົ້າ​ອະງຸ່ນ.

66 ພຣະອົງ​ໄດ້​ຂັບໄລ່​ພວກ​ສັດຕູ​ໃຫ້​ພ່າຍແພ້​ຖອຍຄືນ​ໄປ ຢ່າງ​ອັບອາຍ​ຕະຫຼອດໄປ.

67 ແລ້ວ​ພຣະອົງ​ໄດ້​ປະຖິ້ມ​ເຊື້ອສາຍ​ຂອງ​ໂຢເຊັບ ພຣະອົງ​ບໍ່ໄດ້​ເລືອກເອົາ​ເຜົ່າ​ເອຟຣາອິມ​ດ້ວຍ.

68 ແຕ່​ພຣະອົງ​ຊໍ້າພັດ​ເລືອກເອົາ​ເຜົ່າຢູດາ​ແທນ ທັງ​ພູເຂົາ​ຊີໂອນ​ຊຶ່ງ​ພຣະອົງ​ຮັກ​ຫລາຍ​ທີ່ສຸດ​ນັ້ນ.

69 ໃນ​ທີ່ນັ້ນ ພຣະອົງ​ໄດ້​ສ້າງ​ພຣະວິຫານ​ຂອງ​ພຣະອົງ ເປັນ​ດັ່ງ​ບ່ອນ​ຂອງ​ພຣະອົງ​ຢູ່​ເທິງ​ຟ້າ​ສະຫວັນ ດັ່ງ​ທີ່​ແຜ່ນດິນ​ໂລກ​ພຣະອົງ​ສ້າງ​ຜາສາດ​ຢ່າງ​ໝັ້ນຄົງ ໃຫ້​ດຳລົງ​ຢູ່​ທຸກຍຸກ​ທຸກສະໄໝ​ໄດ້.

70 ພຣະອົງ​ໄດ້​ເລືອກ​ດາວິດ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ໂດຍ​ໄດ້​ເອົາ​ເພິ່ນ​ມາ​ຈາກ​ທົ່ງ​ລ້ຽງແກະ​ພຸ້ນ

71 ຄື​ບ່ອນ​ທີ່​ເພິ່ນ​ໄດ້​ເຝົ້າເບິ່ງ​ຝູງແກະ​ຂອງ​ເພິ່ນ ແລະ​ພຣະອົງ​ໄດ້​ຫົດສົງ​ຕັ້ງ​ເພິ່ນ​ໃຫ້​ເປັນ​ຜູ້ນຳ ຄື​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ເປັນ​ຜູ້​ລ້ຽງດູ​ປະຊາຊົນ​ຂອງ​ພຣະເຈົ້າ.

72 ດາວິດ​ໄດ້​ດູແລ​ດ້ວຍ​ໃຈ​ທ່ຽງທຳ​ແລະ​ບໍ່​ເຫັນແກ່ຕົວ ແລະ​ນຳພາ​ດ້ວຍ​ພິກໄຫວ​ອັນ​ສະຫລາດ.

@ 2012 United Bible Societies. All Rights Reserved.

Lean sinn:



Sanasan